ຫວຽດນາມ-ອັງກິດ ຍູ້ແຮງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ
ກປ.ອອນໄລ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ສະເໜີສະມາຄົມປັນຍາຊົນຫວຽດນາມ ຢູ່ອັງກິດ ແລະໄອແລນ (VIS) ສືບຕໍ່ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບເຄືອຂ່າຍນະວັດຕະກຳ ແລະນັກຊ່ຽວຊານຫວຽດນາມ ທົ່ວໂລກ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ອັງກິດ ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ “ຊຸກຍູ້ນະວັດຕະກຳ, ການພັດທະນາຂະແໜງເຕັກໂນໂລຢີຍຸດທະສາດຢູ່ຫວຽດນາມ: ບົດຮຽນຈາກລາຊະອານາຈັກອັງກິດ”, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະວິສາວະກອນຊາວຫວຽດນາມ ປະມານ 100 ຄົນທີ່ພວມເຮັດວຽກຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງອັງກິດ ແລະໄອແລນເໜືອ.
    |
 |
|
ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: ທູຊາ |
ທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ສະເໜີໃຫ້ສະມາຄົມປັນຍາຊົນຫວຽດນາມ ຢູ່ອັງກິດ ແລະໄອແລນ (VIS) ສືບຕໍ່ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບເຄືອຂ່າຍນະວັດຕະກຳ ແລະນັກຊ່ຽວຊານຫວຽດນາມ ທົ່ວໂລກ ແນໃສ່ພັດທະນາຂະແໜງເຕັກໂນໂລຢີຍຸດທະສາດ ເຊິ່ງອັງກິດ ມີທ່າແຮງ, ຄື: AI, ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ, ຫຸ່ນຍົນ...
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ຮຽກຮ້ອງບັນດານັກຊ່ຽວຊານ, ປັນຍາຊົນຫວຽດນາມ ຢູ່ອັງກິດ ຍູ້ແຮງການແລກປ່ຽນວິຊາການສຶກສາ, ໃຫ້ຄຳປຶກສານະໂຍບາຍ, ໜູນຊ່ວຍຫວຽດນາມ ສ້າງລະບົບຊີວະພາບນະວັດຕະກໍາແບບຍືນຍົງ. ພ້ອມທັງຢືນຢັນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະສ້າງສະພາບແວດລ້ອມສະດວກທີ່ສຸດໃຫ້ບັນດານັກຊ່ຽວຊານ, ປັນຍາຊົນເສີມຂະຫຍາຍກໍາລັງຄວາມສາມາດຢ່າງສຸດຂີດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ.
ໂດຍ: ເຈິ່ນຮວ່ຽນ