ໂດຍດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມໃນຫຼາຍຂົງເຂດ, ເປັນຕົ້ນແມ່ນພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຢ້ຽມຢາມເປັນການຢັ້ງຢືນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ແໜ້ນແຟ້ນ, ການຮ່ວມມືຮອບດ້ານ ແລະມີປະສິດທິຜົນລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໃນເດືອນສິງຫາ 2025, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງກວ່າອີກ. ເປີດໜ້າປະຫວັດສາດທີ່ມີຄວາມສໍາຄັນໃນການພົວພັນລະຫວ່າງສອງປະເທດ, ໝັ້ນໝາຍວ່າຈະບັນລຸໄດ້ຫຼາຍຜົນງານໃນສະພາບທີ່ແຕ່ລະປະເທດ ພວມຢືນຢູ່ຕໍ່ໜ້າໄລຍະພັດທະນາໃໝ່.
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ຢືນຢັນການຖືເປັນສໍາຄັນພິເສດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃນການພົວພັນກັບບັນດາປະເທດອາຊີ. ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສືບຕໍ່ໄດ້ຮັບການປັບປຸງ ໂດຍຜ່ານການຮັກສາການຢ້ຽມຢາມ ແລະການພົບປະຂັ້ນສູງ, ກໍຄືກົນໄກຮ່ວມມືສອງຝ່າຍ. ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນປະຕິບັດໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ຢ່າງມີປະສິດທິຜົນ ແລະ ຖືກຕາມຄວາມຄືບໜ້າ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ຢູ່ ເຊີແນວ, ປະເທດສະວິດ, ເດືອນກໍລະກົດ ປີ 2025. ພາບ: daibieunhandan.vn |
ການພົວພັນລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດໃນຊຸມປີມໍ່ໆມານີ້ ໄດ້ພັດທະນາຢ່າງແຂງແຮງ, ແທດຈິງ, ບັນລຸໄດ້ໝາກຜົນໃໝ່ຫຼາຍຢ່າງ, ມີບົດບາດສໍາຄັນ, ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກວ່າອີກ. ສອງຝ່າຍໄດ້ດຳເນີນການເຈລະຈາ, ການພົບປະ ແລະແລກປ່ຽນຄະນະຜູ້ແທນຢ່າງເປັນປະຈຳ, ພ້ອມທັງຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງພາກພື້ນ ແລະໂລກ.
ໃນສະພາບການດັ່ງກ່າວນັ້ນ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະພັນລະຍາ ໄດ້ເປີດກາລະໂອກາດສືບຕໍ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ຜ່ານຊ່ອງທາງການທູດລັດຖະສະພາ.
ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ພັດທະນາຢ່າງດີງາມໃນຫຼາຍຂົງເຂດ. ສ.ເກົາຫຼີ ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ ແລະ ການຮ່ວມມືພັດທະນາ. ກ່ຽວກັບດ້ານການຄ້າ, ສ.ເກົາຫຼີ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 3 ຂອງຫວຽດນາມ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸ 81,5 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ປີ 2023. ໄລ່ຮອດເດືອນຕຸລາ 2025, ສ.ເກົາຫຼີ ສືບຕໍ່ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ, ກວມເອົາກວ່າ 23% ຈໍານວນໂຄງການທັງໝົດ ແລະ 18% ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທັງໝົດ ທີ່ຈົດທະບຽນຢູ່ຫວຽດນາມ, ສຸມໃສ່ຂົງເຂດສໍາຄັນຂອງພື້ນຖານເສດຖະກິດຫວຽດນາມ ຄື: ອຸດສາຫະກໍາປຸງແຕ່ງ, ປະດິດສ້າງ, ເຕັກໂນໂລຢີສູງ, ເອເລັກໂຕນິກ, ລົດໂອໂຕ ແລະເຄື່ອງອາໄຫຼ່ລົດໂອໂຕ, ການກໍ່ສ້າງ...
ຄຽງຂ້າງນັ້ນ, ການຮ່ວມມືສອງຝ່າຍໃນຂົງເຂດອື່ນໆ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການສຶກສາ, ແຮງງານ, ສາທາລະນະສຸກ, ການພົບປະແລກປ່ຽນປະຊາຊົນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.
ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະພັນລະຍາ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການນັ້ນ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງຫວຽດນາມ. ການຢ້ຽມຢາມໄດ້ແຜ່ຂະຫຍາຍສານແຂງແຮງທີ່ວ່າ, ບົນເສັ້ນທາງສືບຕໍ່ປ່ຽນແປງໃໝ່, ກ້າວເຂົ້າສູ່ສັງກາດພັດທະນາ, ຫວຽດນາມ ປາດຖະໜາຢາກມີການຮ່ວມເດີນທາງ, ການໜູນຊ່ວຍທີ່ຮອບດ້ານ, ເລິກເຊິ່ງກວ້າງຂວາງ, ທັນການ, ມີປະສິດທິຜົນ ຈາກເພື່ອນມິດສາກົນ, ເປັນຕົ້ນແມ່ນຈາກບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີ ສ.ເກົາຫຼີ.
ພ້ອມດຽວກັນນັ້ນ, ການຢ້ຽມຢາມຍັງເປັນການສະແດງໃຫ້ເຫັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ຍາມໃດກໍຖືເປັນສຳຄັນຕໍ່ການພົວພັນຮ່ວມມືກັບ ສ.ເກົາຫຼີ; ປາດຖະໜາຢາກນໍາການຮ່ວມມືສອງຝ່າຍ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ມີການຮ່ວມມືຮອບດ້ານກວ່າ, ການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງສອງປະເທດກໍ່ນັບມື້ນັບເລິກເຊິ່ງຂຶ້ນກ່ວາອີກ.
ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ພ້ອມທັງເປີດກວ້າງຂົງເຂດຮ່ວມມືໃໝ່ ເພື່ອໃຫ້ສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ໂດຍ: ທູຈາງ