ນໍາວົງເງິນການຄ້າລະຫວ່າງຫວຽດນາມ - ສ.ເກົາຫຼີ ຂຶ້ນລະດັບ 100 ຕື້ໂດລາສະຫະລັດ
ກປ.ອອນໄລ - ເພື່ອແນໃສ່ໜູນຊ່ວຍ ແລະຍູ້ແຮງການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດຫວຽດນາມ ແລະສ.ເກົາຫຼີ ພາຍຫຼັງ 2 ປີທີ່ພະຍາດໂຄວິດ-19 ແຜ່ລະບາດໃຫ້ມີປະສິດທິຜົນ, ໃນໄລຍະຜ່ານມາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ ປະຈໍາຮ່າໂນ້ຍ (KOTRA Hanoi) ໄດ້ຈັດຕັ້ງບັນດາເຫດການແລກປ່ຽນການຄ້າແບບໂດຍກົງ ແລະທາງໄກ.
ທີ່ບັນດາເຫດການດັ່ງກ່າວ, KOTRA Hanoi ໄດ້ໃຫ້ຄໍາປຶກສາແກ່ວິສາຫະກິດສອງປະເທດກ່ຽວກັບລະບຽບການນິຕິກໍາ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວການຄ້າສາກົນ. ເປົ້າໝາຍວາງອອກແມ່ນຍົກວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ - ສ.ເກົາຫຼີ ຂຶ້ນລະດັບ 100 ຕື້ໂດລາສະຫະລັດ ໃນປີ 2022.
ທ່ານນາງ ເຈິ່ນທິຫາຍອ໊ຽນ, ຫົວໜ້າຫ້ອງວ່າການ KOTRA Hanoi ໃຫ້ຮູ້ວ່າ KOTRA Hanoi ແມ່ນອົງການຂອງລັດຖະບານ ສ.ເກົາຫຼີ ນໍາໜ້າການເຄື່ອນໄຫວໜູນຊ່ວຍສົ່ງເສີມການຄ້າອອກສູ່ຕ່າງປະເທດ. ປີ 2022, KOTRA Hanoi ຈະຈັດຕັ້ງ 80 ເຫດການແລກປ່ຽນການຄ້າແບບໂດຍກົງ ແລະທາງໄກ, ເພື່ອແນໃສ່ເຊື່ອມຕໍ່ກວ່າ 1.300 ວິສາຫະກິດ ສ.ເກົາຫຼີ ກັບກວ່າ 1.000 ວິສາຫະກິດຂອງຫວຽດນາມ. ທີ່ບັນດາເຫດການແລກປ່ຽນການຄ້າ, ບັນດາວິສາຫະກິດ ສ.ເກົາຫຼີ ຈະວາງສະແດງ ແລະແນະນໍາຫຼາຍຜະລິດຕະພັນທີ່ມີຄຸນນະພາບເຖິງວິສາຫະກິດຫວຽດນາມ ເຊິ່ງລວມມີ: ເຄື່ອງສຳອາງ, ທັນຍາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍໃນຄອບຄົວ, ຜະລິດຕະພັນການສຶກສາ, ອຸປະກອນການແພດ, ອຸປະກອນເຕັກນິກ...
    |
 |
ວິສາຫະກິດນະຄອນ Ulsan, ສ.ເກົາຫຼີ ແນະນໍາຜະລິດຕະພັນ ເຖິງບັນດາວິສາຫະກິດຫວຽດນາມ. ພາບ: ທູຮວ່າຍ. |
ຫວ່າງມໍ່ໆມານີ້, ໃນເຫດການແລກປ່ຽນການຄ້າຢູ່ຮ່າໂນ້ຍ ລະຫວ່າງຄະນະວິສາຫະກິດ ທີ່ມາຈາກນະຄອນ Incheon, ສ.ເກົາຫຼີ ກັບວິສາຫະກິດຫວຽດນາມ ເຊິ່ງໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ, ທ່ານ Kim Yo Keun, ຜູ້ອໍານວຍການບໍລິສັດ Prime ຈໍາກັດ ໃຫ້ຮູ້ວ່າ “ຕະຫຼາດຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນນໍາກາລະໂອກາດພັດທະນາມາໃຫ້ວິສາຫະກິດ ສ.ເກົາຫຼີ. ບໍລິສັດພວມມານະພະຍາຍາມເພື່ອຕອບສະໜອງຄວາມຕ້ອງການຂອງຫວຽດນາມ ກ່ຽວກັບເຄື່ອງລ້າງຖ້ວຍ. ປັດຈຸບັນ, ມູນຄ່າການສ່ົງອອກຂອງບໍລິສັດ ຢູ່ຕະຫຼາດຫວຽດນາມ ແມ່ນ 300 ລ້ານອວນ/ປີ”. ທ່ານ ຟ້າມຫງອກບ໊າ, ຜູ້ອໍານວຍການບໍລິສັດຫຸ້ນສ່ວນສື່ສານ VIC ຫວຽດນາມ-ສ.ເກົາຫຼີ ຕີລາຄາສູງບົດບາດສ່ົງເສີມການຄ້າ ແລະປາດຖະໜາຢາກຊອກຫາບັນດາຄູ່ຮ່ວມມືຂອງ ສ.ເກົາຫຼີ ທີ່ມີຄວາມສາມາດບົ່ມຊ້ອນຢູ່ເຫດການນີ້.
ເພື່ອໃຫ້ບັນດາການແລກປ່ຽນການຄ້າທາງໄກບັນລຸປະສິດທິຜົນສູງສຸດ, KOTRA Hanoi ໄດ້ຕັ້ງໜ້າແນະນໍາ ແລະໃຫ້ຄໍາປຶກສາຜະລິດຕະພັນຢ່າງລະອຽດເຖິງແຕ່ລະວິສາຫະກິດຫວຽດນາມ ດ້ວຍ catalogue ແລະ video ໂຄສະນາ. ບັນດາການເຮັດວຽກ ກໍ່ໄດ້ປະຕິບັດໂດຍຜ່ານການໜູນຊ່ວຍແປພາສາຫວຽດນາມ - ສ.ເກົາຫຼີ. ທີ່ບັນດາເຫດການດັ່ງກ່າວ, KOTRA Hanoi ໄດ້ໃຫ້ຄໍາປຶກສາແກ່ວິສາຫະກິດສອງປະເທດ ກ່ຽວກັບລະບຽບການນິຕິກໍາ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວການຄ້າສາກົນ.
ຕົວເລກສະຖິຕິຂອງກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ສະແດງໃຫ້ເຫັນວ່າ, ໃນ 9 ເດືອນ ປີ 2022; ຄາດວ່າວົງເງິນການສົ່ງອອກໄປຍັງຕະຫຼາດ ສ.ເກົາຫຼີ ບັນລຸ 18,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກົງກັນຂ້າມ, ສ.ເກົາຫຼີ ແມ່ນຕະຫຼາດ ນໍາເຂົ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ດ້ວຍວົງເງິນນໍາເຂົ້າບັນລຸປະມານ 48,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໂດຍ: ທູຈາງ