ຕອນເຊົ້າວັນທີ 26 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ ປີ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວໃນສັງກາດດີຈີຕອນ” ຢູ່ນະຄອນໂຮ່ຈີມິນ, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Stephan Mergenthaler, ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF).

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Stephan Mergenthaler, ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF). ພາບ: vov.vn

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ບົນພື້ນຖານຜົນສຳເລັດຂອງເວທີປາໄສລະດູໃບໄມ້ຫຼົ່ນປີ 2025 ນີ້, ສະເໜີໃຫ້ WEF ສືບຕໍ່ຄົ້ນຄວ້າ, ພິຈາລະນາຂໍ້ສະເໜີຂອງຫວຽດນາມ ຕໍ່ເລື່ອງນຳເວທີປາໄສລະດູໃບໄມ້ຫຼົ່ນຢູ່ຫວຽດນາມ ແມ່ນເຫດການປະຈຳປີຂອງ WEF. ພ້ອມກັນນັ້ນ, ທ່ານ ກໍ່ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຊື່ອມຕໍ່ WEF ກັບບັນດາວິສາຫະກິດພາກເອກະຊົນ, ເພື່ອສ້າງເປັນເຄືອຂ່າຍຄູ່ຮ່ວມມືວິສາຫະກິດຂອງ WEF ຢູ່ຫວຽດນາມ.

ສ່ວນທ່ານ Stephan Mergenthaler ຢືນຢັນວ່າ WEF ຈະສືບຕໍ່ໜູນຊ່ວຍ, ຮ່ວມມື ແລະເຊື່ອມຕໍ່ຫວຽດນາມ ກັບເຄືອຂ່າຍຂອງ WEF ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ; ທ່ານ ປາດຖະໜາວ່າຈະມີການເຂົ້າຮ່ວມຂອງວິສາຫະກິດພາກເອກະຊົນຫວຽດນາມ ຢູ່ WEF ຫຼາຍກວ່າອີກໃນໄລຍະຈະມາເຖິງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ