ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ OECD
ກປ.ອອນໄລ - ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະການຜະລິດອົດສະຕາລີ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງອົງການຈັດຕັ້ງຮ່ວມມື ແລະພັດທະນາເສດຖະກິດ (OECD) - ໂຄງການອາຊີຕາເວັນອອກສ່ຽງໃຕ້ 2022 ຢູ່ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ OECD ຢ່າງມີປະສິດທິຜົນ, ສຸມໃສ່ຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງປະກອບສ່ວນຢ່າງແທດຈິງໃນກິດຈະການພັດທະນາເສດຖະກິດ-ສັງຄົມຫວຽດນາມ, ຄື: ການຫັນປ່ຽນດີຈີຕອນ, ການເຕີບໂຕສີຂຽວ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ... ທ່ານ ບຸ່ຍແທັງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ ອົດສະຕາລີ ທີ່ໄດ້ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ພະນັກງານຫວຽດນາມ ໄດ້ເຮັດວຽກຢູ່ຄະນະເລຂາ OECD, ປະກອບສ່ວນບໍາລຸງສ້າງ, ຍົກສູງຄວາມຮູ້ດ້ານວິຊາການ ແລະບົດຮຽນໃຫ້ຖັນແຖວພະນັກງານການທູດຫວຽດນາມ.
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະການຜະລິດອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ. |
ເມື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຮັກສາກົນໄກຮ່ວມມືຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືດ້ານການຄ້າ-ເສດຖະກິດ-ການລົງທຶນ, ພ້ອມທັງເປີດກວ້າງການຮ່ວມມືດ້ານພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ໂທລະຄົມມະນາຄົມ, ພັດທະນາພື້ນຖານໂຄງລ່າງ, ການຮ່ວມມືສາມຝ່າຍ... ລັດຖະມົນຕີສອງທ່ານ ກໍ່ປຶກສາຫາລືກ່ຽວກັບການຮ່ວມມືຂອງຫວຽດນາມ, ອົດສະຕາລີ ກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ແລະບັນດາປະເທດປາຊີຟິກໃຕ້ ກໍ່ຄືບັນດາບັນຫາຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ ແລະການຜັນຂະຫຍາຍສັນຍາການຄ້າເສລີລຸ້ນໃໝ່, ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).
ໂດຍ: ເຈິ່ນຮວ່ຽນ