leftcenterrightdel
ທ່ານ ຫງວຽນຈ້ອງເທື່ອ ມອບດອກໄມ້ອວຍພອນກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ

ຈາກ​ນັ້ນທ່ານ ຫງວຽນຈ້ອງເທື່ອ ຮອງລັດຖະມົນຕີກະຊວງພາຍໃນ ສະແດງຄວາມເຊື່ອໝັ້ນວ່າ VCB Association ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະການາດາ. ກະຊວງພາຍໃນ ປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ VCB Association ສາມາດເປີດກວ້າງເຄືອຂ່າຍສະມາຊິກຢູ່ຫວຽດນາມ ແລະມີກິດຈະກຳແທດຈິງຫຼາຍຢ່າງ.

ຂະນະ​ທີ່, ທ່ານ Dan On, ປະທານບໍລິສັດ Dan D Pak ແລະກໍແມ່ນປະທານຜູ້ທຳອິດຂອງ VCB Association ໄດ້ແບ່ງປັນ ເລື່ອງລາວ ການລົງທຶນທີ່ປະສົບຜົນສຳເລັດຂອງທ່ານຢູ່ບ້ານເກີດເມືອງນອນ ໃນໄລຍະປ່ຽນແປງໃໝ່ ແລະຮຽກຮ້ອງໃຫ້ບັນດາ ສະມາຊິກພ້ອມກັນລົງທຶນ, ດຳເນີນທຸລະກິດ, ຮ່ວມແຮງຮ່ວມໃຈເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມອີກ.

ເນື້ອໃນ: ຂປລ