leftcenterrightdel
ທ່ານ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ພົບປະກັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາງ Halimah Yacob ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນຫຼວງຮ່າໂນ້ຍ, ປາດຖະໜາວ່າ ນະຄອນສືບຕໍ່ມີບາດກ້າວພັດທະນາໃໝ່ໃນອະນາຄົດ; ວິວັດການນີ້ຄວນເອົາໃຈໃສ່ເປັນພິເສດເຖິງການພັດທະນາສີຂຽວ, ພິເສດແມ່ນການອະນຸລັກຮັກສາຄຸນຄ່າວັດທະນະທໍາປະຫວັດສາດ. ຕີລາຄາສູງຄວາມມານະພະຍາຍາມອະນຸລັກຮັກສາມໍລະດົກຕິດພັນກັບການທ່ອງທ່ຽວ ເຊິ່ງຮ່າໂນ້ຍ ພວມຜັນຂະຫຍາຍຢ່າງຕັ້ງໜ້າ, ທ່ານນາງ Halimah Yacob ຫວັງວ່າ ນະຄອນຮ່າໂນ້ຍ ຈະແບ່ງປັນບົດຮຽນອັນລໍ້າຄ່າໃນການອະນຸລັກຮັກສາປູຊະນີຍະສະຖານ, ມໍລະດົກ, ເຮືອນເກົ່າ, ໃນສະພາບການສິງກະໂປ ພວມຢູ່ໃນວິວັດການກໍ່ສ້າງຕົວເມືອງທັນສະໄໝ. ທ່ານນາງ Halimah Yacob ສະເໜີໃຫ້ຮ່າໂນ້ຍ ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ປາດຖະໜາວ່າ ນະຄອນຮ່າໂນ້ຍ ຈະເອົາໃຈໃສ່ສະໜັບສະໜູນປະຊາຄົມວິສາຫະກິດສິງກະໂປ, ຜ່ານນັ້ນສົ່ງເສີມບັນດາວິສາຫະກິດພັດທະນາກວ່າອີກ.

leftcenterrightdel
ທ່ານ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ແລະທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ດິງຕ໊ຽນຢູງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຮ່າໂນ້ຍ ປາດຖະໜາຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທີ່ມີຢູ່ແລ້ວ ແລະເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ກັບສິງກະໂປ, ພິເສດແມ່ນການວາງແຜນຜັງ ແລະຄຸ້ມຄອງຕົວເມືອງ; ການເງິນ; ສາທາລະນະສຸກ; ການທ່ອງທ່ຽວ; ການພັດທະນານະຄອນອັດສະລິຍະ, ການປົກປັກຮັກສາສິ່ງແວດລ້ອມ... ສະແດງຄວາມເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ ແລະກໍ່ສ້າງ, ທ່ານ ດິງຕ໊ຽນຢູງ ໄດ້ຊີ້ນຳບັນດາອົງການວິຊາສະເພາະຂອງນະຄອນຮ່າໂນ້ຍ ພິຈາລະນາ, ຜັນຂະຫຍາຍການຮ່ວມມືກັບສິງກະໂປ ໃນການກໍ່ສ້າງອາຊີບ, ວິຊາການ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການປັບປຸງ, ຍົກສູງຄຸນນະພາບກົງຈັກບໍລິຫານ, ຄຸ້ມຄອງຂອງນະຄອນ.

ໂດຍ: ເຈິ່ນຮວ່ຽນ