leftcenterrightdel
ພິທີລົງນາມໃນສັນຍາສິນເຊື່ອລະຫວ່າງ AFD ແລະ EVN ຢູ່ຮ່າໂນ້ຍ. ພາບ: ສະຖານທູດຝຣັ່ງ

ບ້ວງເງິນກູ້ຢືມບຸລິມະສິດເພື່ອແນໃສ່ໜູນຊ່ວຍວິວັດການຫັນປ່ຽນພະລັງງານຂອງຫວຽດນາມ, ສອດຄ່ອງກັບການໃຫ້ຄໍາໝັ້ນສັນຍາຂອງຫວຽດນາມ ກ່ຽວກັບດິນຟ້າອາກາດທີ່ກອງປະຊຸມ COP26 ຜ່ານມາ. ລະອຽດ, ບ້ວງເງິນກູ້ຢືມດັ່ງກ່າວຂອງ AFD ຈະເອື້ອອຳນວຍໃຫ້ແກ່ການຍົກກຳລັງຜະລິດຂອງເຂື່ອນໄຟຟ້ານ້ຳຕົກຮວ່າບິ່ງ ຂຶ້ນເປັນ 2.400 ເມກາວັດ ດ້ວຍການຕິດຕັ້ງຕວັກບິນອີກ 2 ໜ່ວຍ, ແຕ່ລະໜ່ວຍມີກຳລັງຜະລິດ 240 ເມກາວັດ. ສ່ວນທຶນທີ່ຍັງເຫຼືອຂອງໂຄງການ  EVN ແລະບັນດາອົງການສິນເຊື່ອພາຍໃນປະເທດຈະສະໜອງໃຫ້. ນອກຈາກນັ້ນ, AFD ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານເຕັກນິກ ດ້ວຍມູນຄ່າ 1,3 ລ້ານເອີໂຣ ຈາກແຫຼ່ງຊ່ວຍເຫຼືອລ້າໃຫ້ແກ່ EVN ເພື່ອເພີ່ມທະວີວຽກງານຄຸ້ມຄອງສິ່ງແວດລ້ອມ ແລະສັງຄົມພ້ອມທັງໃຫ້ຄໍາປຶກສາດ້ານເຕັກນິກ. ການຊ່ວຍເຫຼືອດ້ານເຕັກນິກນີ້ໂດຍບໍລິສັດທີ່ປຶກສາ Artelia France ເປັນຜູ້ປະຕິບັດ.

ໂດຍ: ທະນາພອນ