ທີ່ການຕ້ອນຮັບ, ທ່ານ ເຈີ່ນຮົ່ງຮ່າ ໄດ້ຕີລາຄາສູງການເຄື່ອນໄຫວຢ່າງຟົດຟື້ນ, ຮອບດ້ານຂອງສະຖານທູດອີຕາລີ ປະຈຳ ຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຂະແໜງການອຸດສາຫະກໍາຕໍ່ກຳປັ່ນ, ພິເສດແມ່ນບັນດາທ້ອງຖິ່ນແຄມທະເລ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ແລະທ່ານເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ Marco Della Seta. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຕີລາຄາບັນດາຜະລິດຕະພັນກຳປັ່ນເຕັກໂນໂລຊີສູງຂອງກຸ່ມບໍລິສັດ Fincantieri ບໍ່ພຽງແຕ່ເໝາະສົມກັບຕະຫຼາດຫວຽດນາມ ເທົ່ານັ້ນ ຫາກຍັງຕອບສະໜອງຄວາມຕ້ອງການຂອງທົ່ວໂລກ. ລັດຖະບານຫວຽດນາມ ສະໜັບສະໜູນບັນດາໂຄງການຮ່ວມມືຕໍ່ກຳປັ່ນເຕັກໂນໂລຊີສູງ ແລະຈະໜູນຊ່ວຍຫຼາຍທີ່ສຸດ, ມີປະສິດທິຜົນ ແລະວ່ອງໄວ ແນໃສ່ຜັນຂະຫຍາຍບັນດາໂຄງການຂອງກຸ່ມບໍລິສັດ ກໍ່ຄືບັນດາວິສາຫະກິດຕ່າງປະເທດ, ປາດຖະໜາຢາກສະໜິດຕິດພັນ ແລະພັດທະນາຂະແໜງຕໍ່ກຳປັ່ນເຕັກໂນໂລຊີສູງ, ສີຂຽວ, ສະອາດ, ຍືນຍົງຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ໃສ່ໃຈບັນດາບັນຫາການວາງແຜນທ້ອງຖິ່ນ, ປົກປັກຮັກສາສິ່ງແວດລ້ອມ ແລະຄັດເລືອກທີ່ຕັ້ງທີ່ເໝາະສົມ, ແນໃສ່ທັງພັດທະນາຂະແໜງອຸດສາຫະກຳຕໍ່ກຳປັ່ນ, ທັງຮັກສາກໍານົດທິດທ່ອງທ່ຽວສີຂຽວ, ສະອາດ; ຜ່ານນັ້ນ, ເປີດກາລະໂອກາດຮ່ວມມືໄລຍະຍາວລະຫວ່າງວິສາຫະກິດອີຕາລີ ແລະຫວຽດນາມ ໃນຂົງເຂດຕໍ່ກຳປັ່ນເຕັກໂນໂລຊີສູງ, ປະກອບສ່ວນພັດທະນາເສດຖະກິດທະເລແບບຍືນຍົງ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຕ້ອນຮັບທ່ານເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ Marco Della Seta ແລະການນຳກຸ່ມບໍລິສັດ Fincantieri. ພາບ: ສໍານັກຂ່າວສານຫວຽດນາມ

ຂອບໃຈທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ອີຕາລີ ແລະຜູ້ຕາງໜ້າກຸ່ມບໍລິສັດ Fincantieri ໃຫ້ຮູ້ວ່າ ວິສາຫະກິດມີພາລະກອນ 20.000 ຄົນ, ເຄື່ອນໄຫວໃນຂົງເຂດຕໍ່ກໍາປັ່ນ, ອອກແບບ ແລະສ້ອມແປງ. ຢູ່ຫວຽດນາມ, ກຸ່ມບໍລິສັດ Fincantieri ພວມເຄື່ອນໄຫວຕໍ່ກຳປັ່ນ VARD ຫວູງເຕົ່າ ໃນການອອກແບບ ແລະຕໍ່ກຳປັ່ນພິເສດຢູ່ໄກຝັ່ງ.

ການນຳກຸ່ມບໍລິສັດ Fincantieri ປາດຖະໜາຢາກສືບຕໍ່ເປີດກວ້າງຄວາມສາມາດໃນການຜະລິດ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຕໍ່ກຳປັ່ນຮັບໃຊ້ບັນດາຂົງເຂດຈຸດສຸມ, ຄື: ການກໍ່ສ້າງໄຟຟ້າໃຊ້ພະລັງແຮງລົມນອກຝັ່ງ ແລະກໍາປັ່ນສະເພາະໃຫ້ຂະແໜງນ້ຳມັນອາຍແກັສ...

ເນື່ອງໃນໂອກາດນີ້, ຕາງໜ້າການນຳຂອງກຸ່ມບໍລິສັດ Fincantieri, ທ່ານເອກອັກຄະລັດຖະທູດ Marco Della Seta ໄດ້ມອບເງິນໜູນຊ່ວຍໃຫ້ບັນດາທ້ອງຖິ່ນຖືກຜົນສະທ້ອນຍ້ອນພາຍຸ, ນ້ຳຖ້ວມ ຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ໂດຍ: ໄຊນີດາ