ຫວຽດນາມ-ບຸນກາຣີ ເປີດກວ້າງການຮ່ວມມືທ້ອງຖິ່ນ ແລະຍູ້ແຮງການພົວພັນການຄ້າ
ກປ.ອອນໄລ - ຫວ່າງມໍ່ໆມານີ້, ຢູ່ນະຄອນ Burgas, ສະຖານທູດຫວຽດນາມ ປະຈຳ ບຸນກາຣີ ໄດ້ສົມທົບກັບຫ້ອງການຄ້າ ແລະອຸດສາຫະກຳ Burgas ຈັດຕັ້ງການໂອ້ລົມສົນທະນາ ວິສາຫະກິດ ຫວຽດນາມ-ບຸນກາຣີ.
ກ່າວຄຳເຫັນເປີດການໂອ້ລົມສົນທະນາ, ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ບຸນກາຣີ ປາດຖະໜາວ່າ ການໂອ້ລົມສົນທະນາຈະຊ່ວຍໃຫ້ຜູ້ຕາງໜ້າອໍານາດການປົກຄອງ, ວິສາຫະກິດບຸນກາຣີ ມີຂໍ້ມູນຂ່າວສານທີ່ເປັນປະໂຫຍດຕື່ມອີກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດຂອງຫວຽດນາມ, ພ້ອມທັງສ້າງພື້ນຖານເປີດກວ້າງບັນດາໂຄງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານ, ປະກອບສ່ວນຍົກສູງວົງເງິນການຄ້າ ແລະການລົງທຶນສອງຝ່າຍໃນໄລຍະຈະມາເຖິງ.
ທ່ານ Stanimir Apostolov ຮອງເຈົ້າຄອງນະຄອນ Burgas ຕີລາຄາສູງຜົນງານດ້ານເສດຖະກິດທີ່ຫວຽດນາມ ບັນລຸໄດ້ໃນຊຸມປີມໍ່ໆມານີ້, ພ້ອມທັງຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າບັນດາຂົງເຂດທີ່ນະຄອນພວມໃຫ້ບຸລິມະສິດພັດທະນາ ຄື: ນະວັດຕະກຳ, ນະຄອນອັດສະລິຍະ ແລະ ພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ...
ອໍານາດການປົກຄອງນະຄອນ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຫວຽດນາມ ມາລົງທຶນ ແລະດຳເນີນທຸລະກິດຢູ່ນະຄອນ Burgas.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Rosen Zhelyazkov ນາຍົກລັດຖະມົນຕີບຸນກາຣີ ເປັນສັກຂີພິຍານການແລກປ່ຽນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືມິດຕະພາບລະຫວ່າງແຂວງຝູ໋ເຖາະ ຂອງຫວຽດນາມ ກັບແຂວງ Pernik ຂອງ ບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Toodor Demirkov, ປະທານຫ້ອງການຄ້າ ແລະອຸດສາຫະກຳ Burgas, ຕາງໜ້າໃຫ້ປະຊາຄົມວິສາຫະກິດ, ໄດ້ແບ່ງປັນກ່ຽວກັບທ່າແຮງຂອງບັນດາວິສາຫະກິດຢູ່ທ້ອງຖິ່ນ, ໃຫ້ຂໍ້ສັງເກດວ່າ: ຕະຫຼາດຫວຽດນາມ ມີຄວາມຂະຫຍັນຂັນເຄື່ອນ, ກໍາລັງພັດທະນາຢ່າງໄວ, ພວມດຶງດູດຄວາມເອົາໃຈໃສ່ຊອກຫາກາລະໂອກາດຮ່ວມມື, ດໍາເນີນທຸລະກິດຈາກວິສາຫະກິດບຸນກາຣີ ເວົ້າລວມ ແລະນະຄອນ Burgas ເວົ້າສະເພາະ.
ໃນໄລຍະຈະມາເຖິງ, ຫ້ອງການຄ້າ ແລະອຸດສາຫະກຳ Burgas ຈະມີການເຄື່ອນໄຫວລະອຽດ, ແທດຈິງ ເພື່ອເຊື່ອມຕໍ່ກັບບັນດາສະມາຄົມ ແລະວິສາຫະກິດຫວຽດນາມ ຢ່າງເປັນປະຈໍາ, ຜ່ານນັ້ນປະກອບສ່ວນໜູນຊ່ວຍວິສາຫະກິດໃຫ້ດີກວ່າອີກ ກ່ຽວກັບຂໍ້ມູນຂ່າວສານຕະຫຼາດ, ລູກຄ້າ ແລະກາລະໂອກາດດຳເນີນທຸລະກິດ.
ໂດຍ: ທູຈາງ