ກ່າວຄຳເຫັນທີ່ລາຍການ, ທ່ານນາງ Ann Måwe ເອກອັກຄະລັດຖະທູດຊູແອັດ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ລາຍການໄດ້ຈັດຕັ້ງເພື່ອແນໃສ່ຊຸກຍູ້ ແລະສ້າງເງື່ອນໄຂໃຫ້ຊູແອັດ ແລະຫວຽດນາມ ພ້ອມກັນປະດິດສ້າງ, ພ້ອມກັນມຸ່ງໄປເຖິງສັງຄົມພັດທະນາແບບຍືນຍົງ, ອົງອາດກ້າແກ່ນ ແລະວັດທະນາຖາວອນ ໃນອະນາຄົດ, ອີງໃສ່ສາຍພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອມິດຕະພາບ, ການຮ່ວມມືໃນກວ່າເຄິ່ງທົດສະວັດ ຜ່ານມາ.

leftcenterrightdel
ບັນຍາກາດທີ່ລາຍການ. ພາບ: ລາຢຸຍ

ບັນດານັກຊ່ຽວຊານຂອງຊູແອັດ ໄດ້ແບ່ງປັນກ່ຽວກັບເປົ້າໝາຍສ້າງເປັນພະລັງງານທີ່ບໍ່ນໍາໃຊ້ເຊື້ອເພີງຫັນເປັນຫີນ ດ້ວຍການສະໜອງໄຟຟ້າຢ່າງມີປະສິດທິຜົນກ່ຽວກັບຄ່າໃຊ້ຈ່າຍ, ມີຜົນກະທົບຫຍໍ້ທໍ້ໜ້ອຍເຖິງສຸຂະພາບ, ສິ່ງແວດລ້ອມ ແລະອາກາດ. ເພື່ອເຮັດໄດ້ສິ່ງນັ້ນ, ຈຳເປັນຕ້ອງມີເຄືອຂ່າຍໄຟຟ້າທີ່ທັນສະໄໝ, ນໍາໃຊ້ແຫຼ່ງພະລັງງານບໍ່ຫັນເປັນຫີນ ດ້ວຍປະສິດທິພາບສູງສຸດຢ່າງມີໄຫວພິບ. ພວກເຮົາ ຕ້ອງການເຕັກໂນໂລຢີຖ່ານໄຟທີ່ທັນສະໄໝອະນຸຍາດຮັກສາໄວ້ໃນຕາໜ່າງໄຟຟ້າ. ຢູ່ ຊູແອັດ, ບັນດາທ້ອງຖິ່ນພວມມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອກະກຽມໃຫ້ການປ່ຽນແປງທາງດ້ານເຕັກໂນໂລຢີ ແລະພື້ນຖານໂຄງລ່າງນີ້.

ໃນຂອບເຂດລາຍການ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຫົວຂໍ້ພະລັງງານແບບຍືນຍົງ, ການຜະລິດແບບຍືນຍົງ, ການບໍລິໂພກ ແລະນໍາໃຊ້ວັດຖຸດິບແບບຍືນຍົງ ກໍ່ຄືຄວາມສຳຄັນຂອງພື້ນຖານເສດຖະກິດໝູນວຽນ. ຜູ້ຕາງໜ້າບັນດາວິສາຫະກິດຊູແອັດ,  ກໍ່ແບ່ງປັນບົດຮຽນກ່ຽວກັບການຜັນຂະຫຍາຍມາດຕະການສີຂຽວ ເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ