ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Hewei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Hewei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ຫ໋າຍມີງ

ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ສະເໜີສອງຝ່າຍສະຫງວນບຸລິມະສິດສູງໃຫ້ແກ່ການຮ່ວມມືທາງລົດໄຟ, ຮັບປະກັນການກໍ່ສ້າງເສັ້ນທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ໃນປີ 2025; ລົງນາມອະນຸສັນຍາເປີດປະຕູຕະຫຼາດໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ໂດຍໄວ; ເປີດກວ້າງຮູບແບບດ່ານຊາຍແດນອັດສະລິຍະ; ເພີ່ມທະວີການຮ່ວມມືທ້ອງຖິ່ນ ແລະຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນປະຊາຊົນເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີສອງຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດກ່ຽວກັບການຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນ, ແກ້ໄຂບັນດາບັນຫາຢູ່ທະເລໃຫ້ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເປັນຢ່າງດີ.

ສ່ວນທ່ານ Hewei ຖືວ່າ ປີ 2025 ເປັນຂີດໝາຍແຫ່ງການພັດທະນາອັນດີງາມຂອງການພົວພັນ ຈີນ-ຫວຽດນາມ, ເປັນຕົ້ນແມ່ນພາຍຫຼັງການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ. ທ່ານເອກອັກຄະລັດຖະທູດ ຢືນຢັນຈະມານະພະຍາຍາມສົມທົບກັນຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນເປັນຢ່າງດີ, ປະກອບສ່ວນສ້າງປະຊາຄົມແບ່ງປັນໃນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດໃຫ້ພັດທະນາເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ