leftcenterrightdel
ທ່ານນາງ ດັ້ງທິຫາຍເຕິມ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຢູ່ແຂວງສະຫວັນນະເຂດ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ດັ້ງທິຫາຍເຕິມ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຢູ່ແຂວງສະຫວັນນະເຂດ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຮັກສາການຮຽນພາສາຫວຽດ ໃຫ້ບັນດານັກຮຽນຢູ່ໃນໂຮງຮຽນປະຖົມ ແລະມັດທະຍົມຕອນຕົ້ນເອກະພາບ ແລະຫວັງວ່າ ຜ່ານພາສາຫວຽດ ພວກນ້ອງຈະຮ່ຳຮຽນເອົາຄວາມຮູ້ໃໝ່ຫຼາຍຢ່າງ ແລະມີໂອກາດພັດທະນາຕົນເອງ ແລະອາຊີບໃນອະນາຄົດ. ຜ່ານພາສາຫວຽດ, ພວກນ້ອງຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບວັດທະນະທຳຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ.

leftcenterrightdel
ທ່ານນາງ ດັ້ງທິຫາຍເຕິມ ມອບໃບຍ້ອງຍໍໃຫ້ບັນດາຄູອາຈານທີ່ມີຜົນງານດີເດັ່ນໃນການຮັກສາ ແລະແຜ່ຂະຫຍາຍພາສາຫວຽດ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນປີນີ້ມີ 3 ທີມເຂົ້າຮ່ວມ, ແຕ່ລະທີມປະກອບມີນັກຮຽນ 6 ຄົນ ແຕ່ ປໍ5 ເຖິງ ມໍ2 ແລະແຂ່ງຂັນໃນ 3 ພາກ ຄື: ການນໍາສະເໜີ-ພອນສະຫວັນ-ຄວາມຮູ້. ພວກນ້ອງ ຈະຕອບຄໍາຖາມແຕ່ງ່າຍຫາຍາກ, ຊ່ວຍໃຫ້ພວກນ້ອງຄ່ອຍໆຄຸ້ນເຄີຍ, ໝັ້ນໃຈຕົນເອງຕໍ່ກັບຄໍາຖາມພື້ນຖານ ກ່ອນທີ່ຈະເຂົ້າຮອບຕໍ່ໄປທີ່ຍາກກວ່າ, ພ້ອມທັງຝຶກຝົນຫຼໍ່ຫຼອມຄວາມສາມາດໃນການຄິດຢ່າງມີເຫດຜົນ ແລະຄວາມສາມາດໃນການປະມວນຜົນຂໍ້ມູນຢ່າງມີໄຫວພິບ. ພິເສດ, ການແຂ່ງຂັນສໍາລັບຜູ້ຊົມໄດ້ຮັບການເຂົ້າຮ່ວມຢ່າງກະຕືລືລົ້ນຂອງພວກນ້ອງນ້ອຍ ດ້ວຍບັນດາລາຍການສະແດງທີ່ປະທັບໃຈ ຄື ຮ້ອງເພງຫວຽດນາມ, ອ່ານບົດກະວີຫວຽດນາມ, ຕອບຄຳຖາມເປັນພາສາຫວຽດ.

ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳຢູ່ແຂວງສະຫວັນນະເຂດ ໄດ້ມອບໃບຍ້ອງຍໍໃຫ້ບັນດາຄູອາຈານທີ່ມີຜົນງານດີເດັ່ນໃນການຮັກສາ ແລະພັດທະນາພາສາຫວຽດ ຢູ່ລາວ. ນີ້ແມ່ນການຮັບຮູ້ຄວາມມານະພະຍາຍາມຂອງຄູອາຈານ, ຜູ້ທີ່ສວມບົດບາດສຳຄັນໃນການຖ່າຍທອດຄວາມຮູ້, ຫຼໍ່ລ້ຽງຄວາມຮັກມັກພາສາຫວຽດ ໃຫ້ແກ່ລຸ້ນໜຸ່ມໃນປະຊາຄົມຫວຽດນາມ ອາໄສຢູ່ຕ່າງປະເທດ.

ການແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ແຂວງຄໍາມ່ວນ ບໍ່ພຽງແຕ່ເປັນເວທີສະແດງໃຫ້ແກ່ນັກຮຽນເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ຄວາມເອົາໃຈໃສ່, ຄວາມສະໜິດຕິດພັນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ອີກດ້ວຍ, ຊ່ວຍໃຫ້ພາສາຫວຽດ ສືບຕໍ່ໄດ້ຮັບການຮັກສາ, ເຊີດຊູ ແລະແຜ່ຂະຫຍາຍ.

ໂດຍ: ໄຊຊະນະ