ຫວຽດນາມ ແລະຊາອຸດິ ອາຣາເບຍ ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຮ່ວມມືໃນຂົງເຂດ Halal
ກປ.ອອນໄລ - ວັນທີ 21 ສິງຫາ, ກະຊວງການຕ່າງປະເທດຫວຽດນານ ໄດ້ຈັດກອງປະຊຸມທາງອອນລາຍລະຫວ່າງບັນດາອົງການກ່ຽວຂ້ອງຂອງຫວຽດນາມ ກັບອົງການການຢາ ແລະອາຫານ ຊາອຸດິ ອາຣາເບຍ (SFDA) ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດ Halal ລະຫວ່າງສອງປະເທດ.
ທີ່ກອງປະຊຸມ, ອົງການກ່ຽວຂ້ອງຂອງຫວຽດນາມ ແລະ SFDA ໄດ້ແລກປ່ຽນກ່ຽວກັບສະພາບການພັດທະນາຂະແໜງ Halal, ມາດຕະຖານ Halal ຂອງແຕ່ລະຝ່າຍ, ກໍ່ຄືຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຮ່ວມມືດ້ານການຄ້າ, ກະສິກຳ ແລະການອອກໃບຢັ້ງຢືນ Halal, ກຸນແຈ ເພື່ອຊ່ວຍໃຫ້ຜະລິດຕະພັນ Halal ໄດ້ແຊກຊຶມເຂົ້າຕະຫຼາດຂອງສອງປະເທດຢ່າງເລິກເຊິ່ງ ແລະມີປະສິດທິຜົນ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງອອນລາຍ. baoquocte.vn |
ຫວຽດນາມ ກໍ່ປາດຖະໜາຢາກໃຫ້ຝ່າຍ ຊາອຸດິ ອາຣາເບຍ ສະໜອງ, ໜູນຊ່ວຍການພັດທະນາຢ່າງເປັນທາງການ ເພື່ອຊ່ວຍໃຫ້ຫວຽດນາມ ສ້າງ ແລະປັບປຸງຂໍ້ກຳນົດ ແລະກອບນິຕິກໍາກ່ຽວກັບການຄຸ້ມຄອງລັດວ່າດ້ວຍຂົງເຂດ Halal ໃຫ້ສົມບູນແບບ; ເພີ່ມທະວີການຄ້າສອງຝ່າຍກ່ຽວກັບສິນຄ້າ Halal, ເປັນຕົ້ນແມ່ນຂົງເຂດກະສິກຳ, ສິນໃນນ້ຳ ແລະສິນທະເລ ເຊິ່ງເປັນທ່າແຮງໃນການສົ່ງອອກຂອງຫວຽດນາມ ແລະສະເໜີຄວາມເປັນໄປໄດ້ຂອງການລົງນາມເອກະສານຮ່ວມມືໃນຂົງເຂດ Halal ກັບບັນດາອົງການກ່ຽວຂ້ອງຂອງ ຊາອຸດິ ອາຣາເບຍ.
ສ່ວນຝ່າຍຊາອຸດິ ອາຣາເບຍ ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດມາດຕະຖານວັດແທກຄຸນນະພາບ; ພ້ອມແລ້ວທີ່ຈະໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດ Halal ແລະແນະນຳບັນດາສູນທີ່ມີຊື່ສຽງອອກໃບຢັ້ງຢືນ Halal ໃຫ້ບັນດາວິສາຫະກິດຫວຽດນາມ ທີ່ມີຄວາມຕ້ອງການ; ຝ່າຍຊາອຸດີ ອາຣາບີ ໃຫ້ຮູ້ວ່າ ຈະສົມທົບກັບບັນດາອົງການກ່ຽວຂ້ອງຂອງ ຝ່າຍຊາອຸດິ ອາຣາເບຍ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດ Halal ກັບຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ທູຈາງ