ກ່າວຄຳເຫັນທີ່ການເຈລະຈາຂັ້ນສູງກ່ຽວກັບການຄ້າໃນຂອບເຂດ NEF, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ເນັ້ນໜັກວ່າ ໃນສະພາບການໂລກທີ່ສັບສົນ ແລະຜັນແປຢ່າງວ່ອງໄວ, ຫວຽດນາມ ໃຫ້ບຸລິມະສິດເພີ່ມທະວີຄວາມສາມາດປັບຕົວຂອງພື້ນຖານເສດຖະກິດ, ສ້າງຮູບແບບເຕີບໂຕໃໝ່ອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນປ່ຽນດີຈີຕອນ; ພ້ອມທັງຢືນຢັນວ່າ ຫວຽດນາມ ຢຶດໝັ້ນເປີດປະຕູ ແລະສະໜັບສະໜູນລະບົບການຄ້າເສລີ, ຍຸຕິທຳ, ອີງໃສ່ລະບຽບກົດໝາຍ, ສືບຕໍ່ຍູ້ແຮງຫັນການພົວພັນຄູ່ຮ່ວມມື ແລະຕະຫຼາດເປັນຫຼາຍຮູບຫຼາຍແບບ.

leftcenterrightdel
ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ແລະຄະນະໄດ້ຖ່າຍຮູບກັບການນຳ Bloomberg Media. ພາບ: ກະຊວງການຕ່າງປະເທດຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ພົບປະກັບທ່ານ Rica Manuel Tovar Rivera ລັດຖະມົນຕີກະຊວງການຄ້າຕ່າງປະເທດ ກົດສະຕາຣິກາ; ທ່ານ Michael Bloomberg ຜູ້ກໍ່ຕັ້ງ Bloomberg ແລະທ່ານນາງ Sunita Rajan ຜູ້ອໍານວນການບໍລິຫານ Bloomberg Media ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ພົບປະກັບການນຳສິງກະໂປ: ທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ; ທ່ານ Desmond Choo ຮອງລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ, ສະມາຊິກພັກພັກກະທໍາປະຊາຊົນ (PAP)...

* ທີ່ NEF 2025 ດ້ວຍຫົວຂໍ້ “ບືນຕົວຂຶ້ນໃນສັງກາດຈັດໂພດ”, ບັນດາຜູ້ແທນເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລືກ່ຽວກັບແງ່ຫວັງການເຕີບໂຕທົ່ວໂລກ; ຕີລາຄາການປັບປຸງການເຄື່ອນໄຫວດ້ານການຄ້າ ແລະການລົງທຶນສາກົນໃນສະພາບການແກ້ງແຍ້ງດ້ານພູມສາດການເມືອງ, ຄວາມບໍ່ໝັ້ນຄົງດ້ານການເງິນ-ເງິນຕາ ແລະໜີ້ສາທາລະນະເພີ່ມຂຶ້ນ; ເນັ້ນໜັກວ່າ ສານບັນດາພື້ນຖານເສດຖະກິດຂະໜາດນ້ອຍຄວນສືບຕໍ່ນະໂຍບາຍເປີດປະຕູ, ຍູ້ແຮງຫັນການພົວພັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບຜ່ານສັນຍາການຄ້າເສລີສະບັບໃໝ່, ສວຍໃຊ້ກາລະໂອກາດຂອງການປະຕິວັດວິທະຍາສາດ, ເຕັກໂນໂລຢີຢ່າງສຸດຂີດ...

ໂດຍ: ເຈິ່ນຮວ່ຽນ