ADB ຊ່ວຍຫວຽດນາມ ຜະລິດລົດບັສໄຟຟ້າ
ກປ.ອອນໄລ - ວັນທີ 24 ຕຸລາ, ທະນາຄານພັດທະນາອາຊີ (ADB) ແຈ້ງໃຫ້ຊາບວ່າ ໄດ້ລະດົມບ້ວງເງິນອຸປະຖໍາທີ່ມີມູນຄ່າ 135 ລ້ານໂດລາສະຫະລັດໃຫ້ແກ່ບໍລິສັດຫຸ້ນສ່ວນຜະລິດ ແລະດໍາເນີນທຸລະກິດ VinFast ເພື່ອຜະລິດລົດບັສ ທີ່ແລ່ນດ້ວຍໄຟຟ້າ ແລະເຄືອຂ່າຍສາກໄຟໃຫ້ລົດໄຟຟ້າໃນທົ່ວປະເທດ.
    |
 |
ADB ຊ່ວຍຫວຽດນາມ ຜະລິດລົດບັສ ໄຟຟ້າ. ພາບ: qdnd.vn |
ບ້ວງເງິນອຸປະຖໍາ ກຳນົດເວລາ 7 ປີ ລວມມີ 20 ລ້ານໂດລາສະຫະລັດ ທຶນກູ້ຢືມໂດຍ ADB ອຸປະຖໍາ, ບ້ວງເງິນກູ້ຢືມອື່ນມີມູນຄ່າ 87 ລ້ານໂດລາສະຫະລັດ ໂດຍ ADB ເລັ່ງກະທົບໃນຖານະເປັນຜູ້ລະດົມທຶນ ແລະບ້ວງເງິນອຸປະຖໍາພິເສດ ມີມູນຄ່າ 28 ລ້ານໂດລາສະຫະລັດ.
ທ່ານນາງ Suzanne Gaboury ຫົວໜ້າກົມວິຊາສະເພາະພາກເອກະຊົນຂອງ ADB ຢັ້ງຢືນວ່າ ໂຄງການນີ້ນໍາເອົາມາດຕະການຄົມມະນາຄົມແບບຍືນຍົງມາໃຫ້ຫວຽດນາມ. ບ້ວງເງິນອຸປະຖໍານີ້ ກໍໜູນຊ່ວຍຄວາມມານະພະຍາຍາມຂອງຫວຽດນາມ ແນໃສ່ບັນລຸໄດ້ເປົ້າໝາຍ ປ່ອຍອາຍພິດເຮືອນແກ້ວໃຫ້ເປັນສູນ ແລະເປີດກວ້າງບັນດາຂະແໜງຜະລິດເຕັກໂນໂລຢີສູງ.
ໂດຍ: ໄຊຊະນະ