ກ່າວຄຳເຫັນທີ່ລາຍການ, ທ່ານນາງ ຟານທິຖັງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຂໍ້ສັງເກດວ່າ ເຫດຜົນອັນຊອບທຳເພື່ອເປີດກວ້າງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະແອັດສະປາຍ ລວມມີ: ຫວຽດນາມ ມີພື້ນຖານເສດຖະກິດເຕີບໂຕໄວ, ສະພາບແວດລ້ອມແຫ່ງການລົງທຶນທີ່ຈັບອົກຈັບໃຈ; ແອັດສະປາຍ ມີທ່າແຮງດ້ານເຕັກໂນໂລຢີ, ພະລັງງານ ແລະວັດສະດຸ; ທັງສອງປະເທດລ້ວນແຕ່ສາມາດສວມບົດບາດເປັນປະຕູສູ່ຕະຫຼາດໃຫຍ່ຂອງ ອີຢູ, ອາຊຽນ ແລະ FTA ທົ່ວໂລກ; ສອງຝ່າຍພວມກະກຽມຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ຄັ້ງທີ 1 ເພື່ອຊຸກຍູ້ການຮ່ວມມືທີ່ແທດຈິງກວ່າ.

ຈາກນັ້ນ, ທ່ານນາງ ຟານທິຖັງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ການປຸງແຕ່ງສະບຽງອາຫານ, ຕໍ່າແຜ່ນຕັດຫຍິບ, ເຄື່ອງກົນຈັກ, logistics, ການທ່ອງທ່ຽວ ແລະພະລັງງານສະອາດ. ເວທີປາໄສແມ່ນຂົວຕໍ່ ເພື່ອວິສາຫະກິດສອງປະເທດເຂົ້າໃຈຕະຫຼາດ, ກໍາແໜ້ນກາລະໂອກາດ ແລະຂຸດຄົ້ນກົນໄກໜູນຊ່ວຍຈາກລັດຖະບານຢ່າງສຸດຂີດ.

leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ແທັງແທັງ

ທີ່ເວທີປາໄສ, ວິສາຫະກິດຫວຽດນາມ ຮັບຂໍ້ມູນໂດຍກົງກ່ຽວກັບກາລະໂອກາດດຳເນີນທຸລະກິດກັບວິສາຫະກິດແອັດສະປາຍ, ກໍ່ຄືພົບປະກັບວິສາຫະກິດໃນຄະນະທີ່ຮ່ວມເດີນທາງໄປນຳທ່ານນາຍົກລັດຖະມົນຕີແອັດສະປາຍ. ວິສາຫະກິດເຂົ້າຮ່ວມລາຍການຂຶ້ນກັບຂົງເຂດຕ່າງໆ: ທາງລົດໄຟ; ການຜະລິດເຄື່ອງກົນຈັກຂະແໜງທາງລົດໄຟ; ໃຫ້ຄຳປຶກສາດ້ານການອອກແບບ ແລະກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ; ມາດຕະການເຕັກໂນໂລຢີປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂທລະຄົມມະນາຄົມ; ໂຮງແຮມ; ນໍ້າ, ພະລັງງານທົດແທນ, ເຄື່ອງຕໍ່າແຜ່ນຕັດຫຍິບ; ວັດສະດຸກໍ່ສ້າງ…

ໂດຍ: ເຈິ່ນຮວ່ຽນ