ເຂົ້າຮ່ວມກອງປະຊຸມມີຜູ້ແທນ 500 ກວ່າຄົນທີ່ຕາງໜ້າໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຕາງໜ້າການທູດ, ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະກຸ່ມວິສາຫະກິດ.
ກອງປະຊຸມ ໄດ້ຈັດຕັ້ງ ໂດຍຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ເພື່ອແນໃສ່ຕີລາຄາຜົນການຮ່ວມມືລະຫວ່າງຫວຽດນາມ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄລຍະ 2019-2025, ສະຫຼຸບບົດຮຽນຕົວຈິງໃນວຽກງານຄຸ້ມຄອງ ແລະນຳໃຊ້ການຊ່ວຍເຫຼືອລ້າຂອງລັດຖະບານຕ່າງປະເທດ, ຈາກນັ້ນສະເໜີທິດທາງ ແລະມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.
ໃນໄລຍະ 2019-2025, ເຖິງວ່າສະພາບການສາກົນຜັນແປຢ່າງວ່ອງໄວ ແລະສັບສົນກໍ່ຕາມ, ສົ່ງຜົນກະທົບຈໍານວນບໍ່ໜ້ອຍເຖິງສະພາບການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ຫວຽດນາມ ແຕ່ດ້ວຍຄວາມມານະພະຍາຍາມປ່ຽນແປງໃໝ່ຈິນຕະນາການ, ເນື້ອໃນ ແລະວິທີເຂົ້າເຖິງຂອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນ, ການເຄື່ອນໄຫວ ແລະການຊ່ວຍເຫຼືອຂອງຕ່າງປະເທດ ໃນໄລຍະນີ້ຍັງຮັກສາສະຖຽນລະພາບ. ໄລ່ມາຮອດວັນທີ 30 ພະຈິກ 2025, ມີ 379 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເຄື່ອນໄຫວປົກກະຕິຢູ່ຫວຽດນາມ ດ້ວຍຍອດມູນຄ່າການຊ່ວຍເຫຼືອໃນໄລຍະ 2020-2024 ແມ່ນເກືອບ 1,14 ຕື້ໂດລາສະຫະລັດ. ບັນດາໂຄງການໄດ້ແຜ່ຂະຫຍາຍໄປໃນທົ່ວປະເທດ, ໂດຍສຸມໃສ່ບັນດາຂົງເຂດທີ່ສຳຄັນ ຄື: ສາທາລະນະສຸກ, ພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາສັງຄົມ, ການສຶກສາ-ບຳລຸງສ້າງ, ຊັບພະຍາກອນ-ສິ່ງແວດລ້ອມ, ສ້າງຂີດຄວາມສາມາດຈັດຕັ້ງ ແລະໜູນຊ່ວຍດ້ານຕຸລາການ...
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ຮັບຮູ້ ແລະຕີລາຄາສູງການປະກອບສ່ວນອັນແທດຈິງ ແລະທົນທານຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະຄູ່ຮ່ວມມືກັບຫວຽດນາມ ໃນຫຼາຍທົດສະວັດຜ່ານມາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນການລະດົມຄວາມຮູ້, ເຕັກໂນໂລຢີ, ຂໍ້ລິເລີ່ມການປົກຄອງຈາກປະຊາຄົມສາກົນ ເຂົ້າຫວຽດນາມ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດຄວາມຮັກແພງ ແລະການນັບຖືຢ່າງສູງໃຫ້ແກ່ປະເທດ ແລະປະຊາຊົນຫວຽດນາມ.
ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ການຮ່ວມມືກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງການທູດປະຊາຊົນ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການພັດທະນາແບບຍືນຍົງ, ແຜ່ຂະຫຍາຍບັນດາຄຸນຄ່າມະນຸດສະທຳ ແລະເພີ່ມທະວີການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ. ຄວາມສໍາຄັນຂອງການພົວພັນຮ່ວມມືນີ້ບໍ່ພຽງແຕ່ມາຈາກແຫຼ່ງການເງິນທີ່ອົງການຈັດຕັ້ງນໍາມາໃຫ້, ແຕ່ສໍາຄັນກວ່າແມ່ນມາຈາກຄວາມຮູ້, ປະສົບການສາກົນ, ຄວາມຄິດສ້າງສັນ, ມະນຸດສະທໍາ, ວິທີເຂົ້າເຖິງທີ່ໃໝ່ອ່ຽມໃນການພັດທະນາຊຸມຊົນ - ປັດໄຈທີ່ບໍ່ແມ່ນຊ່ອງທາງຮ່ວມມືໃດ ກໍມີໄດ້. ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ “ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ບໍ່ພຽງແຕ່ມີຄວາມໝາຍຊ່ວຍຊູກັນເທົ່ານັ້ນ ຫາກຍັງແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງຍຸດທະສາດພັດທະນາແຫ່ງຊາດ”.
ທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ລັດຖະບານຈະສືບຕໍ່ມີບັນດານະໂຍບາຍອຳນວຍຄວາມສະດວກໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ສົ່ງເສີມບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຂະຫຍາຍຮູບແບບການຮ່ວມມືຫຼາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປ່ຽນແປງໃໝ່ຈິນຕະນາການ, ປ່ຽນແປງໃໝ່ວິທີການຄຸ້ມຄອງຕາມທິດສຸມໃສ່ຮັບໃຊ້ປະຊາຊົນ ແລະຮັບໃຊ້ການພັດທະນາຂອງປະຊາຄົມ; ເປັນເຈົ້າການເຂົ້າເຖິງແຫຼ່ງຊ່ວຍເຫຼືອ; ເພີ່ມທະວີການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີ; ເອົາໃຈໃສ່ເປັນພິເສດເຖິງລັກສະນະຍືນຍົງຂອງໂຄງການ... ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີສາກົນ, ຄວາມເຈດຕະນາດີ ແລະມີຫົວຄິດປະດິດສ້າງ, ກອງປະຊຸມຄັ້ງນີ້ ຈະເປີດກາລະໂອກາດຮ່ວມມືໃໝ່, ວິທີເຂົ້າເຖິງໃໝ່ ແລະຄຳໝັ້ນສັນຍາໃໝ່ໃນໄລຍະ 2025-2030.
ດ້ວຍ 2 ວາລະກອງປະຊຸມຄົບຄະນະ ແລະ 4 ກອງປະຊຸມສໍາມະນາທີ່ສຸມໃສ່ເຂົ້າໃນຂົງເຂດທີ່ຮ້ອນແຮງໃນປັດຈຸບັນ ຄື: ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຊຸກຍູ້ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ... ກອງປະຊຸມໄດ້ສ້າງໂອກາດສຳຄັນເພື່ອໃຫ້ຜູ້ແທນພາຍໃນ ແລະຕ່າງປະເທດ, ລວມມີບັນດາອົງການຮ່ວມມືພັດທະນາ, ນັກອຸປະຖໍາ, ວິສາຫະກິດ ແລະບັນດາອົງການຈັດຕັ້ງສັງຄົມ, ພ້ອມກັນປຶກສາຫາລື ແລະຊອກຫາກາລະໂອກາດຮ່ວມມືໃໝ່.
ສິ່ງທີ່ໜ້າເອົາໃຈໃສ່ຄື, ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ທັດສະນະຮ່ວມມືລະຫວ່າງຫວຽດນາມ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແມ່ນຕ້ອງຫັນປ່ຽນຮອບດ້ານຈາກການຮ່ວມມືຊ່ວຍເຫຼືອໄປຍັງການຮ່ວມມືພັດທະນາ, ສົມທົບລະຫວ່າງການໜູນຊ່ວຍດ້ານການເງິນກັບການຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະປະສົບການສາກົນ; ເປີດກວ້າງຮູບແບບການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການເຂົ້າຮ່ວມຂອງພາກເອກະຊົນ, ອົງການຈັດຕັ້ງສັງຄົມ ແລະຄູ່ຮ່ວມມືທ້ອງຖິ່ນໃນການຜັນຂະຫຍາຍປະຕິບັດໂຄງການ. ບັນດາທິດທາງທີ່ເປັນເອກະພາບ ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນເພື່ອຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ ໄລຍະ 2026-2030.
ໂດຍ: ໄຊຊະນະ