ປີ 2024, ຫວຽດນາມ ຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 11 ຂອງສິງກະໂປ, ດ້ວຍວົງເງິນນຳເຂົ້າ-ສົ່ງອອກສອງສົ້ນບັນລຸກວ່າ 31,67 ຕື້ SGD, ເພີ່ມຂຶ້ນ 9,49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນການສົ່ງອອກເພີ່ມຂຶ້ນຢ່າງແຮງໃນລະດັບ 30,8% ບັນລຸເກືອບ 8,58 ຕື້ SGD, ນໍາເຂົ້າບັນລຸກວ່າ 23,09 ຕື້ SGD, ເພີ່ມຂຶ້ນ 3,24%. ໃນເດືອນມັງກອນ 2025, ຫວຽດນາມ ບືນຕົວຂຶ້ນແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 9 ຂອງສິງກະໂປ, ດ້ວຍວົງເງິນການຄ້າສອງສົ້ນກວ່າ 3,39 ຕື້ SGD, ເພີ່ມຂຶ້ນ 16,83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນດາໝວດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ສິງກະໂປ ສືບຕໍ່ເພີ່ມຂຶ້ນຢ່າງແຮງ, ລາຍລະອຽດແມ່ນ: ໝວດເຄື່ອງຈັກ, ອຸປະກອນ, ໂທລະສັບມືຖື, ເຄື່ອງອາໄຫຼ່ ແລະອຸປະກອນປະເພດຕ່າງໆ (ເພີ່ມຂຶ້ນ 46,02%)...
ເຖິງຢ່າງໃດກໍ່ຕາມ, ຕາມການຕີລາຄາຂອງຫ້ອງການຄ້າຫວຽດນາມ ປະຈຳ ສິງກະໂປ ແລ້ວ, ຍັງມີຄວາມສາມາດບົ່ມຊ້ອນໃຫ້ການຮ່ວມມືລົງທຶນອຸດສາຫະກຳ, ກະສິກຳ, ການນຳເຂົ້າ-ສົ່ງອອກ, ການບໍລິການກັບ ສິງກະໂປ ເຊິ່ງຫວຽດນາມ ຕ້ອງຊຸກຍູ້. ຫວຽດນາມ ມີທ່າໄດ້ປຽບແມ່ນປະເທດຜະລິດຫຼາຍຜະລິດຕະພັນ, ສິງກະໂປ ແມ່ນສູນການຄ້າຂອງພາກພື້ນ ແລະໂລກ; ໄລຍະຫ່າງທາງພູມສາດລະຫວ່າງ ສິງກະໂປ ແລະຫວຽດນາມ ແມ່ນໃກ້ສົມຄວນ; ສິງກະໂປ ແລະຫວຽດນາມ ກໍ່ແມ່ນປະເທດສະມາຊິກຂອງບັນດາສັນຍາການຄ້າເສລີ (ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ...), ແມ່ນສອງປະເທດໜຶ່ງດຽວໃນພາກພື້ນມີສັນຍາຮອບດ້ານກັບ ເອີລົບ ແລະລາຊະອານາຈັກ ອັງກິດ.
    |
 |
ຟາມລ້ຽງໝູຂອງບໍລິສັດຫຸ້ນສ່ວນກຸ່ມບໍລິສັດຮວ່າຟາດ. ພາບ: ເຈິ່ນງິ. |
ຕົວຢ່າງຄືຂົງເຂດກະສິກຳ, ປະຈຸບັນ ສິງກະໂປ ພຽງແຕ່ກຸ້ມຕົນເອງໄດ້ປະມານ 10% ຄວາມຕ້ອງການບໍລິໂພກອາຫານພາຍໃນເທົ່ານັ້ນ, ສ່ວນຍັງເຫຼືອ 90% ແມ່ນນຳເຂົ້າຈາກຕ່າງປະເທດ. ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແມ່ນໜຶ່ງໃນບັນດາຍຸດທະສາດສຳຄັນແຖວໜ້າຂອງສິງກະໂປ. ໃນທຸກປີ, ສິງກະໂປ ນຳເຂົ້າສິນໃນນ້ຳປະມານ 1,2 ຕື້ SGD , ໃນນັ້ນ ຫວຽດນາມ ສະໜອງປະມານ 9,7%; ນຳເຂົ້າເຂົ້າສານປະເພດຕ່າງໆປະມານ 460 ລ້ານ SGD, ໃນນັ້ນຫວຽດນາມ ສະໜອງປະມານ 28,25%; ຊີ້ນປະເພດຕ່າງໆປະມານ 1,28 ຕື້ SGD. ເຖິງຢ່າງໃດກໍ່ຕາມ, ບັນດາຜະລິດຕະພັນຊີ້ນໝູ, ຊີ້ນໄກ່, ໄຂ່ສັດປີກສົດຈາກຫວຽດນາມ ຍັງບໍ່ທັນໄດ້ຮັບໂຄຕ້າສົ່ງອອກເຂົ້າຕະຫຼາດ ສິງກະໂປ ຢ່າງເປັນທາງການ.
ຕາມທ່ານ ກາວຊວັນຖັ໊ງ, ທູດການຄ້າຫວຽດນາມ ປະຈຳ ສິງກະໂປ ແລ້ວ, ສະພາບການຄ້າຂອງສິງກະໂປ ກັບໂລກໃນເດືອນຕົ້ນປີ 2025 ສືບຕໍ່ຮັກສາທ່າຕັ້ງໜ້ານັບແຕ່ຊຸມເດືອນທ້າຍປີ 2024. ເຖິງຢ່າງໃດກໍ່ຕາມ, ຕີລາຄາແງ່ຫວັງໃນໄລຍະຍາວທັງປີ 2025 ແມ່ນຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່, ພ້ອມກັບການປະທະກັນພູມສາດການເມືອງປິນຂັ້ນໃດອາດເຮັດໃຫ້ລາຍຈ່າຍການຜະລິດເພີ່ມຂຶ້ນກໍ່ຄືເພີ່ມຄວາມຂາດສະຖຽນລະພາບໃນນະໂຍບາຍເສດຖະກິດທົ່ວໂລກ...
ເພື່ອສືບຕໍ່ຮັກສາທ່າເຕີບໂຕ, ຫ້ອງການຄ້າຫວຽດນາມ ປະຈຳ ສິງກະໂປ ຈະສືບຕໍ່ອັບເດດສະພາບການ, ກົນໄກ, ນະໂຍບາຍຂອງບໍລິເວນ; ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເຊື່ອມຕໍ່ແລກປ່ຽນການຄ້າ, ວາງສະແດງສິນຄ້າ, ໂຄສະນາເຜີຍແຜ່ເຄື່ອງໝາຍວິສາຫະກິດ ແລະເຄື່ອງໝາຍຜະລິດຕະພັນ, ເພີ່ມການມີໜ້າຂອງສິນຄ້າຫວຽດນາມ ຢູ່ສິງກະໂປ; ໜູນຊ່ວຍການສົ່ງອອກສິນຄ້າເຂົ້າຕະຫຼາດສິງກະໂປ; ໜູນຊ່ວຍບັນດາຄະນະປະຕິບັດງານຈາກສິງກະໂປ ເຂົ້າຫວຽດນາມ ຊອກຫາສິນຄ້າ, ສົ່ງເສີມການລົງທຶນອຸດສາຫະກຳ, ການຄ້າ ແລະການບໍລິການ.
ສຳລັບບັນຫາສະບຽງອາຫານ, ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຫວຽດນາມ ປະຈຳ ສິງກະໂປ ສະເໜີບັນດາອົງການຄຸ້ມຄອງສະບຽງອາຫານ, ອົງການກ່ຽວຂ້ອງຂອງ ສິງກະໂປ ຕີລາຄາບັນດາວິສາຫະກິດ, ຟາມຂອງຫວຽດນາມ ໂດຍໄວ ເພື່ອໃຫ້ຫວຽດນາມ ມີໂຄຕ້າສົ່ງອອກບັນດາຜະລິດຕະພັນຊີ້ນໄກ່ ແລະໄຂ່ສັດປີກເຂົ້າຕະຫຼາດສິງກະໂປ ຢ່າງເປັນທາງການ. ກ່ຽວຂ້ອງເຖິງບັນຫານີ້, ທ່ານ Damian Chan, ຜູ້ອໍານວຍການໃຫຍ່ອົງການຄຸ້ມຄອງສະບຽງອາຫານ ສິງກະໂປ (SFA) ໃຫ້ຮູ້ວ່າ SFA ໄດ້ດໍາເນີນການສໍາຫຼວດຢູ່ບາງວິສາຫະກິດຂອງຫວຽດນາມ; ຕີລາຄາສູງຂອບຂະໜາດການລ້ຽງສັດ, ລະດັບຄວາມຮູ້ດ້ານເຕັກໂນໂລຢີ, ເຄື່ອງຈັກ, ອຸປະກອນໃນຕ່ອງໂສ້ຂ້າສັດ ແລະປຸງແຕ່ງຊີ້ນສັດປີກ, ຜະລິດຕະພັນໄຂ່ສັດປີກຢູ່ຫຼາຍວິສາຫະກິດຂອງຫວຽດນາມ.
SFA ກໍ່ຕີລາຄາຄວາມສາມາດບົ່ມຊ້ອນຂອງບັນດາຜະລິດຕະພັນຊີ້ນໄກ່ທີ່ໄດ້ປຸງແຕ່ງດ້ວຍຄວາມຮ້ອນຈາກຫວຽດນາມ ແມ່ນສາມາດໄດ້ຮັບໂຄຕ້າສົ່ງອອກສິງກະໂປ ຢ່າງເປັນທາງການ, ຫວັງວ່າ ໄຂ່ສັດປີກ ແລະບັນດາຜະລິດຕະພັນຊີ້ນປະເພດຕ່າງໆສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນອະນາຄົດ.
ເພື່ອສືບຕໍ່ຮັກສາທ່າເຕີບໂຕໃນການສົ່ງອອກເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນນີ້, ບັນດາສະມາຄົມຂະແໜງສິນຄ້າ ແລະວິສາຫະກິດຕ້ອງຕິດຕາມກວດກາການຜັນແປຢູ່ບໍລິເວນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນນະໂຍບາຍໃໝ່, ບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂມາດຕະຖານຄຸນນະພາບຜະລິດຕະພັນ; ການປ່ຽນແປງໃໝ່ວິທີການຄຸ້ມຄອງ, ການຫັນປ່ຽນດີຈີຕອນໃນວິສາຫະກິດ ເພື່ອຫຼຸດຜ່ອນລາຍຈ່າຍການຜະລິດ, ເພີ່ມຄວາມສາມາດແກ່ງແຍ້ງ; ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ເຂົ້າຮ່ວມວາງສະແດງສິນຄ້າຢູ່ບັນດາງານຕະຫຼາດນັດວາງສະແດງສິນຄ້າສາກົນ ເພື່ອເພີ່ມທະວີການມີໜ້າຂອງສິນຄ້າຫວຽດນາມ, ໂຄສະນາເຜີຍແຜ່ຜະລິດຕະພັນ, ເຄື່ອງໝາຍການຄ້າສິນຄ້າຫວຽດນາມ ເຖິງຜູ້ບໍລິໂພກ.
ໂດຍ: ແສງເດືອນ