ຄວາມສາມາດບົ່ມຊ້ອນການຮ່ວມມື logistics ການບິນລະຫວ່າງຫວຽດນາມ ແລະອາຟະລິກາໃຕ້
ກປ.ອອນໄລ - ຂະແໜງການ logistics, ພິເສດແມ່ນ logistics ການບິນ, ສວມບົດບາດສໍາຄັນໃນການພັດທະນາເສດຖະກິດຂອງອາຟະລິກາໃຕ້. ໃນຂະນະນັ້ນ, ຢູ່ຫວຽດນາມ, ຂົງເຂດນີ້ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
ແນໃສ່ເປີດກວ້າງກາລະໂອກາດຮ່ວມມື logistics ການບິນລະຫວ່າງສອງປະເທດ, ໃນການເຮັດວຽກຢູ່ ອາຟະລິກາໃຕ້ ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ມີການປຶກສາຫາລືກັບບັນດາສາຍການບິນອາຟະລິກາໃຕ້, ຄື: Airlink, South African Airways ແລະພ້ອມກັບນັກຊ່ຽວຊານໃນຂົງເຂດການບິນ ແລະ logistics.
    |
 |
ຄະນະປະຕິບັດງານກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເຮັດວຽກກັບຜູ້ຕາງໜ້າສາຍການບິນ Airlink, ອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ De Villiers Engelbrecht, ຜູ້ອໍານວຍການການເງິນສາຍການບິນ Airlink, ອາຟະລິກາໃຕ້, ໃຫ້ຂໍ້ສັງເກດວ່າ: "ບັນຫາໃນການຄົມມະນາຄົມລະຫວ່າງຫວຽດນາມ ແລະອາຟະລິກາໃຕ້ ແມ່ນພວກເຮົາບໍ່ມີການເຊື່ອມຕໍ່ລະຫວ່າງສາຍການບິນຂອງສອງປະເທດ, ສະນັ້ນ, ນີ້ແມ່ນໂອກາດດີເພື່ອໃຫ້ສາຍການບິນ, ຄື: Airlink, ຫົວໜ່ວຍເຊື່ອມຕໍ່ການຂົນສົ່ງສິນຄ້າ, ຜະລິດຕະພັນກະເສດສົດ ແລະເຕັກໂນໂລຢີລະຫວ່າງບັນດາປະເທດພາກໃຕ້ອາຟະລິກາ, ສາມາດສົມທົບກັບສາຍການບິນຫວຽດນາມ ແນໃສ່ສ້າງເສັ້ນທາງເຊື່ອມຕໍ່ຜູ້ໂດຍສານ ແລະສິນຄ້າລະຫວ່າງສອງປະເທດ".
ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ດ້ວຍທີ່ຕັ້ງພູມສາດຂອງອາຟະລິກາໃຕ້ ແລະຫວຽດນາມ, ກາລະໂອກາດຮ່ວມມືດ້ານການບິນ ແລະ logistics ບໍ່ພຽງແຕ່ຈຳກັດລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງສາມາດເປີດກວ້າງໄປຍັງບັນດາປະເທດອາຟະລິກາ ອື່ນອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ