ເພີ່ມທະວີການຮ່ວມມືຍຸດທະສາດ ຫວຽດນາມ-UNESCO
ກປ.ອອນໄລ - ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO).
ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ສະເໜີ UNESCO ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນການໃຫ້ຄໍາປຶກສາດ້ານນະໂຍບາຍ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ-ເອກະຊົນ, ພິເສດແມ່ນໃນຂົງເຂດຕ່າງໆ, ຄື: ປັນຍາປະດິດ (AI), ເຄິ່ງຊັກນໍາໄຟຟ້າ, ພະລັງງານທົດແທນ ແລະຖານຂໍ້ມູນວິທະຍາສາດ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານນາງ Audrey Azoulay ຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO). ພາບ: chinhphu.vn |
ສະແດງຄວາມປະທັບໃຈຕໍ່ວິໄສທັດຍຸດທະສາດຂອງຫວຽດນາມ ແລະຄວາມສາມາດອາດຈະກາຍເປັນສູນພູມປັນຍາ ແລະນະວັດຕະກຳຂອງພາກພື້ນ, ທ່ານນາງ Audrey Azoulay ເນັ້ນໜັກວ່າ UNESCO ພ້ອມແລ້ວທີ່ຈະສົມທົບກັນ ເພື່ອກໍ່ສ້າງສູນບໍາລຸງສ້າງພາກພື້ນກ່ຽວກັບ AI ຢູ່ ຫວຽດນາມ ກໍຄືໜູນຊ່ວຍການສ້າງຕັ້ງ UNESCO Chair (ກົນໄກຮ່ວມມືສາກົນລະຫວ່າງມະຫາວິທະຍາໄລ ແລະ UNESCO) ກ່ຽວກັບປັນຍາປະດິດ (AI) ແລະຖານຂໍ້ມູນວິທະຍາສາດທີ່ບັນດາມະຫາວິທະຍາໄລຂອງຫວຽດນາມ, ການຮ່ວມມືພາກລັດ-ເອກະຊົນ ກັບກຸ່ມບໍລິສັດຂອງຫວຽດນາມ ໃນບັນດາຂໍ້ລິເລີ່ມພັດທະນາໂດຍອີງໃສ່ພູມປັນຍາ.
ທ່ານນາງ Audrey Azoulay ກໍ່ເຫັນດີກັບຂໍ້ສະເໜີຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນເລື່ອງ UNESCO ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມອະນຸລັກຮັກສາ ແລະ ຂຶ້ນທະບຽນບັນດາມໍລະດົກໂລກ, ເປັນຕົ້ນແມ່ນໜູນຊ່ວຍການຟື້ນຟູປະຕິສັງຂອນວັງ ກີ໋ງທຽນ ແລະ ສະຖານທີ່ຂອງວັງ ກີ໋ງທຽນ ຢູ່ພະລາຊະວັງ ທັງລອງ ໃນໄລຍະໄວທີ່ສຸດ.
ໂດຍ: ທູຈາງ