ຄະນະປະຕິບັດງານທະຫານເຂດ 1 ເດີນທາງໄປຮອດປະເທດລາວ ເພື່ອສະແດງສິລະປະ
ກປ.ອອນໄລ - ວັນທີ 18 ພະຈິກ, ຄະນະປະຕິບັດງານທະຫານເຂດ 1 ນໍາໂດຍທ່ານພັນເອກພິເສດ ນົງຕ໋ຽນຢຸງ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 1 ໄດ້ເດີນທາງໄປຮອດປະເທດລາວ ເພື່ອປະຕິບັດໜ້າທີ່ສະແດງສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (2-12-1975/2-12-2025).
    |
 |
|
ທ່ານພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ມອບຊໍ່ດອກໄມ້ອວຍພອນ ແລະຕ້ອນຮັບຄະນະ ກ່ອນທີ່ຄະນະສືບຕໍ່ເດີນທາງໄປຮອດນະຄອນຫຼວງວຽງຈັນ. ພາບ: qdnd.vn |
ກ່າວຄຳເຫັນກ່ອນທີ່ເດີນທາງ, ທ່ານພັນເອກພິເສດ ນົງຕ໋ຽນຢຸງ ເນັ້ນໜັກວ່າ: “ການໄປປະຕິບັດງານຄັ້ງນີ້ແມ່ນໜ້າທີ່ການເມືອງອັນສຳຄັນ, ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງກອງທັບສອງປະເທດຫວຽດນາມ-ລາວ. ພະນັກງານ, ນັກສິລະປິນຂອງຄະນະສິລະປະກອນທະຫານເຂດ 1 ຈະນຳມາໃຫ້ປະເທດເພື່ອນບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນພາບພົດນັກຮົບກອງທັບປະຊາຊົນຫວຽດນາມ ມະນຸດສະທໍາ, ມີລະບຽບວິໄນ, ປະດິດຄິດສ້າງ; ພ້ອມທັງສະແດງໃຫ້ເຫັນອາລົມຈິດທີ່ຈິງໃຈ, ຄວາມເຄົາລົບນັບຖືຂອງທະຫານເຂດ 1 ທີ່ມີຕໍ່ປະເທດ ແລະປະຊາຊົນລາວອ້າຍນ້ອງ”.
    |
 |
|
ທ່ານພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ຕ້ອນຮັບຄະນະປະຕິບັດງານທະຫານເຂດ 1 ທີ່ນະຄອນຫຼວງວຽງຈັນ. ພາບ: qdnd.vn |
ຕ້ອນຮັບຄະນະ ທີ່ນະຄອນຫຼວງວຽງຈັນ, ທ່ານພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະສິລະປະກອນທະຫານເຂດ 1 ມາສະແດງສິລະປະຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງວັນຊາດ ລາວ ແລະບັນດາເຫດການພົວພັນຕ່າງປະເທດສຳຄັນຂອງປະເທດເພື່ອນ. ທ່ານພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຢືນຢັນວ່າ, ການສະແດງສິລະປະບໍ່ພຽງແຕ່ມີຄວາມໝາຍດ້ານວັດທະນະທຳ, ຈິດໃຈເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວການທູດປ້ອງກັນຊາດທີ່ມີຄວາມໝາຍແທດຈິງ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.
    |
 |
|
ຄະນະປະຕິບັດງານທະຫານເຂດ 1 ພ້ອມດ້ວຍພະນັກງານ, ນັກຮົບກອງທັບປະຊາຊົນລາວ ທີ່ດ່ານຊາຍແດນເກົ່າແຈວ (ແຂວງຮ່າຕິ໊ງ). ພາບ: qdnd.vn |
ຕາມແຜນການແລ້ວ, ຄະນະສິລະປະກອນທະຫານເຂດ 1 ຈະເຂົ້າຮ່ວມຫຼາຍລາຍການສະແດງສິລະປະ ແລະພົບປະແລກປ່ຽນກັບບັນດາກົມກອງຂຶ້ນກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ສະແດງບັນດາລາຍການທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ, ແຜ່ຂະຫຍາຍພາບພົດທີ່ສວຍງາມຂອງທະຫານລຸງໂຮ່ ແລະອາລົມຈິດຄວາມຮັກແພງຂອງພະນັກງານ, ນັກຮົບທະຫານເຂດ 1 ທີ່ມີຕໍ່ກັບປະຊາຊົນລາວ.
ໂດຍ: ທູຈາງ