ຫວຽດນາມ ແລະສ.ເກົາຫຼີ ຊຸກຍູ້ການສ້າງເຂດອຸດສາຫະກຳນຳໃຊ້ຊັບພະຍາກອນຜະລິດຄືນໃໝ່
ກປ.ອອນໄລ - ວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ທ່ານ ເລກົງແທັງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kim Young Ki ຮັກສາການຫົວໜ້າສະຖາບັນເຕັກໂນໂລຢີ ແລະອຸດສາຫະກຳສິ່ງແວດລ້ອມ ສ.ເກົາຫຼີ (KEITI).
    |
 |
ທ່ານ ເລກົງແທັງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ (ເບື້ອງຂວາ) ຕ້ອນຮັບທ່ານ Kim Young Ki ຮັກສາການຫົວໜ້າສະຖາບັນເຕັກໂນໂລຢີ ແລະອຸດສາຫະກຳສິ່ງແວດລ້ອມ ສ.ເກົາຫຼີ. ພາບ: ຕົ໊ງມີງ |
ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຊຸກຍູ້ຄວາມຄືບໜ້າໃນການປະຕິບັດໂຄງການສ້າງເຂດອຸດສາຫະກຳນຳໃຊ້ຊັບພະຍາກອນຜະລິດຄືນໃໝ່ຢູ່ຫວຽດນາມ.
ທ່ານ ເລກົງແທັງ ຕີລາຄາສູງສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສ.ເກົາຫຼີ ທີ່ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫຼາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດທີ່ມີປະສິດທິຜົນ ໄດ້ ແລະພວມໄດ້ຮັບການຜັນຂະຫຍາຍຈາກສອງປະເທດ.
ທ່ານ ເລກົງແທັງ ສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫຼີ ແລະ KEITI ທີ່ໄດ້ໜູນຊ່ວຍກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ກໍ່ສ້າງ ແລະປະຕິບັດບັນດານະໂຍບາຍ, ໂຄງການປົກປັກຮັກສາສິ່ງແວດລ້ອມ, ພົ້ນເດັ່ນ ຄື: ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບເປີດກວ້າງຂອງຜູ້ຜະລິດ ແລະຜູ້ນຳເຂົ້າ (EPR). ເພື່ອປະຕິບັດ EPR, ເສດຖະກິດໝູນວຽນ, ຊຸກຍູ້ບັນດາການເຄື່ອນໄຫວນຳມາໃຊ້ຄືນໃໝ່, ຫວຽດນາມ ຕ້ອງຮໍ່າຮຽນຈາກບັນດາປະເທດ ຄື ສ.ເກົາຫຼີ.
    |
 |
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຕົ໊ງມີງ |
ເມື່ອແລກປ່ຽນກ່ຽວກັບເນື້ອໃນນີ້, ທ່ານ Kim Young Ki ໃຫ້ຮູ້ວ່າ ສ.ເກົາຫຼີ ໄດ້ນຳໃຊ້ EPR ມາແຕ່ດົນແລ້ວ, ພ້ອມແລ້ວທີ່ຈະແບ່ງປັນກັບຫວຽດນາມ ເພື່ອສ້າງພື້ນຖານເສດຖະກິດໝູນວຽນໃນການຄຸ້ມຄອງສິ່ງເສດເຫຼືອ. ຫັນການພົວພັນລະຫວ່າງກະຊວງສິ່ງແວດລ້ອມ ສ.ເກົາຫຼີ ແລະກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໃຫ້ປະກົດຜົນເປັນຈິງ, ການນຳສອງກະຊວງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງເຂດອຸດສາຫະກຳນຳໃຊ້ຊັບພະຍາກອນຜະລິດຄືນໃໝ່.
ໂດຍຮັບຮູ້ຄວາມໝາຍທີ່ແທດຈິງຂອງໂຄງການນີ້, ທ່ານ ເລກົງແທັງ ເນັ້ນໜັກວ່າ ການນຳກະຊວງກະສິກຳ ແລະສິ່ງແວດລ້ອມ ຈະຊີ້ນຳບັນດາອົງການ ສົມທົບຢ່າງແໜ້ນແຟ້ນກັບກະຊວງສິ່ງແວດລ້ອມ ສ.ເກົາຫຼີ ແລະ KEITI ເພື່ອປະຕິບັດໂຄງການຢ່າງມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ