ຫວຽດນາມ ເພີ່ມທະວີການຮ່ວມມືກັບທ້ອງຖິ່ນຂອງເວເນຊູເອລາ
ໃນຂອບເຂດການເຄື່ອນໄຫວເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ກັບບັນດາທ້ອງຖິ່ນຂອງ ເວເນຊູເອລາ, ແຕ່ວັນທີ 28 ກຸມພາ ຫາວັນທີ 2 ມີນາ, ທ່ານ ຫວູຈຸງມີ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ພ້ອມກັບຄະນະປະຕິບັດງານຂອງສະຖານທູດ ແລະຜູ້ຕາງໜ້າວິສາຫະກິດຫວຽດນາມ ໄດ້ມີການຢ້ຽມຢາມ ແລະເຮັດວຽກຢູ່ລັດ Trujillo ເພື່ອຊອກຫາໂອກາດຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ ແລະກະສິກຳ.
    |
 |
ທ່ານ ຫວູຈຸງມີ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ແລະທ່ານ Gerardo Marquez ຜູ້ວ່າການລັດ Trujillo. ພາບ: ສໍານັກຂ່າວສານຫວຽດນາມ |
ໃນການເດີນທາງໄປປະຕິບັດງານ, ທ່ານເອກອັກຄະລັດຖະທູດ ຫວູຈຸງມີ ໄດ້ມີການພົບປະ, ເຮັດວຽກກັບທ່ານ Gerardo Marquez ຜູ້ວ່າການລັດ Trujillo, ທ່ານນາງ Angie Quintana ເຈົ້າຄອງນະຄອນ Valera, ປະທານກຸ່ມມິດຕະພາບ ເວເນຊູເອລາ - ຫວຽດນາມ ຢູ່ລັດ Trujillo, ທ່ານ Carlos Fonseca, ຜູ້ຕາງໜ້າຫ້ອງການການຄ້າລັດ Trujillo, ສະມາຄົມບັນດາວິສາຫະກິດຂະໜາດກາງ ແລະນ້ອຍຂອງທ້ອງຖິ່ນ.
ທີ່ການເຮັດວຽກທ່ານ Gerardo Marquez ຢັ້ງຢືນການຢ້ຽມຢາມຂອງຄະນະປະຕິບັດງານຂອງສະຖານທູດຫວຽດນາມ ແມ່ນຂີດໝາຍສຳຄັນໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງເວເນຊູເອລາ ແລະຫວຽດນາມ ເວົ້າລວມ ແລະລະຫວ່າງລັດ Trujillo ແລະຫວຽດນາມ ເວົ້າສະເພາະ. ທ່ານ Gerardo Marquez ໃຫ້ຮູ້ວ່າໜຶ່ງໃນສາມລັດເຂດພູສູງຂອງເວເນຊູເອລາ, ຢູ່ພູພຽງ Andres, ກະສິກຳແມ່ນທ່າແຮງຂອງລັດ ດ້ວຍບັນດາຜະລິດຕະພັນຫຼັກແຫຼ່ງແມ່ນ: Strawberry, ໝາກກ້ວຍ, ກາເຟ, ໝາກຖົ່ວ ແລະໝາກໄມ້ປະເພດງິມຊະນິດຕ່າງໆ. ນີ້ແມ່ນຂົງເຂດເຊິ່ງຫວຽດນາມ ແລະເວເນຊູເອລາ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ