ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ໂປໂລຍ
ກປ.ອອນໄລ - ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Krzysztof Gawkowski ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງດີຈີຕອນ ສ.ໂປໂລຍ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມພິທີເປີດການເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ) ດໍາເນີນຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 25-26 ຕຸລາ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຕີລາຄາສູງ ແລະຂອບໃຈທ່ານຮອງນາຍົກລັດຖະມົນຕີ Krzysztof Gawkowski ແລະຄະນະຜູ້ແທນຂັ້ນສູງໂປໂລຍ ທີ່ມາຫວຽດນາມ ເຂົ້າຮ່ວມພິທີເຊັນສົນທິສັນຍາຮ່າໂນ້ຍ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງພິທີເຊັນສົນທິສັນຍາ ແລະຄວາມມານະພະຍາຍາມລວມຂອງ ສປຊ ແລະບັນດາປະເທດສະມາຊິກໃນການສ້າງກອບນິຕິກໍາໃໝ່ ປັບປຸງຂົງເຂດການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.
    |
 |
|
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Krzysztof Gawkowski ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງດີຈີຕອນ ສ.ໂປໂລຍ. ພາບ: VGP |
ສ່ວນທ່ານຮອງນາຍົກລັດຖະມົນຕີ Krzysztof Gawkowski ໄດ້ຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ, ຜ່ານນັ້ນຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ໃນການເຂົ້າຮ່ວມການແກ້ໄຂບັນຫາທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ Krzysztof Gawkowski ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໂປໂລຍ ຢູ່ອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດຢ່າງແຮງ.
ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ກໍ່ຄືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ; ສະເໜີສອງຝ່າຍຍູ້ແຮງການຮ່ວມມືດ້ານການຄ້າ ແລະການລົງທຶນດ້ວຍການຕັ້ງໜ້າປະຕິບັດກົນໄກປຶກສາຫາລືການຮ່ວມມືດ້ານເສດຖະກິດສອງຝ່າຍ ກໍ່ຄືກຸ່ມປະຕິບັດງານຊຸກຍູ້ການຮ່ວມມືດ້ານກະສິກຳກວ່າອີກ.
ໂດຍ: ເຈິ່ນຮວ່ຽນ