ຊຸກຍູ້ການຮ່ວມມືໃນຂົງເຂດການເດີນທະເລລະຫວ່າງຫວຽດນາມ ແລະເກຼັກ
ກປ.ອອນໄລ - ຕອນທ່ຽງວັນທີ 10 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Gabriel Petris, ຫົວໜ້າກົງສູນກິດຕິມະສັກ ຫວຽດນາມປະຈຳ Piraeus (ເກຼັກ), ປະທານກຸ່ມບໍລິສັດພະລັງງານ Aerius.
ທີ່ການຕ້ອນຮັບ, ທ່ານ ຫງວຽນດຶກຫາຍ ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະສະພາບການຕົວຈິງຂອງການພັດທະນາຂອງ ເກຼັກ ໃນຂົງເຂດການຂົນສົ່ງທາງທະເລ ແລະຕໍ່ກໍາປັ່ນ. ເກຼັກ ແມ່ນໜຶ່ງໃນບັນດາປະເທດທີ່ມີການເຄື່ອນໄຫວ ແລະລາຍຮັບຫຼາຍທີ່ສຸດໃນຂົງເຂດການຂົນສົ່ງທາງທະເລໃນໂລກ.
    |
 |
|
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ຕ້ອນຮັບທ່ານ Gabriel Petris ຫົວໜ້າກົງສູນກິດຕິມະສັກຫວຽດນາມ ປະຈຳ Piraeus (ເກຼັກ). ພາບ: quochoi.vn |
ຊົມເຊີຍຄຳເຫັນຂອງທ່ານ Gabriel Petris ສໍາລັບຂະແໜງອຸດສາຫະກຳຕໍ່ກໍາປັ່ນ ແລະການຂົນສົ່ງທາງທະເລຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ສະແດງຄວາມປາດຖະໜາວ່າ ບັນດາການເຄື່ອນໄຫວຮ່ວມມືລະຫວ່າງການນຳກຸ່ມບໍລິສັດພະລັງງານ Aerius ແລະຄູ່ຮ່ວມມືຫວຽດນາມ ຈະເຂົ້າສູ່ການປະຕິບັດໂດຍໄວ. ການເດີນທະເລ ກໍ່ແມ່ນຂົງເຂດທີ່ສອງປະເທດມີທ່າແຂງ ແລະມີຄວາມຕ້ອງການຮ່ວມມືພັດທະນາສູງ. ທ່ານຮອງປະທານສະພາແຫ່ງຊາດ ຫວັງວ່າທ່ານ Gabriel Petris ຈະສືບຕໍ່ຊອກຮູ້ກາລະໂອກາດລົງທຶນ ແລະຮ່ວມມື ຢູ່ ຫາຍຟອງ ກໍ່ຄືກັບຫຼາຍທ້ອງຖິ່ນອື່ນໆຂອງຫວຽດນາມ.
ສ່ວນທ່ານ Gabriel Petris ສະແດງຄວາມເອກອ້າງທະນົງໃຈຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເກຼັກ ທີ່ນັບມື້ນັບພັດທະນາຢ່າງດີງາມ, ທ່ານ Gabriel Petris ໄດ້ຕີລາຄາສູງຕໍ່ຜົນງານການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ເປັນຕົ້ນແມ່ນໃນຂົງເຂດການເດີນທະເລເມື່ອເສີມຂະຫຍາຍທ່າໄດ້ປຽບຂອງຊາຍຝັ່ງທະເລທີ່ຍາວ.
ທ່ານ Gabriel Petris ກໍ່ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນສອງປະເທດໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ ຈາກການເມືອງ, ເສດຖະກິດ, ການຄ້າ ຕະຫຼອດຮອດສາທາລະນະສຸກ, ການສຶກສາ ແລະວັດທະນະທຳ.
ໂດຍ: ຈາງຫງວຽນ