ດຳເນີນໃນລະຫວ່າງວັນທີ 25-26 ຕຸລາ, ດ້ວຍຫົວຂໍ້ “ຕະຫຼາດເອກະພາບ - ມຸ່ງໄປເຖິງຄວາມວັດທະນາຖາວອນລວມ”, ກອງປະຊຸມສຸມໃສ່ບັນດາມາດຕະການປ່ຽນແປງໃໝ່ຂອງພາກເອກະຊົນ ເພື່ອຊຸກຍູ້ການປະຕິຮູບນະໂຍບາຍ ແລະ ຍົກສູງບົດບາດຂອງອາຊຽນ ໃນພື້ນຖານເສດຖະກິດທ່ົວໂລກ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາຂັ້ນສູງ ໃນຂອບເຂດກອງປະຊຸມສຸດຍອດດໍາເນີນທຸລະກິດ ແລະລົງທຶນອາຊຽນ 2025 (ABIS). ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ວາລະສົນທະນາຂັ້ນສູງ, ເມື່ອຕອບຄຳຖາມທີ່ວ່າ ຕ້ອງເຮັດຫຍັງແດ່ເພື່ອໃຫ້ອາຊຽນ ຍາມໃດກໍ່ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບປະຊາຄົມວິສາຫະກິດທົ່ວໂລກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ ສຳລັບອາຊຽນ, ສິ່ງທີ່ເຮັດໃຫ້ໂລກເຄົາລົບແມ່ນຫຼັກການສາມັກຄີ, ເປັນເອກະພາບໃນຄວາມຫຼາກຫຼາຍ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແມ່ນບົດບາດໃຈກາງຂອງການເຕີບໂຕ, ເປົ້າໝາຍພັດທະນາກວມລວມ, ຖືມະນຸດເປັນໃຈກາງ, ເປັນເຈົ້າກໍາ, ເປັນແຫຼ່ງກໍາລັງ, ກໍາຫຼັງໜູນໃຫ້ແກ່ການພັດທະນາ… ສະນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ, ຕັ້ງບົດບາດຂອງອາຊຽນ ໃນສະພາບການລວມຂອງໂລກ, ຈາກນັ້ນອີງຕາມເງື່ອນໄຂລະອຽດຂອງອາຊຽນ ເພື່ອກໍານົດແນວທາງ, ວິໄສທັດ, ການກະທໍາ ແລະສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃຫ້ສອດຄ່ອງກັບສະພາບຕົວຈິງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ວາລະສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ເນັ້ນໜັກເຖິງສິ່ງສໍາຄັນທໍາອິດ ໃນອາຊຽນ ແມ່ນຕ້ອງເຊື່ອມຕໍ່ບັນດາຕ່ອງໂສ້ການສະໜອງ. ທີສອງ, ບັນດາປະເທດອາຊຽນ ຍົກລະດັບຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໜູນຊ່ວຍບັນດາພື້ນຖານເສດຖະກິດເປີດປະຕູໃຫ້ກັນ, ທົດແທນໃຫ້ຄວາມເສຍຫາຍຈາກນະໂຍບາຍພາສີຂອງປະເທດອື່ນກະທົບໃສ່. ທີສາມ, ຕ້ອງເພີ່ມທະວີການແລກປ່ຽນ ແລະກໍ່ສ້າງລະບອບລະບຽບການລະຫວ່າງບັນດາພື້ນຖານເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ໃນນັ້ນມີໂຄງລ່າງແຂງ ແລະໂຄງລ່າງອ່ອນທາງດ້ານວັດທະນະທຳ, ສັງຄົມ, ຄົມມະນາຄົມ, ການຫັນເປັນດີຈີຕອນ, ຍົກສູງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອປັບຕົວໃຫ້ແທດເໝາະກັບສະພາບການ.
ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ: “ພວກເຮົາ ແມ່ນປະຊາຄົມອາຊຽນໜຶ່ງ, ແມ່ນຄອບຄົວອາຊຽນໜຶ່ງ. ແຕ່ລະປະເທດເຂັ້ມແຂງຂຶ້ນ ກໍ່ໝາຍຄວາມວ່າທັງກຸ່ມເຂັ້ມແຂງຂຶ້ນ. ເມື່ອກຸ່ມເຂັ້ມແຂງຂຶ້ນນັ້ນ ແຕ່ລະປະເທດກໍ່ໄດ້ຊົມໃຊ້ກຳລັງແຮງພາຍໃນກຸ່ມ. ຍ້ອນເຫດນັ້ນ, ແຕ່ລະປະເທດຕ້ອງຫັນການພັດທະນາເອກະລາດ, ເປັນເຈົ້າຕົນເອງໃຫ້ເປັນກົມກຽວ, ພ້ອມກັນນັ້ນ ປະກອບສ່ວນເຂົ້າໃນການພັດທະນາຂອງບັນດາປະເທດອາຊຽນ; ກ້າວໄປສູ່ບັນດາຂົງເຂດບຸລິມະສິດພ້ອມກັບບັນດາປະເທດອາຊຽນອື່ນ, ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງ… ແມ່ນພື້ນຖານເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.
ໂດຍ: ທູຈາງ