ການພົບປະເຈລະຈາວິສາຫະກິດ ຫວຽດນາມ - ນິວຊີແລນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ໄດ້ເຂົ້າຮ່ວມການພົບປະເຈລະຈາວິສາຫະກິດ ຫວຽດນາມ - ນິວຊີແລນ ດ້ວຍຫົວຂໍ້ “ຄູ່ຮ່ວມມືຍຸດທະສາດໃນຂົງເຂດການຄ້າ ແລະການລົງທຶນ” ໂດຍກະຊວງ ອຸດສາຫະກຳ ແລະການຄ້າ, ກະຊວງແຜນການ ແລະການລົງທຶນຫວຽດນາມ, ສະຖານທູດນິວຊີແລນ ປະຈໍາ ຫວຽດນາມ ສົມທົບກັນຈັດຕັ້ງ.
ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານນາງ Jacinda Ardern ເນັ້ນໜັກວ່າ ບັນດາວິສາຫະກິດສວມບົດບາດສຳຄັນທີ່ສຸດ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ທ່ານນາງນາຍົກລັດຖະມົນຕີ Jacinda Ardern ປາດຖະໜາວ່າ ການພົບປະເຈລະຈາຈະແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນ ແລະຍູ້ແຮງການຮ່ວມມືໃນບັນດາຂົງເຂດກະສິກຳ, ເຄື່ອງດື່ມ, ການສຶກສາ, ການບຳລຸງສ້າງ, ສາທາລະນະສຸກ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ...
    |
 |
ບັນຍາກາດ ທີ່ການພົບປະເຈລະຈາ. ພາບ: ຫງອກທື |
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເນັ້ນໜັກວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອສືບຕໍ່ເປີດກວ້າງຂະໜາດການຄ້າສອງຝ່າຍ, ໃນຕໍ່ໜ້າແມ່ນມຸ່ງໄປເຖິງຄາດໝາຍ 2 ຕື້ໂດລາສະຫະລັດ ໃນປີ 2024. ກ່ຽວກັບການລົງທຶນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ນິວຊີແລນ ສາມາດຄົ້ນຄ້ວາ ແລະຮ່ວມມືລົງທຶນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າໄດ້ປຽບ ແລະມີຄວາມຕ້ອງການພັດທະນາ ຄື: ການຫັນເປັນດີຈີຕອນ ແລະພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ...
ກໍ່ໃນການພົບປະເຈລະຈາ, ບັນດາວິສາຫະກິດຂອງສອງປະເທດ ໄດ້ມີບົດກ່າວປາໄສ ທີ່ມີລັກສະນະສ້າງສັນສໍາລັບສອງລັດຖະບານຫວຽດນາມ ແລະນິວຊີແລນ ເພື່ອແນໃສ່ສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດ, ກໍ່ຄືແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືໃນບາງຂົງເຂດ...
ໂດຍ: ທະນາພອນ