ທະຫານຊາຍແດນຫວຽດນາມ-ລາວ ລາດຕະເວນສອງຝ່າຍປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ
ກປ.ອອນໄລ - ວັນທີ 18 ພະຈິກ, ຄ້າຍທະຫານຊາຍແດນ ມີລີ (ທະຫານຊາຍແດນແຂວງເງະອານ) ສົມທົບກັບກອງຮ້ອຍທະຫານຊາຍແດນ 217 (ກອງບັນຊາການທະຫານແຂວງຫົວພັນ, ລາວ) ຈັດຕ້ັງການລາດຕະເວນສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ.
ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ກວດກາທົ່ວລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢູ່ຕອນຊາຍແດນໄດ້ຮັບການຄຸ້ມຄອງ. ໝາກຜົນສະແດງໃຫ້ເຫັນວ່າ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນຍັງຄົງຮັກສາສະພາບເດີມ, ບໍ່ພົບເຫັນການລະເມີດໃດ.
    |
 |
|
ຫົວໜ້າສອງຄະນະແລກປ່ຽນຂໍ້ມູນທີ່ຫຼັກໝາຍ ເລກທີ 395. ພາບ: qdnd.vn |
    |
 |
|
ພິທີທີ່ສອງຄະນະປະຕິບັດຢູ່ຫຼັກໝາຍຊາຍແດນ. ພາບ: qdnd.vn |
ໃນການລາດຕະເວນ, ສອງຝ່າຍໄດ້ສົມທົບກັບຄະນະຄຸ້ມຄອງບ້ານຍອດເລີດຝ່າຍຫວຽດນາມ ແລະບ້ານຫ້ວຍປາຝ່າຍລາວໄດ້ພົບກັບທີມງານກໍ່ສ້າງເສັ້ນຊາຍແດນຝ່າຍລາວ, ເພື່ອໂຄສະນາເຜີຍແຜ່ປະຕິບັດສົນທິສັນຍາ, ລະບຽບການຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ.
    |
 |
|
ຄ້າຍທະຫານຊາຍແດນ ມີລີ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 217 (ລາວ). ພາບ: qdnd.vn |
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ເຊັນບົດບັນທຶກການລາດຕະເວນສອງຝ່າຍ, ຢັ້ງຢືນຄວາມຕັດສິນໃຈສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ສອງຝ່າຍເຫັນດີເປັນເອກພາບວ່າ, ສະຖານທີ່ຈັດຕັ້ງການລາດຕະເວນໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນ ມີລີ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 217 (ລາວ).
ໂດຍ: ໄຊນີດາ