ເຊື່ອມຕໍ່ວິສາຫະກິດຫວຽດນາມ ກັບ 20 ວິສາຫະກິດ ສ.ເກົາຫຼີ
ກປ.ອອນໄລ - ວັນທີ 24 ກຸມພາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ (KOTRA ຮ່າໂນ້ຍ) ໃຫ້ຮູ້ວ່າ ໃນວັນທີ 28 ກຸມພາ, ອົງການນີ້ຈະຈັດຕັ້ງເຫດການພົບປະແລກປ່ຽນການຄ້າໂດຍກົງ (1:1) ລະຫວ່າງຄະນະຜູ້ແທນວິສາຫະກິດທີ່ມາຈາກນະຄອນ Incheon ແລະ ແຂວງ Chungbuk, ສ.ເກົາຫຼີ ກັບບັນດາວິສາຫາກິດນຳເຂົ້າ ຫວຽດນາມ ຢູ່ໂຮງແຮມ Lotte Hanoi.
ນີ້ແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນການຄ້າໃນປີ 2023.
    |
 |
ເຊື່ອມຕໍ່ວິສາຫະກິດຫວຽດນາມ ກັບ 20 ວິສາຫະກິດ ສ.ເກົາຫຼີ. ພາບ: ແຄ໊ງອານ |
ເຫດການຄັ້ງນີ້ມີການເຂົ້າຮ່ວມຂອງບໍລິສັດຜະລິດ/ສະໜອງຈາກສ.ເກົາຫຼີ ທີ່ມີອິດທິພົນຊື່ສຽງ 20 ແຫ່ງດ້ວຍບັນດາຜະລິດຕະພັນທີ່ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ການຜະລິດອຸດສາຫະກຳ-ກະສິກຳຕະຫຼອດຮອດສິນຄ້າບໍລິໂພກອຸປະໂພກທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ. ນີ້ແມ່ນຜະລິດຕະພັນບັນລຸມາດຕະຖານຄຸນນະພາບສູງທີ່ໄດ້ ແລະພວມນໍາໃຊ້ຢ່າງກວ້າງຂວາງຢູ່ ສ.ເກົາຫຼີ ແລະສົ່ງອອກໄປຍັງຫຼາຍປະເທດໃນທົ່ວໂລກ. ການເຮັດວຽກ 110 ກວ່າຄັ້ງ (1:1) ແມ່ນ KOTRA ຮ່າໂນ້ຍ ຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດຂອງສອງປະເທດໃນວັນພົບປະແລກປ່ຽນການຄ້າຈະມາເຖິງ.
ເພື່ອໃຫ້ການພົບປະແລກປ່ຽນການຄ້າໂດຍກົງບັນລຸໄດ້ປະສິດທິຜົນສູງສຸດ, KOTRA ຮ່າໂນ້ຍ ໄດ້ຕັ້ງໜ້າແນະນຳ ແລະໃຫ້ຄໍາປຶກສາຢ່າງລະອຽດກ່ຽວກັບບັນດາຜະລິດຕະພັນຂອງວິສາຫະກິດ Incheon ແລະ Chungbuk ເຖິງລູກຄ້າຫວຽດນາມ ແຕ່ລະຄົນ ຜ່ານ catalogue, ເວັບໄຊ ແລະ ວິດີໂອ.
ໂດຍ: ທະນາພອນ