ເຫດໄຟໄໝ້ເກີດຂຶ້ນຢູ່ເຂດງານວາງສະແດງ ໄດ້ເຮັດໃຫ້ຜູ້ແທນນັບພັນຄົນຕ້ອງຍົກຍ້າຍອອກໄປ. ເຫດການນີ້ໄດ້ເຮັດໃຫ້ກອງປະຊຸມບັນລຸໄດ້ຄວາມຄືບໜ້າກ່ຽວ ກັບການເພີ່ມແຫຼ່ງການເງິນດ້ານດິນຟ້າອາກາດ ກໍ່ຄືວາງອອກວິວັດການຫຼຸດຜ່ອນການນຳໃຊ້ເຊື້ອເພີງຟອກຊິວ ບໍ່ສາມາດຕົກລົງຕາມເວລາທີ່ໄດ້ກຳນົດແມ່ນວັນທີ 20 ພະຈິກ.

ຄາດວ່າບັນດາຮອບເຈລະຈາພຽງແຕ່ໄດ້ຮັບການເຊື່ອມຕໍ່ຄືນໃນຕອນເຊົ້າວັນທີ 21 ພະຈິກ, ຕາມເວລາທ້ອງຖິ່ນ. ນອກຈາກການພາດກຳນົດເວລາບັນລຸໄດ້ຂໍ້ຕົກລົງ, ກອງປະຊຸມກໍ່ສືບຕໍ່ປະເຊີນໜ້າກັບຄວາມບໍ່ລົງລອຍກັນໃຫຍ່ສອງຢ່າງນັ້ນແມ່ນ: ອະນາຄົດຂອງເຊື້ອເພີງຟອກຊິວ ແລະ ບັນດາຄຳໝັ້ນສັນຍາທາງການເງິນໃຫ້ແກ່ປະເທດທີ່ມີຄວາມສ່ຽງສູງກວ່າໝູ່.

ແຫຼ່ງຄັດຈາກ: vovworld.vn