ງານຕະຫຼາດນັດ ໂດຍກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະການຄ້າລາວ ສົມທົບກັນຈັດຕັ້ງ.

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນເປີດພິທີ. ເຂົ້າຮ່ວມພິທີເປີດຍັງມີທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ; ທ່ານພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ຜູ້ຕາງໜ້າການນໍາກະຊວງອຸດສາຫະກໍາ ແລະການຄ້າ, ບັນດາກະຊວງ, ຂະແໜງການສອງປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະ ທ່ານພົນໂທ ວົງສອນ ອິນປານພິມ ພ້ອມດ້ວຍຜູ້ແທນຢ້ຽມຊົມຮ້ານສາງສະແດງ ຢູ່ງານຕະຫຼາດນັດ. ພາບ: ງອັກທື

ກ່າວຄໍາເຫັນເປີດງານຕະຫຼາດນັດ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ  ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025 ແມ່ນໜຶ່ງໃນບັນດາກິດຈະກຳເຄື່ອນໄຫວດ້ານການເມືອງ-ສັງຄົມທີ່ມີຂະໜາດໃຫຍ່, ແມ່ນກິດຈະກຳເຄື່ອນໄຫວທີ່ແທດຈິງຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2-12-1975 / 2-12-2025).  ນີ້ກໍ່ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ເວົ້າລວມ ແລະວິສາຫະກິດກອງທັບຫວຽດນາມ ເວົ້າສະເພາະ ມີໂອກາດຕື່ມໃນການແລກປ່ຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກວ້າງການພົວພັນການຄ້າກັບວິສາຫະກິດລາວ ແລະວິສາຫະກິດກອງທັບລາວ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນສອງປະເທດ ແລະພາກພື້ນອາຊຽນ.

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເຊື່ອໝັ້ນວ່າ ງານຕະຫຼາດນັດຈະສ້າງເງື່ອນໄຂເພື່ອຊຸກຍູ້ສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຢ່າງແຂງແຮງກວ່າ, ປັບປຸງການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອ, ເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດການປະຕິວັດ ແລະຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະລາວ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ທ່ານພົນໂທ ວົງສອນ ອິນປານພິມ ພ້ອມດ້ວຍບັນດາຜູ້ແທນຢ້ຽມຊົມເຂດວາງສະແດງສິນຄ້າຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ. ພາບ:​ ງອັກທື

ທີ່ພິທີເປີດ, ທ່ານພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ກັບສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ; ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະມີປະສິດທິຜົນ ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນ ຫວຽດນາມ ສະຫງວນໃຫ້ລາວ.

ທ່ານພົນໂທ ວົງສອນ ອິນປານພິມ ໄດ້ຕີລາຄາສູງຄວາມໝາຍສໍາຄັນຂອງງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ  ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025; ເຊື່ອໝັ້ນວ່າ ງານຕະຫຼາດນັດຈະສ້າງກາລະໂອກາດເພື່ອໃຫ້ວິສາຫະກິດຂອງສອງປະເທດ ພົບປະແລກປ່ຽນ ແລະຊອກຫາໂອກາດເປີດກວ້າງການພົວພັນການຄ້າ, ການຮ່ວມມື.

ໃນໂອກາດນີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ; ມອບຄອມພິວເຕີ 30 ຊຸດ ແລະເຄື່ອງພິມ 10 ໜ່ວຍ ໃຫ້ແກ່ອົງການຕ່າງໆຂອງກະຊວງປ້ອງກັນປະເທດລາວ; ຍ້ອງຍໍຊົມເຊີຍບາງກົມກອງທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ການເຄື່ອນໄຫວຮັບປະກັນຊີວິດສັງຄົມ ຢູ່ລາວ.

ງານຕະຫຼາດນັດ ເຊື່ອມຈອດການພົວພັນການຄ້າ  ແລະເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025 ຈະດໍາເນີນແຕ່ວັນທີ 20 ຫາວັນທີ 23 ພະຈິກ ທີ່ສູນການຄ້າລາວ ໄອເຕັກ, ນະຄອນຫຼວງວຽງຈັນ.

ໂດຍ: ໄຊນີດາ