ເນື້ອໃນການເຈລະຈາບໍ່ພຽງແຕ່ຢືນຢັນຄວາມຕັດສິນໃຈດ້ານການເມືອງຂອງການນຳສອງທ່ານເທົ່ານັ້ນ ຫາກຍັງເປີດກວ້າງແງ່ຫວັງໃໝ່ສຳລັບສິນຄ້າຫວຽດນາມ ໄດ້ເຂົ້າເຖິງຕະຫຼາດເບີໜຶ່ງຂອງໂລກຢ່າງເລິກເຊິ່ງກວ່າ. ພິເສດ, ທ່ານ Donald Trump ຍັງຖະແຫຼງວ່າຈະຫຼຸດລະດັບອັດຕາພາສີຕອບໂຕ້ສຳລັບສິນຄ້າຫຼາຍປະເພດຂອງຫວຽດນາມ, ຖືນີ້ແມ່ນບາດກ້າວເດີນທີ່ມີເຈດຕະນາດີພາຍຫຼັງຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດປະຕູຕະຫຼາດສຳລັບບາງຜະລິດຕະພັນຍຸດທະສາດຂອງອາເມລິກາ.

ພາສີຕອບໂຕ້: ຮົ້ວກີດຂວາງໃຫຍ່ເລີ່ມໄດ້ແກ້ໄຂ

ໃນຫຼາຍປີຜ່ານມາ, ສິນຄ້າຫວຽດນາມ, ເຖິງວ່າ ຄຸນນະພາບນັບມື້ນັບໄດ້ຮັບການປັບປຸງ ແລະກຳລັງຄວາມສາມາດແກ່ງແຍ້ງເພີ່ມຂຶ້ນ, ແຕ່ວ່າຕ້ອງຈ່າຍພາສີຕອບໂຕ້ສູງເມື່ອເຂົ້າຕະຫຼາດອາເມລິກາ. ການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາ ແລະຕ້ານການໜູນຊ່ວຍຕໍ່ກັບບາງປະເພດສິນຄ້າຂອງຫວຽດນາມ ເຂົ້າສູ່ອາເມລິກາ ສູງກວ່າແຕ່ 10 ຫາ 20% ເມື່ອທຽບໃສ່ກັບບັນດາປະເທດທີ່ໄດ້ຮັບຮອງແມ່ນພື້ນຖານເສດຖະກິດຕະຫຼາດ. ນີ້ແມ່ນຮົ້ວກີດຂວາງໃຫຍ່ເຮັດໃຫ້ວິສາຫະກິດເຂົ້າເຖິງຕະຫຼາດອາເມລິກາ ຍາກ - ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສອງຂອງຫວຽດນາມ.

leftcenterrightdel
ການເຄື່ອນໄຫວນຳເຂົ້າ-ສົ່ງອອກສິນຄ້າຢູ່ທ່າກຳປັ່ນນາມດິ່ງຫວູ, ນະຄອນຫາຍຟ່ອງ. ພາບ: ແຄ໊ງອານ

ເຖິງຢ່າງໃດກໍ່ຕາມ, ດ້ວຍຄຳໝັ້ນສັນຍາຈາກທ່ານ Donald Trump: “ອາເມລິກາ ຈະຫຼຸດອັດຕາພາສີຕອບໂຕ້ສຳລັບສິນຄ້າຂອງຫວຽດນາມ ຫຼາຍພໍສົມຄວນ”, ບານປະຕູໃໝ່ໄດ້ໄຂອອກ. ພິເສດ, ຕາມເນື້ອໃນທີ່ທ່ານ Donald Trump ເອົາລົງໃນສື່ສັງຄົມອອນລາຍສ່ວນຕົວພາຍຫຼັງການໂອ້ລົມສົນທະນາວ່າ, ອາເມລິກາ ຈະຈັດວາງພາສີ 20% ສຳລັບສິນຄ້າຈາກຫວຽດນາມ ເຂົ້າປະເທດ ອາເມລິກາ - ຕໍ່າກວ່າເມື່ອທຽບໃສ່ກັບລະດັບອັດຕາພາສີທີ່ກຳລັງນຳໃຊ້ໃນເຫດການປົກປ້ອງການຄ້າ. ເພື່ອເປັນການຕອບແທນ, ອາເມລິກາ ຈະໄດ້ເຂົ້າເຖິງຕະຫຼາດຫວຽດນາມ ຢ່າງຮອບດ້ານ, ລວມທັງລະດັບອັດຕາພາສີ 0% ສຳລັບຫຼາຍປະເພດສິນຄ້າຂອງອາເມລິກາ.

ປະຈຸບັນ, ຕາມກະຊວງອຸດສາຫະກຳ ແລະການຄ້າ ແລ້ວ, ຫວຽດນາມ ຕອບສະໜອງໄດ້ບັນດາມາດຕະຖານກ່ຽວກັບພື້ນຖານເສດຖະກິດຕະຫຼາດຕາມມາດຕະຖານສາກົນ, ແຕ່ວ່າ ອາເມລິກາ ຍັງບໍ່ທັນໄດ້ຮັບຮອງເຮັດໃຫ້ວິສາຫະກິດຫວຽດນາມ ຖືກຈັດວາງລະດັບພາສີສູງ, ສ້າງຄວາມເສຍຫາຍຫຼາຍສຳລັບວົງເງິນການຄ້າສົ່ງອອກ. ເລື່ອງ ອາເມລິກາ ກ້າວໄປສູ່ການຮັບຮອງຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ ຈະແມ່ນສັນຍານຢ່າງແຂງແຮງ ເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ, ສ້າງກະແສລົງທຶນໃໝ່ເຂົ້າຂົງເຂດຜະລິດທີ່ມີມູນຄ່າເພີ່ມສູງ ແລະເປັນມິດກັບສິ່ງແວດລ້ອມ, ຖືກຕາມການກຳນົດທິດພັດທະນາແບບຍືນຍົງ ເຊິ່ງລັດຖະບານຫວຽດນາມ ຈັດຕັ້ງປະຕິບັດ.

ການຄ້າສອງສົ້ນ: ພື້ນຖານໝັ້ນແກ່ນເພື່ອໃຫ້ສອງປະເທດພ້ອມກັນພັດທະນາ

ຫວຽດນາມ ສືບຕໍ່ຮັກສາຖານະບົດບາດການຄ້າແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງອາເມລິກາ. ບັນດາປະເພດສິນຄ້າຫຼັກແຫຼ່ງຂອງຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດອາເມລິກາ, ລວມມີ: ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງຈັກອຸປະກອນ, ໂທລະສັບ ແລະເຄື່ອງອາໄຫຼ່, ເຟີນີເຈີ, ສິນໃນນ້ຳ... ເຖິງຢ່າງໃດກໍ່ຕາມ, ສ່ວນຫຼາຍບັນດາປະເພດສິນຄ້າແມ່ນມີລັກສະນະຜະລິດເປັນສິ້ນສ່ວນ, ຂຶ້ນກັບວັດຖຸດິບນຳເຂົ້າ ແລະມີຄວາມສ່ຽງສູງຕໍ່ບັນດາມາດຕະການປົກປ້ອງການຄ້າ. ເລື່ອງພັດທະນາການຄ້າສອງສົ້ນໄດ້ເປີດໂອກາດໃໝ່ສຳລັບສິນຄ້າທີ່ີມີມູນຄ່າເພີ່ມສູງກວ່າ. ພິເສດ, ເລື່ອງເປີດປະຕູຕະຫຼາດໃຫ້ແກ່ລົດຂອງອາເມລິກາ ອາດຈະໄປພ້ອມກັບເງື່ອນໄຂຕອບໂຕ້ທີ່ແມ່ນສິນຄ້າຜະລິດຕະພັນກະເສດ, ເຄື່ອງໃຊ້ເອເລັກໂຕນິກ, ຜະລິດຕະພັນກົນຈັກທີ່ຊັດເຈນຈາກຫວຽດນາມ ໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງງ່າຍດາຍກວ່າ.

ການຊຸກຍູ້ການຮ່ວມມືຫວຽດນາມ-ອາເມລິກາ ໃນຂົງເຂດທີ່ມີຄວາມໝາຍຫຼັກແຫຼ່ງ, ຄື: ວິທະຍາສາດ, ເຕັກໂນໂລຢີສູງ, ຫັນປ່ຽນດີຈີຕອນ ແລະພະລັງງານທົດແທນ ກໍ່ເປີດໂອກາດໃຫ້ແກ່ຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງເຕັກໂນໂລຢີທົ່ວໂລກຢ່າງເລິກເຊິ່ງກວ່າ. ບັນດາຄຳໝັ້ນສັນຍາຂັ້ນສູງຄັ້ງນີ້ ຈະແມ່ນກຳລັງຜັກດັນເພື່ອໃຫ້ກະແສລົງທຶນຂອງອາເມລິກາ ໄຫຼເຂົ້າບັນດາຂົງເຂດເຕັກໂນໂລຢີສູງ, ພື້ນຖານໂຄງລ່າງດີຈີຕອນ, AI ແລະການຜະລິດສີຂຽວ, ບັນດາຂົງເຂດທັງສອງຝ່າຍມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນ.

ຍຸດທະສາດ “ຊີ້ນໄປປາມາ”: ຫວຽດນາມ ຕ້ອງກະກຽມຫຍັງແດ່?

ເຖິງວ່າ ອາເມລິກາ ໃຫ້ຄຳໝັ້ນສັນຍາຫຼຸດພາສີ, ເປີດປະຕູແຕ່ວ່າບັນດານະໂຍບາບການຄ້າຂອງ ເຂົາເຈົ້າ ຍັງຄົງອີງໃສ່ຫຼັກການ “ຊີ້ນໄປປາມາ”. ຫວຽດນາມ ຕ້ອງເປັນເຈົ້າການປັບປຸງສະພາບແວດລ້ອມດ້ານນິຕິກຳ, ຮັບປະກັນຄວາມໂປ່ງໃສ, ປົກປ້ອງສິດຊັບສິນທາງປັນຍາ, ປະຕິຮູບລະບອບລະບຽບການລົງທຶນ... ເພື່ອຮັບກະແສການຮ່ວມມືໃໝ່ຈາກ ອາເມລິກາ. ພ້ອມດຽວກັນນັ້ນເພື່ອຍາດແຍ່ງເອົາໂອກາດເຂົ້າເຖິງຕະຫຼາດອາເມລິກາ, ບັນດາວິສາຫະກິດຫວຽດນາມ ຄວນສ້າງໂຄງປະກອບຕ່ອງໂສ້ການສະໜອງຄືນໃໝ່, ຍົກລະດັບມາດຕະຖານຜະລິດຕະພັນ.

ການພົວພັນ ຫວຽດນາມ-ອາເມລິກາ ບໍ່ພຽງແຕ່ແມ່ນການຮ່ວມມືສອງຝ່າຍເທົ່ານັ້ນ ຫາກຍັງສວມບົດບາດສຳຄັນໃນການຮັກສາຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ. ເລື່ອງສອງປະເທດເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນພື້ນຖານສຳລັບຄວາມສະໜິດຕິດພັນທີ່ຍາວນານ, ອີງໃສ່ຜົນປະໂຫຍດຍຸດທະສາດ ແລະຄຸນຄ່າທີ່ຄ້າຍຄືກັນ. ຫວຽດນາມ ພວມເປັນເຈົ້າການສ້າງສັນຕິພາບ-ຮ່ວມມື-ພັດທະນາໂດຍອີງໃສ່ພື້ນຖານເຈລະຈາ ແລະຄວາມໄວ້ເນື້ອເຊື່ອໃຈ.

ການໂອ້ລົມສົນທະນາທາງໂທລະສັບລະຫວ່າງທ່ານ ໂຕເລິມ  ກັບທ່ານ Donald Trump  ບໍ່ພຽງແຕ່ແມ່ນເຫດການທາງການທູດເທົ່ານັ້ນ ຫາກຍັງແມ່ນໄມ້ງັດຍຸດທະສາດທີ່ສ້າງພະລັງແຮງໃໝ່ສຳລັບການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ. ໂອກາດຄຳໄດ້ເປີດອອກແລ້ວ, ຫວຽດນາມ ຄວນມີການກະທຳໂດຍໄວ ແລະຂ້ຽວຂາດ. ສິນຄ້າຫວຽດນາມ ຈະມີໂອກາດພິຊິດຕະຫຼາດອາເມລິກາ ຖ້າຮູ້ຈັກຍາດແຍ່ງເອົາໂອກາດດ້ານການເມືອງ ແລະນະໂຍບາຍເປີດເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ກາລະໂອກາດພຽງແຕ່ຫັນເປັນຜົນປະໂຫຍດຢ່າງແທ້ຈິງ ຖ້າວ່າພວກເຮົາເປັນເຈົ້າການປະຕິຮູບລະບອບລະບຽບການ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະກໍ່ສ້າງພື້ນຖານເສດຖະກິດເອກະລາດ-ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ. ໃນສັງກາດພາຍຫຼັງການຫັນເປັນໂລກາພິວັດ, ການພົວພັນ ຫວຽດນາມ-ອາເມລິກາ ຍິ່ງນັບມື້ນັບມີຄວາມສຳຄັນຂຶ້ນຕື່ມ ແລະຕ້ອງໄດ້ຊຸກຍູ້ບົນພື້ນຖານສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ ແລະພ້ອມກັນພັດທະນາແບບຍືນຍົງ.

ໂດຍ: ແສງເດືອນ