ຕອນເຊົ້າວັນທີ 10 ທັນວາ, ຢູ່ນະຄອນໂຮ່ຈີມິນ, ກົມພັດທະນາຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ) ໄດ້ສົມທົບກັບຫ້ອງການການຄ້າ ອາເມລິກາ ປະຈໍາຫວຽດນາມ (AmCham Việt Nam) ຈັດຕັ້ງເວທີປາໄສການຄ້າ ຫວຽດນາມ-ອາເມລິກາ ປີ 2025 ດ້ວຍຫົວຂໍ້ “30 ປີແຫ່ງການຮ່ວມມືດ້ານເສດຖະກິດ-ການຄ້າ-ຜ່ານຜ່າສິ່ງທ້າທາຍ, ກ້າວເຂົ້າສູ່ສັງກາດໃໝ່”.

ເວທີປາໄສໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນ ຫວຽດນາມ-ອາເມລິກາ ເປັນປົກກະຕິ (1995-2025) ແລະ 25 ປີແຫ່ງວັນເຊັນສັນຍາການຄ້າສອງຝ່າຍ (BTA) (2000-2025).

ການຄ້າສອງຝ່າຍເພີ່ມຂຶ້ນ 300 ເທົ່າ

ເວທີປາໄສໄດ້ດຳເນີນໄປໃນສະພາບທີ່ການພົວພັນ ຫວຽດນາມ-ອາເມລິກາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ, ພິເສດແມ່ນໃນເສົາຄໍ້າເສດຖະກິດ, ການຄ້າ ແລະການລົງທຶນ. ພາຍຫຼັງ 30 ປີນັບແຕ່ການສ້າງຕັ້ງການພົວພັນເປັນປົກກະຕິ ແລະ 25 ປີແຫ່ງການຜັນຂະຫຍາຍສັນຍາ BTA, ການຄ້າສອງຝ່າຍໄດ້ເຕີບໂຕຢ່າງແຂງແຮງທັງດ້ານຂະໜາດ ແລະຄຸນນະພາບ, ກາຍເປັນກຳລັງໜູນສຳຄັນໃນການຊຸກຍູ້ການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທໍາ ແລະເພີ່ມທະວີການເຊື່ອມຕໍ່ຕ່ອງໂສ້ການສະໜອງລະຫວ່າງສອງພື້ນຖານເສດຖະກິດທີ່ມີລັກສະນະໜູນຊ່ວຍກັນ.

ກ່ຽວກັບການລົງທຶນ, ປະຈຸບັນ ຫວຽດນາມ ມີ 153 ປະເທດ ແລະເຂດແຄວ້ນ ດ້ວຍ 44.801 ໂຄງການລົງທຶນຕ່າງປະເທດຍັງມີຜົນສັກສິດ, ຍອດຈຳນວນທຶນຈົດທະບຽນກວ່າ 525,8 ຕື້ໂດລາສະຫະລັດ. ໃນນັ້ນ, ອາເມລິກາ ຢືນອັນດັບ 11 ໃນຈໍານວນນັກລົງທຶນຢູ່ຫວຽດນາມ ດ້ວຍ 1.501 ໂຄງການ ແລະຍອດຈຳນວນທຶນຈົດທະບຽນປະມານ 12,3 ຕື້ໂດລາສະຫະລັດ.

ກ່ຽວກັບການຄ້າໃນປີ 2025, ໄລ່ຮອດໝົດເດືອນຕຸລາ, ວົງເງິນການຄ້າສອງຝ່າຍບັນລຸປະມານ 141,4 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 27,2% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024). ໃນນັ້ນ, ຫວຽດນາມ ສົ່ງອອກໄປຍັງອາເມລິກາ ມີມູນຄ່າ 126,2 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 27,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ກວມເອົາ 32,3% ຂອງການສົ່ງອອກທັງໝົດ); ການນຳເຂົ້າຈາກ ອາເມລິກາ ມີມູນຄ່າ 15,2 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ກວມເອົາ 4,1% ຂອງການນຳເຂົ້າທັງໝົດ)...

leftcenterrightdel
ທ່ານ ຟ້າມກວາງວີງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ. ພາບ: vov.vn

ທ່ານ ຟ້າມກວາງວີງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຖືວ່າ 30 ປີພາຍຫຼັງສອງປະເທດສ້າງຕັ້ງການພົວພັນເປັນປົກກະຕິ, ມາຮອດປະຈຸບັນບັນລຸໄດ້ຜົນງານຫຼາຍຢ່າງທັງດ້ານການເມືອງ ແລະເສດຖະກິດ. ຜົນງານດັ່ງກ່າວແມ່ນໄດ້ມາຈາກຄວາມມານະພະຍາຍາມຫຼາຍດ້ານຂອງທັງສອງຝ່າຍ, ບໍ່ພຽງແຕ່ຈາກສອງລັດຖະບານ ຫວຽດນາມ-ອາເມລິກາ ເທົ່ານັ້ນ, ຫາກຍັງແມ່ນຈາກຄວາມມານະພະຍາຍາມລວມຂອງປະຊາຄົມວິສາຫະກິດ, ນັກຊ່ຽວຊານ, ນັກລົງທຶນອີກດ້ວຍ.

ຕາມທ່ານ ຟ້າມກວາງວີງ ແລ້ວ, ປີ 1994, ການຄ້າສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາ ມີມູນຄ່າບໍ່ຮອດ 0,5 ຕື້ໂດລາສະຫະລັດ ແລະຮອດປີ 2024 ຕົວເລກນີ້ບັນລຸ 149,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 300 ເທົ່າ.

ເຂົ້າເຖິງສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ

ໃນສະພາບການເສດຖະກິດ-ການຄ້າທົ່ວໂລກພວມມີການປັບປຸງຢ່າງເລິກເຊິ່ງ, ເວທີປາໄສຍັງໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງກົງໄປກົງມາ, ລວມມີການປັບປຸງນະໂຍບາຍການຄ້າຂອງອາເມລິກາ, ທ່າອ່ຽງເພີ່ມທະວີມາດຕະການພາສີ ກໍ່ຄືຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ຽວກັບມາດຕະຖານເຕັກນິກ, ການພັດທະນາແບບຍືນຍົງ ແລະຄວາມໂປ່ງໃສຂອງຕ່ອງໂສ້ການສະໜອງ. ບັນດາການຜັນແປດັ່ງກ່າວໄດ້ວາງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງຮີບດ່ວນກ່ຽວກັບການເພີ່ມທະວີການເຈລະຈາດ້ານນະໂຍບາຍ, ປັບປຸງຄວາມເຊື່ອໝັ້ນ ແລະຍົກສູງກໍາລັງຄວາມສາມາດສົມທົບກັນ ແນໃສ່ຮັກສາ ແລະປັບປຸງພື້ນຖານການຮ່ວມມືດ້ານເສດຖະກິດ ແລະການຄ້າສອງຝ່າຍໃນໄລຍະຍາວ.

ເວທີປາໄສໄດ້ສຸມໃສ່ເຮັດແຈ້ງການກໍານົດທິດຮ່ວມມືໃຫຍ່ໃນໄລຍະຈະມາເຖິງຕາມທິດກົມກຽວຜົນປະໂຫຍດ, ດຸ່ນດ່ຽງ ແລະຍືນຍົງກວ່າ; ຜ່ານນັ້ນໝູນໃຊ້ກາລະໂອກາດຢ່າງມີປະສິດທິຜົນຈາກການສ້າງໂຄງປະກອບລະບົບຕ່ອງໂສ້ຕອບສະໜອງທົ່ວໂລກຄືນໃໝ່, ພ້ອມທັງເປັນເຈົ້າການຮັບມືກັບການປ່ຽນແປງຢ່າງວ່ອງໄວຂອງສະພາບແວດລ້ອມດ້ານນະໂຍບາຍ ແລະການຄ້າສາກົນ.

leftcenterrightdel
ທ່ານນາງ Virginia Foote ຮອງປະທານສະມາຄົມການຄ້າອາເມລິກາ ປະຈຳ ຮ່າໂນ້ຍ (AmCham ຮ່າໂນ້ຍ). ພາບ: vov.vn

ທ່ານນາງ Virginia Foote ຮອງປະທານສະມາຄົມການຄ້າອາເມລິກາ ປະຈຳ ຮ່າໂນ້ຍ (AmCham ຮ່າໂນ້ຍ) ໃຫ້ຮູ້ວ່າ ການດຶງດູດແຫຼ່ງເງິນລົງທຶນຈາກ ອາເມລິກາ ເຂົ້າຫວຽດນາມ ໃນໄລຍະທຳອິດພາຍຫຼັງການຍົກເລີກການຂວ້ຳບາດຈົນມາຮອດປະຈຸບັນໄດ້ມີຜົນສຳເລັດໃດໜຶ່ງ. ການຄ້າສາກົນ, ໃນນັ້ນມີການຄ້າລະຫວ່າງຫວຽດນາມ-ອາເມລິກາ, ປະຈຸບັນມີຄວາມໝັ້ນຄົງພໍສົມຄວນແຕ່ກໍຍາກທີ່ຈະຄາດຄະເນໄດ້ໃນອະນາຄົດ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຍາມໃດກໍ່ເປັນຄູ່ຮ່ວມມືສົ່ງອອກ, ນໍາເຂົ້າທີ່ສຳຄັນຂອງຫວຽດນາມ.

ເວທີປາໄສຍັງມີວາລະປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບ 30 ປີເສົາຄໍ້າເສດຖະກິດ-ການຄ້າລະຫວ່າງຫວຽດນາມ-ອາເມລິກາ, ໂດຍມີມູມມອງຫຼາຍດ້ານກ່ຽວກັບແງ່ຫວັງການຮ່ວມມື ແລະບັນດາບັນຫາຄວນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ໃນໄລຍະຈະມາເຖິງ...

ດ້ວຍບົດບາດແມ່ນຊ່ອງທາງເຈລະຈາດ້ານນະໂຍບາຍທີ່ສຳຄັນ, ເວທີປາໄສການຄ້າ ຫວຽດນາມ-ອາເມລິກາ ປີ 2025 ໄດ້ປະກອບສ່ວນເຮັດໃຫ້ຄວາມຮັບຮູ້ລວມເລິກເຊິ່ງຂຶ້ນກວ່າເກົ່າ, ຊຸກຍູ້ການຮ່ວມມືທີ່ແທດຈິງລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ; ຜ່ານນັ້ນໄດ້ເປີດກວ້າງຄວາມສາມາດບົ່ມຊ້ອນການຮ່ວມມື ແລະປັບປຸງພື້ນຖານການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ-ອາເມລິກາ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະຕໍ່ໜ້າ.

ໂດຍ: ເຈິ່ນຮວ່ຽນ