leftcenterrightdel
ທ່ານນາງ ຫງວຽນທິມິງຫງວຽດ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ປະຈໍາ ບຸນກາຣີ, ໄດ້ຫວນຄືນຂີດໝາຍສໍາຄັນໃນໄລຍະທາງພັດທະນາເສດຖະຖິດ-ສັງຄົມຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງວັນປ່ຽນແປງໃໝ່. ແຕ່ໜຶ່ງປະເທດຖືກສົງຄາມທໍາລາຍ ແລະປິດລ້ອມຂວໍ້າບາດ, ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງແຂງແຮງ, ກາຍເປັນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນກັບບົດບາດທີ່ນັບມື້ນັບສໍາຄັນຢູ່ພາກພື້ນ ແລະໃນເວທີສາກົນ.

ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ສະແດງຄວາມເປັນກຽດເມື່ອຮັບຜິດຊອບບົດບາດການທູດຢູ່ ບຸນກາຣີ ກົງກັບສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານນາງຢືນຢັນວ່າ ນີ້ແມ່ນຂີດໝາຍທີ່ມີຄວາມໝາຍ, ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ສັດຊື່ບໍລິສຸດ, ຍືນຍົງ, ໄດ້ກໍ່ສ້າງ ແລະເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນຄົນ. ທ່ານນາງເອກອັກຄະລັດຖະທູດ ກໍ່ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການສະໜັບສະໜຸນອັນລໍ້າຄ່າຂອງປະຊາຊົນບຸນກາຣີ ສະຫງວນໃຫ້ຫວຽດນາມ ໃນຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະສ້າງສາປະເທດ.

leftcenterrightdel
ທ່ານນາງ ຫງວຽນທິມິງຫງວຽດ ຖ່າຍຮູບເປັນທີ່ລະນຶກກັບນັກຂ່າວບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ຈຸດພົ້ນເດັ່ນເປັນໜ້າເອົາໃຈໃສ່ຢູ່ເຫດການແມ່ນຂໍ້ມູນກ່ຽວກັບເວທີປາໄສວິສາຫະກິດ ຫວຽດນາມ-ບຸນກາຣີ ຈະດໍາເນີນໃນວັນທີິ 3 ກໍລະກົດ ຈະມາເຖິງ, ໂດຍສະຖານທູດສົມທົບກັບຫ້ອງການການຄ້າ ແລະອຸດສາຫະກໍາບຸນກາຣີ (BCCI) ຈັດຕັ້ງ. ຄາດຄະເນວ່າ, ເວທີປາໄສຈະດຶງດູດການເຂົ້າຮ່ວມໂດຍກົງຂອງຫຼາຍວິສາຫະກິດຫວຽດນາມ ພ້ອມກັບຫຼາຍສີບວິສາຫະກິດບຸນກາຣີ ໃນຂົງເຂດການຢາ, ສະບຽງອາຫານ, ອະສັງຫາລິມະຊັບ, ຊັບພະຍາກອນມະນຸດ... ທ່ານນາງເອກອັກຄະລັດຖະທູດ ຫວັງວ່ານີ້ຈະແມ່ນກາລະໂອກາດແທດຈິງ ເພື່ອສອງຝ່າຍເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນ.

ທ່ານ ຫງວຽນແທ່ງຫາຍ, ທີ່ປຶກສາດ້ານການຄ້າ ກໍ່ແບ່ງປັນຕື່ມອີກກ່ຽວກັບຄວາມສາມາດຮ່ວມມືລະຫວ່າງຫວຽດນາມ ແລະອີຢູ ເວົ້າລວມ, ບຸນກາຣີ ເວົ້າສະເພາະ. ທ່ານເນັ້ນໜັກວ່າ: ບຸນກາຣີ ອາດຈະແມ່ນປະຕູເພື່ອໃຫ້ວິສາຫະກິດຫວຽດນາມ ແຊກຊຶມຕະຫຼາດເອີຣົບຕາເວັນອອກສຽງໃຕ້, ໃນຂະນະນັ້ນ ຫວຽດນາມ ແມ່ນຂົວເຊື່ອມຕໍ່ມີປະສິດທິຜົນເພື່ອໃຫ້ບຸນກາຣີ ເຂົ້າເຖິງຕະຫຼາດອາຊຽນ ທີ່ກວ້າງໃຫຍ່.

ແບ່ງປັນທີ່ການພົບປະ, ອະດີດນັກຂ່າວ Maxim Behar, ຕາງໜ້າສະມາຄົມນັກຂ່າວບຸນກາຣີ, ສະແດງອາລົມຈິດພິເສດທີ່ສະຫງວນໃຫ້ຫວຽດນາມ ແລະຜູ້ອອກແຮງງານຫວຽດນາມ ເຄີຍດໍາລົງຊີວິດ, ເຮັດວຽກຢູ່ບຸນກາຣີ ໃນທົດສະວັດທີ 80-90 ຂອງສະຕະວັດກ່ອນ.

ຝ່າຍບຸນກາຣີ, ທ່ານນາງ Gabriela Dimitrova, ຫົວໜ້າພະແນກການພົວພັນສາກົນຂອງ BCCI ຢືນຢັນວ່າ ປະຊາຄົມວິສາຫະກິດບຸນກາຣີ ພວມມີການສົນໃຈເຖິງຕະຫຼາດຫວຽດນາມ. BCCI ແລະສະຖານທູດຫວຽດນາມ ພວມສົມທົບກັນຢ່າງແໜ້ນແຟ້ນແນໃສ່ຈັດຕ້ັງເວທີປາໄສວິສາຫະກິດຈະມາເຖິງປະສົບຜົນສໍາເລັດ, ເປີດກວ້າງຊ່ອງທາງເຈລະຈາ ແລະພົບປະລະຫວ່າງສອງຝ່າຍ.

ໂດຍ: ໄຊນີດາ