ປັດຈຸບັນ, ຢູ່ໃນແຂວງມີເຂດອຸດສາຫະກໍາ 13 ແຫ່ງດ້ວຍເນື້ອທີ່ທັງໝົດຫຼາຍກວ່າ 4.680 ເຮັກຕາ, ໃນນັ້ນໄດ້ດຶງດູດນັກລົງທຶນເຂົ້າ 11 ແຫ່ງ. ໄລຍະ 2021-2030, ແຂວງບິ່ງເຟືອກ ໄດ້ຕົກລົງຮັບແຜນນະໂຍບາຍວາງແຜນຜັງເປີດກວ້າງເຂດອຸດສາຫະກໍາ 3 ແຫ່ງ ແລະສ້າງຕັ້ງໃໝ່ 4 ແຫ່ງ, ເພີ່ມເນື້ອທີ່ເຂດອຸດສາຫະກໍາທັງໝົດຂຶ້ນເປັນ 10.000 ເຮັກຕາ ດ້ວຍເງື່ອນໄຂພື້ນຖານໂຄງລ່າງທີ່ສະດວກໃຫ້ແກ່ບັນດານັກລົງທຶນ. ນອກຈາກນັ້ນ, ຕາມການວາງແຜນຜັງຂອງແຂວງຮອດປີ 2030 ຈະມີ 40 ກຸ່ມອຸດສາຫະກໍາດ້ວຍເນື້ອທີ່ທັງໝົດແມ່ນ 1.600 ເຮັກຕາ. ແຂວງບິ່ງເຟືອກ ຕີລາຄາສູງຕໍ່ທ່າແຮງດ້ານເຕັກໂນໂລຢີ, ການເງິນ, ເຄືອຂ່າຍຕະຫຼາດສາກົນ ແລະທັກສະໃນການຄຸ້ມຄອງດໍາເນີນທຸລະກິດຂອງບັນດາວິສາຫະກິດຍີ່ປຸ່ນ. ແຂວງບິ່ງເຟືອກ ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຈາກຍີ່ປຸ່ນ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະຮ່ວມເດີນທາງພ້ອມກັບວິສາຫະກິດ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດ.
ໂດຍ: ທູຈາງ
Type the code from the image