ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມສົນທະນາກັບວິສາຫະກິດອັງກິດ
ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດອັງກິດ ທີ່ພວມລົງທຶນຢູ່ ຫວຽດນາມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕີລາຄາວ່າ ລາຊະອານາຈັກອັງກິດ ມີຫຼາຍທ່າແຮງດ້ານເຕັກໂນໂລຊີ, ການບໍລິການ, ການເງິນ, ທ່ານຮຽກຮ້ອງໃຫ້ລັດຖະບານອັງກິດ ແລະບັນດາວິສາຫະກິດອັງກິດ ປະຕິບັດບາດກ້າວບຸກທະລຸ ເພື່ອນຳການຮ່ວມມືສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນໃນສະພາບການ ທີ່ຫວຽດນາມ ພວມຫັນປ່ຽນຮູບແບບການເຕີບໂຕຢ່າງແຮງ, ໃນນັ້ນມີເລື່ອງສ້າງສູນການເງິນສາກົນ.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: “ສ້າງບາດກ້າວບຸກທະລຸດ້ານການເງິນ, ທະນາຄານ, ຕາມນັ້ນແລ້ວ ອັງກິດ ໜູນຊ່ວຍຫວຽດນາມ ໃນບັນດາການບໍລິການການເງິນ, ຊ່ວຍສ້າງສູນການເງິນສາກົນຢູ່ນະຄອນໂຮ່ຈີມິນ, ດ່ານັ້ງ. ສ້າງບາດກ້າວບຸກທະລຸໃນການເຊືື່ອມຕໍ່ວິສາຫະກິດຫວຽດນາມ ກັບລະບົບມູນຄ່າທົ່ວໂລກ, ສ້າງບັນດາທ່າແຮງນຳໜ້າດ້ານວິທະຍາສາດຂອງຫວຽດນາມ”.
    |
 |
ບັນຍາກາດທີ່ດານໂອ້ລົມສົນທະນາ. ພາບ: chinhphu.vn |
ພ້ອມກັນນັ້ນ, ທ່ານ ຟ້າມມິງຈິ໊ງ ກໍ່ເນັ້ນໜັກວ່າ, ສອງຝ່າຍຕ້ອງປະຕິບັດບັນດາຂອດບຸກທະລຸອື່ນ, ຄື: ເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງແໜ້ນແຟ້ນ, ແທດຈິງ ແລະມີປະສິດທິຜົນກວ່າ; ປະຕິບັດການປະຕິວັດອຸດສາຫະກຳຄັ້ງທີ 4 ກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ຫັນເປັນສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດ Net Zero…
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ