ຕອບສຳພາດຕໍ່ສື່ມວນຊົນ, ທ່ານ ເຢືອງຮວ່າງມີງ ທີ່ປຶກສາທູດການຄ້າ ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຍົກອອກບັນດາເນື້ອໃນຕົ້ນຕໍທີ່ SPIEF ຄັ້ງທີ 27, ຄວາມໝາຍກ່ຽວກັບເລື່ອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເຂົ້າຮ່ວມເຫດການນີ້ ແລະການຮ່ວມມືດ້ານເສດຖະກິດ-ການຄ້າ ຫວຽດນາມ-ສະຫະພັນລັດເຊຍ ໃນໄລຍະຜ່ານມາ.

ໃນຖານະເປັນໜຶ່ງໃນບັນດາເວທີປາໄສເສດຖະກິດແຖວໜ້າຂອງພາກພື້ນ ແລະໃນໂລກ, SPIEF ຄັ້ງທີ 27 ດຳເນີນໄປໃນສະພາບທີ່ພາກພື້ນ ແລະໂລກໄດ້ ແລະພວມຜ່ານການຜັນປ່ຽນຢ່າງເລິກເຊິ່ງ, ພື້ນຖານເສດຖະກິດລັດເຊຍ ສືບຕໍ່ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ທົ່ວໂລກ. ທ່ານສາມາດແບ່ງປັນກ່ຽວກັບສະພາບການຕື່ມອີກ ແລະເນື້ອໃນຕົ້ນຕໍທີ່ຄາດວ່າຈະໄດ້ຮັບການປຶກສາຫາລືໃນເວທີປາໄສໃນປີນີ້?

SPIEF ໂດຍສະຫະພັນລັດເຊຍ ຈັດຕັ້ງທຸກໆປີນັບແຕ່ປີ 1997 ເປັນຕົ້ນມາ, ໂດຍມີເປົ້າໝາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ລັດເຊຍ ແລະບັນດາປະເທດໃນທົ່ວໂລກ. ເວທີປາໄສແມ່ນໄດ້ຮັບການອຸປະຖໍາ ແລະເຂົ້າຮ່ວມໂດຍກົງຂອງປະທານາທິບໍດີລັດເຊຍ ນັບແຕ່ປີ 2006 ເປັນຕົ້ນມາ.

ຕາມການປະກາດຂອງຄະນະຈັດຕັ້ງ, SPIEF 2024 ຈະມີການເຂົ້າຮ່ວມຂອງຜູ້ແທນ 17.000 ກວ່າຄົນ ແລະນັກຂ່າວ 3.400 ກວ່າຄົນທີ່ມາຈາກ 136 ປະເທດ ແລະເຂດແຄວ້ນ.

leftcenterrightdel
ທ່ານ ເຢືອງຮວ່າງມີງ ເຮັດວຽກກັບວິສາຫະກິດລັດເຊຍ. ພາບ: ສະຖານທູດຫວຽດນາມ ປະຈໍາ ລັດເຊຍ

ໃນສະພາບການດ້ານການເມືອງ, ເສດຖະກິດຂອງໂລກມີການປ່ຽນແປງຢ່າງເລິກເຊິ່ງ ແລະທ່າອ່ຽງຫຼາຍຂົ້ວນັບມື້ນັບດໍາເນີນໄປຢ່າງຈະແຈ້ງ, ລັດເຊຍ ໄດ້ສ້າງໂຄງການດຳເນີນງານ SPIEF 2024 ດ້ວຍຫົວຂໍ້ຕົ້ນຕໍແມ່ນ “ພື້ນຖານຂອງໂລກຫຼາຍຂົ້ວ-ການສ້າງຈຸດເຕີບໂຕໃໝ່”.

ໂຄງການດໍາເນີນງານຂອງເວທີປາໄສປີນີ້ ຈະສຸມໃສ່ 4 ເນື້ອໃນ, ຄື: “ຫັນປ່ຽນເສດຖະກິດໂລກໄປສູ່ຮູບແບບຫຼາຍຂົ້ວ”, “ເສດຖະກິດລັດເຊຍ: ເປົ້າໝາຍ ແລະໜ້າທີ່ຂອງວົງຈອນໃໝ່”, “ເຕັກໂນໂລຊີຮັບປະກັນການນໍາໜ້າ” ແລະ “ສຸຂະພາບຂອງສັງຄົມ-ຄຸນຄ່າມູນເຊື້ອ ແລະການພັດທະນາສັງຄົມ-ບູລິມະສິດຂອງລັດ".

ໃນໄລຍະການເຮັດວຽກ 4 ວັນ, ບັນດາຜູ້ແທນຈະເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະ 150 ກວ່າຄັ້ງ. ບັນດາຜູ້ແທນຈະແລກປ່ຽນກ່ຽວກັບເງື່ອນໄຂທີ່ຈຳເປັນເພື່ອຊຸກຍູ້ ແລະພັດທະນາການພົວພັນເສດຖະກິດສາກົນ ແລະບົດບາດຂອງລັດເຊຍ ໃນໄລຍະຈະມາເຖິງ.

ທີ່ SPIEF ຄັ້ງທີ 27 ຈະດຳເນີນການສົນທະນາກ່ຽວກັບທຸລະກິດສາກົນກວ່າ 10 ວາລະ, ລວມມີ EAEU-ASEAN, ລັດເຊຍ-ອາຟະຣິກາ, ລັດເຊຍ-ອາເມລິກາລາຕິນ, ລັດເຊຍ-ຈີນ, ລັດເຊຍ-ອິນເດຍ, ລັດເຊຍ-UAE, ລັດເຊຍ-Oman, ລັດເຊຍ-Azerbaiajan... ແລະການພົບປະສອງຝ່າຍອື່ນອີກ...

ຂໍທ່ານໃຫ້ຮູ້ກ່ຽວກັບຂັ້ນຕອນທີ່ຫວຽດນາມ ເຂົ້າຮ່ວມເວທີປາໄສຄັ້ງນີ້ ແລະເລື່ອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເຂົ້າຮ່ວມ SPIEF ຄັ້ງທີ 27 ມີຄວາມໝາຍຄືແນວໃດ, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ 2 ປະເທດ?

ກ່ອນໜ້ານີ້, ຫວຽດນາມ ເຂົ້າຮ່ວມ SPIEF ໃນລະດັບການນຳຂັ້ນກະຊວງທີ່ຮັບຜິດຊອບດ້ານເສດຖະກິດ ແລະການຄ້າ. ໃນຊຸມປີມໍ່ໆມານີ້, ດ້ວຍການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບເລິກເຊິ່ງ ກວ້າງຂວາງ, ຫວຽດນາມ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ SPIEF ເປັນປະຈຳ ເພື່ອພົບປະ ແລະປຶກສາຫາລືກັບບັນດາການນຳລັດເຊຍ ແລະບັນດາປະເທດເຂົ້າຮ່ວມເວທີປາໄສກ່ຽວກັບສະພາບການ ແລະທ່າອ່ຽງພັດທະນາເສດຖະກິດລັດເຊຍ ແລະໂລກ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ກັບ ລັດເຊຍ ແລະບັນດາຄູ່ຮ່ວມມື.

leftcenterrightdel
ວັນທີ 3 ມິຖຸນານີ້, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ແລະທ່ານທີ່ປຶກສາທູດ ເຢືອງຮວ່າງມີງ ຕ້ອນຮັບຄະນະຜູ້ແທນສະຫະສະມາຄົມຕໍ່າແຜ່ນຕັດຫຍິບ ຫວຽດນາມ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ ລັດເຊຍ. ພາບ: ສະຖານທູດຫວຽດນາມ ປະຈໍາ ລັດເຊຍ

ເລື່ອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເຂົ້າຮ່ວມກອງປະຊຸມ SPIEF ຄັ້ງທີ 27 ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງລັດຖະບານຫວຽດນາມ ທີ່ມີຕໍ່ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

ປະຈຸບັນ, ເສດຖະກິດທົ່ວໂລກ ກໍ່ຄືພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ສະພາບການດັ່ງກ່າວໄດ້ກະທົບຄືແນວໃດຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ? ສະຖານທູດ ແລະຫ້ອງການການຄ້າຫວຽດນາມ ປະຈຳ ລັດເຊຍ ໄດ້ ແລະພວມຜັນຂະຫຍາຍບັນດາມາດຕະການໃດ ເພື່ອສົ່ງເສີມ ແລະໜູນຊ່ວຍບັນດາວິສາຫະກິດສືບຕໍ່ຊຸກຍູ້ການຮ່ວມມື ແລະສົ່ງເສີມການຄ້າລະຫວ່າງ 2 ປະເທດ?

ພາຍຫຼັງ ທີ່ຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີລົບ (EAEU) ລົງນາມໃນສັນຍາການຄ້າເສລີ (VN-EAEU FTA), ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລັດເຊຍ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸ 5,5 ຕື້ໂດລາສະຫະລັດ ໃນປີ 2021, ເພີ່ມຂຶ້ນເກືອບ 90% ເມື່ອທຽບໃສ່ປີ 2016, ໃນນັ້ນການສົ່ງອອກຂອງຫວຽດນາມ ໄປຍັງລັດເຊຍ ບັນລຸ 3,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 100% ເມື່ອທຽບໃສ່ປີ 2016.

ເຖິງຢ່າງໃດກໍ່ຕາມ, ນັບແຕ່ລັດເຊຍ-ຢູແກຼນ ປະທະກັນ (ເດືອນກຸມພາ 2022), ສະພາບການດ້ານພູມສາດການເມືອງ ແລະເສດຖະກິດບໍ່ສະດວກໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງການຄ້າສອງຝ່າຍຫວຽດນາມ-ລັດເຊຍ. ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງລັດເຊຍໃນປີ 2022 ຫຼຸດລົງກວ່າ 51%.

ໃນສະພາບການນັ້ນ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ລາຍງານສະພາບການຢ່າງທັນການ, ສະເໜີບັນດາຂໍ້ສະເໜີແນະເຖິງອົງການເຈົ້າໜ້າທີ່; ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງທັງສອງປະເທດຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍ, ແກ້ໄຂສິ່ງກີດຂວາງດ້ານການຄ້າລະຫວ່າງສອງປະເທດ, ໃນນັ້ນໄດ້ສຸມໃສ່ບັນຫາການຊຳລະເງິນ, ການຂົນສົ່ງ, ການໄປມາຂອງປະຊາຊົນ ແລະນັກທຸລະກິດຂອງສອງປະເທດ.

ໃນຂອບເຂດງານບຸນວັນຫວຽດນາມ ຢູ່ລັດເຊຍ ເດືອນ ຕຸລາ 2023, ສະຖານທູດຫວຽດນາມ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງງານວາງສະແດງສິນຄ້າຫວຽດນາມ ຄຸນນະພາບສູງຢູ່ສູນວາງສະແດງ ຮ່າໂນ້ຍ-ມົດສະກູ ມີວິສາຫະກິດ 50 ກວ່າແຫ່ງເຂົ້າຮ່ວມ ແລະເວທີປາໄສແລກປ່ຽນການຄ້າວິສາຫະກິດຫວຽດນາມ-ລັດເຊຍ ໂດຍມີຜູ້ແທນ 200 ກວ່າຄົນເຂົ້າຮ່ວມ, ຜ່ານນັ້ນຕັ້ງໜ້າປະກອບສ່ວນໂຄສະນາຜະລິດຕະພັນຫວຽດນາມ ຢູ່ຕະຫຼາດລັດເຊຍ.

leftcenterrightdel
ໄຂງານວາງສະແດງສິນຄ້າຫວຽດນາມ ຄຸນນະພາບສູງໃນຂອບເຂດວັນຫວຽດນາມ ຢູ່ລັດເຊຍ, ເດືອນຕຸລາ 2023. ພາບ: ສະຖານທູດຫວຽດນາມ ປະຈໍາ ລັດເຊຍ

ມາຮອດປະຈຸບັນ, ດ້ວຍຄວາມມານະພະຍາຍາມຮ່ວມຂອງທັງສອງຝ່າຍ, ບັນດາອຸປະສັກດ້ານການຊຳລະເງິນ ແລະການຂົນສົ່ງໄດ້ຮັບການແກ້ໄຂເທື່ອລະກ້າວ, ວົງເງິນການຄ້າສອງຝ່າຍພາຍຫຼັງທີ່ຫຼຸດລົງຢ່າງແຮງໃນປີ 2022 ໄດ້ຟື້ນຟູໃນເບື້ອງຕົ້ນ.

ຕາມຕົວເລກສະຖິຕິຂອງກົມພາສີຫວຽດນາມ, ວົງເງິນສົ່ງອອກສິນຄ້າລະຫວ່າງຫວຽດນາມ-ລັດເຊຍ ໃນປີ 2023 ບັນລຸ 3,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ປີ 2022. ໃນ 4 ເດືອນຕົ້ນປີ 2024, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 55,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ບັນລຸ 1,57 ຕື້ໂດລາສະຫະລັດ. ໃນນັ້ນການສົ່ງອອກບັນລຸ 761,9 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 49%), ການນໍາເຂົ້າບັນລຸ 806,7 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 62,6%).

ຫວຽດນາມ ແລະລັດເຊຍ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານນັບແຕ່ປີ 2012 ເປັນຕົ້ນມາ. ໃນເດືອນ ພຶດສະພາ 2015, ຫວຽດນາມ ແລະ EAEU, ໃນນັ້ນ ມີລັດເຊຍ ແມ່ນສະມາຊິກໄດ້ລົງນາມໃນສັນຍາ VN-EAEU FTA. ປະຈຸບັນ, ພາຍຫຼັງ 8 ປີແຫ່ງການປະຕິບັດ, ເກືອບ 90% ຂອງສິນຄ້າສົ່ງອອກຈາກທັງສອງຝ່າຍ ລ້ວນແຕ່ມີອັດຕາເສຍພາສີນຳເຂົ້າ 0% ຫຼື ໃນລະດັບຕ່ຳທີ່ສຸດ. ນີ້ແມ່ນເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດຂອງ 2 ປະເທດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ.

ເພື່ອນໍາໃຊ້ບູລິມະສິດຈາກສັນຍາ VN-EAEU FTA ນໍາມາໃຫ້, ພ້ອມທັງສືບຕໍ່ຮັກສາລະດັບການເຕີບໂຕດ້ານການຄ້າສອງຝ່າຍສູງໃນປີນີ້ ແລະໃນໄລຍະຈະມາເຖິງ, ສະຖານທູດ ແລະຫ້ອງການການຄ້າຫວຽດນາມ ປະຈຳ ລັດເຊຍ ຮຽກຮ້ອງໃຫ້ບັນດາວິສາຫະກິດ 2 ປະເທດ, ພິເສດແມ່ນວິສາຫະກິດຫວຽດນາມ, ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ໂດຍສະເພາະແມ່ນການເຂົ້າຮ່ວມງານວາງສະແດງລົງເລິກຂະແໜງການຢູ່ຕະຫຼາດຂອງກັນ, ຜ່ານນັ້ນຊອກຮູ້ຕະຫຼາດ ແລະຊອກຫາລູກຄ້າເພື່ອສ້າງຕັ້ງການພົວພັນດຳເນີນທຸລະກິດ. ບັນດາອົງການຜູ້ຕາງໜ້າຢູ່ລັດເຊຍ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບ, ໃຫ້ຄໍາປຶກສາ ແລະໜູນຊ່ວຍການເຊື່ອມຕໍ່ການຮ່ວມມືດຳເນີນທຸລະກິດ ແລະການລົງທຶນໃຫ້ບັນດາວິສາຫະກິດຂອງ 2 ປະເທດ.

ຂໍຂອບໃຈທ່ານ!

ໂດຍ: ທະນາພອນ