ບັນດາຄວາມຄິດເຫັນທີ່ໄດ້ຮັບຮູ້ຢູ່ກອງປະຊຸມເຈລະຈາສາກົນ “35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເວເນຊູເອລາ: ສະພາບຕົວຈິງ ແລະແງ່ຫວັງ” ໂດຍສະຖາບັນຄົ້ນຄ້ວາທະວີບອາເມລິກາ (ສະພາມະຫາບັນດິດວິທະຍາສາດ-ສັງຄົມຫວຽດນາມ) ສົມທົບກັບສະຖານທູດສາທາລະນະລັດ Bolivar ເວເນຊູເອລາ ປະຈຳຫວຽດນາມ ຈັດຕັ້ງໃນວັນທີ 29 ສິງຫາ.

ທ່ານ ຫວູຈຸງມິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສາທາລະນະລັດ Bolivar ເວເນຊູເອລາ:

ໝູນໃຊ້ກາລະໂອກາດຈາກເຂດເສດຖະກິດພິເສດ ເວເນຊູເອລາ

ທາງດ້ານເສດຖະກິດ, ໂຄງປະກອບສິນຄ້າຂອງຫວຽດນາມ ແລະເວເນຊູເອລາ ບໍ່ມີການແກ່ງແຍ້ງໂດຍກົງຫຼາຍ. ຫວຽດນາມ ມີທ່າແຮງກ່ຽວກັບຜະລິດຕະພັນກະເສດ, ຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຢາງພາລາ, ເຄື່ອງອາໄຫຼ່, ອຸປະກອນເອເລັກໂຕນິກ. ໃນຂະນະນັ້ນ, ເວເນຊູເອລາ ມີທ່າໄດ້ປຽບໃນການຂຸດຄົ້ນບໍ່ແຮ່, ນ້ໍາມັນ, ການພັດທະນາການຜະລິດກະສິກໍາ ...

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູຈຸງມິ້ ເຂົ້າຮ່ວມການເຈລະຈາສາກົນທາງອອນລາຍ. ພາບ: ແທ່ງລວນ

ໃນສະພາບທີ່ຕ່ອງໂສ້ການສະໜອງທົ່ວໂລກສືບຕໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ເວເນຊູເອລາ ດ້ວຍຈຳນວນປະຊາກອນປະມານ 30 ລ້ານຄົນ ຈະແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ສິນຄ້າຂອງບັນດາວິສາຫະກິດຫວຽດນາມ.

ເວເນຊູເອລາ ມີແຫຼ່ງຊັບພະຍາກອນທໍາມະຊາດອຸດົມສົມບູນ, ສະພາບອາກາດອຳນວຍຄວາມສະດວກ ແລະຈຸດທີ່ຕັ້ງພູມສາດຍຸດທະສາດ, ເປັນປະຕູໄປສູ່ເຂດ Caribe, ເຂດອາເມລິກາກາງ ແລະອາເມລິກາໃຕ້. ໃນເດືອນສິງຫາ 2023, ເວເນຊູເອລາ ໄດ້ສ້າງຕັ້ງ 5 ເຂດເສດຖະກິດພິເສດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດຫວຽດນາມ ໃນການກໍ່ສ້າງພື້ນຖານຜະລິດ ແລະດຳເນີນທຸລະກິດ, ຮັບໃຊ້ບໍ່ພຽງແຕ່ຕະຫຼາດເວເນຊູເອລາ ເທົ່ານັ້ນ ຫາກທັງທົ່ວພາກພື້ນອີກດ້ວຍ.

ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ຍູ້ແຮງການພົວພັນດ້ານເສດຖະກິດ-ການຄ້າ ແລະການລົງທຶນໃຫ້ເໝາະສົມກັບການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ດີງາມລະຫວ່າງຫວຽດນາມ ແລະເວເນຊູເອລາ. ບັນດາກະຊວງ, ຂະແໜງການ ແລະວິສາຫະກິດ 2 ຝ່າຍຕ້ອງຊອກຫາແບບວິທີຮ່ວມມືໃໝ່, ອາດສາມາດເປັນໄປໄດ້, ນຳຜົນປະໂຫຍດໃຫ້ທັງສອງປະເທດ, ພິເສດແມ່ນສ້າງບາດກ້າວບຸກທະລຸ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີການສົມທົບກັນຢ່າງແໜ້ນແຟ້ນ ແລະຄົບຊຸດໃນການຜັນຂະຫຍາຍ ບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມ.

ສອງຝ່າຍກໍ່ຕ້ອງສົມທົບກັນດຳເນີນບັນດາໂຄງການຮ່ວມມືໃນຂົງເຂດນ້ຳມັນອາຍແກດຄືນໃໝ່, ເຊິ່ງເປັນ “ສິ່ງທີ່ຄົງຄ້າງ” ໃນການພົວພັນເສດຖະກິດການຄ້າໄລຍະຜ່ານມາ. ການຮ່ວມມືພົວພັນຕ່າງປະເທດລະຫວ່າງບັນດາທ້ອງຖິ່ນ, ກໍ່ຄືການພົບປະແລກປ່ຽນປະຊາຊົນ ແລະໂຄສະນະດ້ານວັດທະນະທຳຕ້ອງໄດ້ຮັບການຍູ້ແຮງຕື່ມອີກ.

ທ່ານນາງ ປອ ໂລ້ກທິຖຸ໊ຍ, ນັກຊ່ຽວຊານທີ່ປຶກສາຍຸດທະສາດສະຖາບັນຄົ້ນຄວ້າທະວີບອາເມລິກາ (ສະພາມະຫາບັນດິດວິທະຍາສາດ-ສັງຄົມຫວຽດນາມ):

ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຊ່ວຍໃຫ້ຫວຽດນາມ ຫັນປ່ຽນໂຄງປະກອບເສດຖະກິດ

leftcenterrightdel
ທ່ານນາງ ປອ ໂລ້ກທິຖຸ໊ຍ, ນັກຊ່ຽວຊານທີ່ປຶກສາຍຸດທະສາດສະຖາບັນທະວີບອາເມລິກາ (ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ). ພາບ: ແທ່ງລວນ

ເວເນຊູເອລາ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍກ່ຽວກັບພະລັງງານ, ແຮ່ທາດ ແລະຊັບພະຍາກອນທຳມະຊາດ, ເຊິ່ງສາມາດຊ່ວຍຫວຽດນາມ ຫັນປ່ຽນໂຄງປະກອບເສດຖະກິດ, ຈາກການຂຶ້ນກັບພະລັງງານທີ່ມີຢູ່ແລ້ວໄປສູ່ພະລັງງານສະອາດເຊັ່ນ: cobalt, lithium ແລະທອງ. ຕ້ອງຖືການຮ່ວມມືດ້ານກະສິກຳ ແລະການຜະລິດສິນຄ້າອຸປະໂພກແມ່ນບຸລິມະສິດຕົ້ນຕໍ, ພິເສດແມ່ນເມື່ອ ເວເນຊູເອລາ ມີປະຊາກອນໜຸ່ມ, ດ້ວຍ70% ຂອງປະຊາກອນທີ່ມີອາຍຸຕ່ຳກວ່າ 40 ປີ.

ສຳລັບ ເວເນຊູເອລາ, ການຮ່ວມມືກັບ ຫວຽດນາມ ຈະເປີດກວ້າງການພົວພັນດ້ານການຄ້າ ແລະການລົງທຶນໄປຍັງອາຊີຕາເວັນອອກສ່ຽງໃຕ້ ແລະອາຊຽນ, ພ້ອມທັງຊຸກຍູ້ວິວັດການເຈລະຈາເພື່ອເຂົ້າເປັນສະມາຊິກຂອງບັນດາສັນຍາການຄ້າ, ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ໂດຍສະເພາະແມ່ນ ເວເນຊູເອລາ ມີການພົວພັນທີ່ດີກັບ ຈີນ ແລະຍີ່ປຸ່ນ.

ເພື່ອຊຸກຍູ້ການພົວພັນທາງການທູດກັບ ເວເນຊູເອລາ, ຫວຽດນາມ ຕ້ອງຮັກສາການຢ້ຽມຢາມຂັ້ນສູງລະຫວ່າງການນຳຂອງສອງປະເທດ, ພ້ອມທັງເພີ່ມທະວີການແລກປ່ຽນດ້ານທິດສະດີກັບພັກ PSUV ແລະລັດຖະບານຂອງທ່ານປະທານາທິບໍດີ Maduro. ເມື່ອເຂົ້າໃຈຢ່າງຈະແຈ້ງວັດທະນະທຳ ແລະຈີນ ຕະນາການຂອງຊາວ ເວເນຊູເອລາ ຈະຊ່ວຍບັນດາວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນຢ່າງມີປະສິດທິຜົນ, ຫຼີກເວັ້ນການລົງທຶນບໍ່ມີຍຸດທະສາດ.

ທ່ານນາງ ປອ ໂງກ່ຽວແອວງ ນັກຊ່ຽວຊານການທ່ອງທ່ຽວກະສິກຳ, ຊົນນະບົດ:

ພັດທະນາກະສິກຳອິນຊີ - ທິດທາງແບບຍືນຍົງໃຫ້ແກ່ການຮ່ວມມື ຫວຽດນາມ-ເວເນຊູເອລາ

leftcenterrightdel
ທ່ານນາງ ປອ ໂງກ່ຽວແອວງ ນັກຊ່ຽວຊານການທ່ອງທ່ຽວກະສິກຳ, ຊົນນະບົດ. ພາບ: ແທ່ງລວນ

ເວເນຊູເອລາ ມີເງື່ອນໄຂທາງທຳມະຊາດທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາກະສິກຳອິນຊີ ແລະການທ່ອງທ່ຽວຊົນນະບົດ. ຫວຽດນາມ ສາມາດໜູນຊ່ວຍເວເນຊູເອລາ ໃນການປູກເຂົ້າອິນຊີ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ ຫາກຍັງສາມາດສົ່ງອອກໄປຍັງບັນດາປະເທດ ອາເມລິກາລາຕິນ ອີກດ້ວຍ.

ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໜຶ່ງອີກນັ້ນແມ່ນການຄົ້ນຄວ້າ ແລະນໍາໃຊ້ຜັກຕົບໃບມອນໃນກະສິກໍາ. ຜັກຕົບໃບມອນສາມາດນຳໃຊ້ເປັນຝຸ່ນຊີວະສາດ, ຊ່ວຍເພີ່ມທະວີປະສິດທິພາບເຂົ້າ ແລະປັບປຸງສະພາບ ແວດລ້ອມຂອງນ້ຳໃນເຂດປູກເຂົ້າ. ນອກຈາກນັ້ນ, ມັນ ຍັງສາມາດນໍາໃຊ້ເປັນອາຫານສັດ, ທາດເຮັດໃຫ້ນໍ້າສະອາດ ແລະໃນການຜະລິດຢາ. ການຮ່ວມມືໃນການແລກປ່ຽນບົດຮຽນປະສົບການ ແລະເຕັກໂນໂລຢີລະຫວ່າງຫວຽດນາມ ແລະເວເນຊູເອລາ ໃນຂົງເຂດນີ້ສາມາດນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ທັງ 2 ຝ່າຍ, ພ້ອມທັງປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຫຼຸດຜ່ອນອາຍພິດເຮືອນແກ້ວ ແລະປົກປັກຮັກສາສິ່ງແວດລ້ອມ.

ໂດຍ: ທະນາພອນ