ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ “ການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ມີຄວາມໝາຍສຳຄັນທີ່ສຸດ, ເປັນຂີດໝາຍບາດກ້າວເດີນໃໝ່ໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະສິງກະໂປ”.
ສອງປະເທດກໍ່ຈະສຸມໃສ່ຂົງເຂດທີ່ມີຄວາມໝາຍຍຸດທະສາດ, ຄື: ການຫັນປ່ຽນດີຈີຕອນ, ພະລັງງານທົດແທນ, ການຮ່ວມມືເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ, ສູນການເງິນ.
ໃນສະພາບການຫວຽດນາມ ພວມຍູ້ແຮງນະໂຍບາຍກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງຕາມເນື້ອໃນຈິດໃຈມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ, ທ່ານ ເຈິ່ນເຟຶອກແອັງ ເອກອັກຄະລັດຖະທູດ ກໍ່ແບ່ງປັນກ່ຽວກັບບັນດາຂົງເຂດລະອຽດ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງຝ່າຍ, ຄືປັນຍາປະດິດ (AI), ເຕັກໂນໂລຢີເຊມິຄອນດັກເຕີ, ສູນການເງິນ.
    |
 |
ພາບປະກອບຄັດຈາກ: Shutterstock |
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ນັ້ນແມ່ນບັນດາຂົງເຂດ ເຊິ່ງ ຫວຽດນາມ ຕ້ອງການ”, ກໍ່ຄືສາມາດຮຽນເອົາບົດຮຽນ ແລະຊຸກຍູ້ການລົງທຶນຂອງສິງກະໂປ.
ທີ່ກອງປະຊຸມສຳມະນາທາງອອນລາຍ ໂດຍສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (ISEAS-Yusof Ishak) ຈັດຕັ້ງ, ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ກ່າວຄຳເຫັນໂດຍຖືວ່າ ການຍົກລະດັບການພົວພັນສອງຝ່າຍຂຶ້ນລະດັບສູງໃໝ່ຈະມີຄວາມໝາຍກັບການພົວພັນສອງຝ່າຍ, ເປັນປີທີ່ສ້າງຂີດໝາຍພິເສດກັບຫວຽດນາມ ແລະສິງກະໂປ.
ຫວຽດນາມ ແລະສິງກະໂປ ໄດ້ກ້າວຂຶ້ນໂດຍໄວ ແລະກ້າວໄປໄກໃນການພົວພັນຮ່ວມມື, ເຖິງວ່າຍັງມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ສອງປະເທດຂຸດຄົ້ນບັນດາກາລະໂອກາດໃໝ່, ຂຸດຄົ້ນບັນດາຂົງເຂດທີ່ມີຢູ່ຢ່າງເລິກເຊິ່ງກວ່າ, ພາຍຫຼັງຍົກລະດັບການພົວພັນທາງການທູດສອງຝ່າຍ.
ສອງຝ່າຍມີຫຼາຍກາລະໂອກາດຮ່ວມມືໃນບັນດາຂົງເຂດດ້ວຍຫຼາຍຮູບຫຼາຍແບບເມື່ອຍົກລະດັບການພົວພັນ. ທ່ານ Jaya Ratnam ຮຽກຮ້ອງ, ເພື່ອຍົກລະດັບການພົວ ພັນໃຫ້ມີຄວາມແທດຈິງຕື່ມອີກ, ເປີດການກຳນົດທິດໃຫ້ທົດສະວັດຕໍ່ໄປ, ສອງປະເທດຕ້ອງເປີດກວ້າງການພົວພັນຄູ່ຮ່ວມມືໄປສູ່ບັນດາຂົງເຂດໃໝ່, ສຸມໃສ່ພະລັງງານທົດແທນ, ຍືນຍົງ, ພື້ນຖານໂຄງລ່າງ, ສະບຽງອາຫານ, ພື້ນຖານເສດຖະກິດດີຈີຕອນ ແລະປ່ຽນແປງໃໝ່, ເຊື່ອມຕໍ່. ຕາມການພົວພັນຄູ່ຮ່ວມມືສີຂຽວ-ດີຈີຕອນ, ໄດ້ລິເລີ່ມມາແຕ່ປີ 2023, ໃນສອງປີຜ່ານມາ, ສອງປະເທດໄດ້ປະຕິບັດຫຼາຍຂໍ້ລິເລີ່ມຢ່າງລະອຽດ.
ທ່ານ ຮສຈ ຟ້າມກວາງເກື່ອງ, ຊ່ຽວຊານຢູ່ສິງກະໂປ ຖືວ່າ ຫວຽດນາມ ຢາກພັດທະນາແບບຍືນຍົງຕ້ອງມີຂົງເຂດຜະລິດທີ່ແຂງແຮງ, ໝູນໃຊ້ບັນດາເຕັກໂນໂລຢີສູງເຂົ້າໃນການຜະລິດ, ໃນນັ້ນຕ້ອງເອົາໃຈໃສ່ການພັດທະນາ ແລະໝູນໃຊ້ AI ເຂົ້າໃນອຸດສາຫະກໍາການຜະລິດ. ທ່ານເນັ້ນໜັກວ່າ “ປັດໄຈສຳຄັນເພື່ອໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງແມ່ນຕ້ອງສຸມໃສ່ຂົງເຂດການຜະລິດ. ໃນນັ້ນເພື່ອພັດທະນາແບບຍືນຍົງ, ຫວຽດນາມ ຕ້ອງມີເຕັກໂນໂລຢີການຜະລິດ. ຫວຽດນາມ ຕ້ອງມານະພະຍາຍາມແຕ່ ພາຍໃນປະເທດ ແລະຕ້ອງພັດທະນາໃຫ້ໄດ້ ແລະຕ້ອງເປັນເຈົ້າຂອງເຕັກໂນໂລຢີໃນຂັ້ນຕອນ ການຜະລິດ”.
ທ່ານ ຟ້າມກວາງເກື່ອງ, ຜູ້ກໍ່ຕັ້ງບໍລິສັດ Eureka Robotics ຢູ່ສິງກະໂປ ໄດ້ແບ່ງປັນຕື່ມກ່ຽວກັບເປົ້າໝາຍບັນດາໂຄງການຂອງທ່ານນັ້ນແມ່ນພັດທະນາເຕັກໂນໂລຢີຫຼັກແຫຼ່ງກ່ຽວກັບຂົງເຂດ Robotics ແລະ AI ໝູນໃຊ້ເຂົ້າໃນການຜະລິດໄດ້, ຈະເຮັດໃຫ້ຫວຽດນາມ ສາມາດນໍາໜ້າ ແລະເປັນເຈົ້າຂອງເຕັກໂນໂລຢີທີ່ນຳໃຊ້ເຂົ້າໃນການຜະລິດ.
ຫວຽດນາມ ພວມດຳເນີນການປະຕິວັດກ່ຽວກັບການຈັດຕັ້ງກົງຈັກຂອງລະບົບການເມືອງຕາມທິດກະທັດລັດ, ສາມາດຖືວ່າ ແຂງແຮງທີ່ສຸດໃນຫຼາຍທົດສະວັດຜ່ານມາ. ຕັ້ງຜົນປະໂຫຍດຂອງປະຊາຊົນເຂົ້າໃນໃຈກາງຂອງການປະຕິວັດນີ້, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຕ້ອງປະຕິຮູບການບໍລິຫານໃຫ້ “ແທດຈິງ”, ຮັບໃຊ້ປະຊາຊົນ, ມຸ່ງໄປເຖິງເປົ້າໝາຍຍົກສູງຊິວິດການເປັນຢູ່ຂອງປະຊາຊົນ.
ກໍ່ຄືຫຼາຍປະເທດພວມດຳເນີນການກໍ່ສ້າງນະຄອນອັດສະລິຍະ, ປະຈຸບັນ, ສິງກະໂປ ພວມຍູ້ແຮງການໝູນໃຊ້ AI ເຂົ້າໃນການໜູນຊ່ວຍປະຊາຊົນໃນການປະຕິບັດບັນດາລະບຽບການ. ບາງແອັບພຼີເຄຊັນສາມາດໃຊ້ໄດ້ເຖິງ 40 ລະບຽບການບໍລິຫານທີ່ມີການໜູນຊ່ວຍຂອງ AI ເພື່ອໃຫ້ປະຊາຊົນນໍາໃຊ້ຢ່າງງ່າຍດາຍ, ສະດວກ ແລະວ່ອງໄວ. ສິງກະໂປ ກໍ່ກຳລັງສ້າງບັນດາຊອັບແວເພື່ອຊຸກຍູ້ການເຮັດວຽກຢ່າງມີປະສິດທິຜົນ, ຫຼຸດເວລາການແກ້ໄຂລະບຽບການບໍລິຫານລົງ.
ສຈ ຫວູມິງເຄືອງ, ໂຮງຮຽນນະໂຍບາຍ ສາທາລະນະຫຼີຊຽນຫຼົງ ຕີລາຄາວ່າ ຫວຽດນາມ ເອົາໃຈໃສ່ທີ່ສຸດຕໍ່ບັນຫາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, AI ສ້າງບັນດາຮູບການໃໝ່ໃນການບໍລິຫານ, ໂດຍສະເພາະແມ່ນມາດຕະການ ແລະດັດປັບຄວາມໄວ”. ຕາມທ່ານ ສຈ ຫວູມິງເຄືອງ ແລ້ວ, ຕ້ອງຮັບຮູ້ວ່າ AI ແມ່ນບາດກ້າວທີ່ມີລັກສະນະປະຕິວັດໃນການຄຸ້ມຄອງ, ການບໍລິຫານ, ຊ່ວຍປ່ຽນແປງຫຼາຍຂັ້ນຕອນ, ຂໍ້ກຳນົດແບບເກົ່າ, ຫັນປ່ຽນຕາມທິດ “ຫຼຸດຜ່ອນການຄຸ້ມຄອງ, ເພີ່ມການບໍລິຫານ”.
ດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະບັນດານະໂຍບາຍວິທະຍາສາດເຕັກໂນໂລຢີທີ່ຫາກໍ່ໄດ້ຮັບຮອງ, ພ້ອມດ້ວຍກຳລັງແຮງທີ່ເຂັ້ມແຂງຈາກທ່ານເລຂາທິການໃຫຍ່ ແລະບັນດາການນຳຂັ້ນສູງຂອງຫວຽດນາມ, ທ່ານ ສຈ ຫວູມິງເຄືອງ ສະແດງຄວາມປະເອີບໃຈວ່າ “ຫວຽດນາມ ຈະກ້າວຂຶ້ນໂດຍໄວ ແລະກ້າວໄປໄກກວ່າໃນອະນາຄົດ”, ບົນເສັ້ນທາງກ້າວໄປເຖິງຜົນສຳເລັດ, ວັດທະນາຖາວອນຂອງຊາດ.
ໂດຍ: ແສງເດືອນ