ພະລັງງານໄຟຟ້າທີ່ສະອາດຫຼາຍສິບ GW ພວມລໍຖ້າການອະນຸມັດຜ່ານ

ທ່າອ່ຽງການຫັນປ່ຽນຈາກພະລັງງານຟອດຊິວ ໄປເປັນແຫຼ່ງພະລັງງານທົດແທນພວມແມ່ນການແຂ່ງຂັນຊ່ວງຊິງກັນຢ່າງດຸເດືອດລະຫວ່າງບັນດາປະເທດທີ່ມຸ່ງໄປເຖິງການພັດທະນາແບບຍືນຍົງໃນອະນາຄົດ. ຄວາມສາມາດບົ່ມຊ້ອນພະລັງງານທົດແທນຢູ່ຫວຽດນາມ ໄດ້ຮັບການຕີລາຄາສູງກວ່າກັບບັນດາປະເທດອື່ນໆໃນພາກພື້ນດຽວກັນ, ລວມມີ: ໄຟຟ້າໃຊ້ພະລັງແຮງລົມຢູ່ນອກຝັ່ງທະເລດ້ວຍຄວາມສາມາດດ້ານເຕັກນິກ ຄາດວ່າຈະບັນລຸ 600 GW-ສູງສຸດໃນພາກພື້ນອາຊຽນ. ພະລັງງານແສງຕາເວັນມີຄວາມສາມາດບົ່ມຊ້ອນຫຼາຍກວ່າ 450 GW. ພ້ອມກັນນັ້ນແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບຊີວະມວນທາງການກະສິກຳ (ສິ່ງເສດເຫຼືອຜະລິດຕະພັນກະເສດເກືອບ 100 ລ້ານໂຕນຕໍ່ປີ); ໄຟຟ້າຈາກສິ່ງເສດເຫຼືອ (ຂີ້ເຫຍື້ອຈາກການໃຊ້ຊີວິດຫຼາຍກວ່າ 60 ລ້ານໂຕນ/ປີ) ແລະເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ (ເກືອບ 2.500MW ຍັງບໍ່ມັນໄດ້ຂຸດຄົ້ນ)...

ການຮັບຮູ້ສິ່ງທ້າທາຍເຫຼົ່ານີ້, ນັກຊ່ຽວຊານ, ນັກຄຸ້ມຄອງ ແລະວິສາຫະກິດຖືວ່າ ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ຂັດຂວາງການພັດທະນາຂອງພະລັງງານທົດແທນແມ່ນຂາດການປັບປຸງ ແລະນະໂຍບາຍບໍ່ມີສະຖຽນລະພາບ. ມາຮອດປະຈຸບັນ, ເຖິງວ່າໄດ້ປະກາດໃຊ້ແຜນຜັງໄຟຟ້າ VIII ປັບປຸງ ແລະໃຫ້ຄໍາໝັ້ນສັນຍາສາກົນກ່ຽວກັບການປ່ອຍອາຍພິດລົງເປັນ 0 ແລ້ວ ກໍ່ຕາມ, ແຕ່ຫວຽດນາມ ຍັງບໍ່ທັນມີກົດໝາຍວ່າດ້ວຍພະລັງງານທົດແທນ ຫຼື ກົດໝາຍວ່າດ້ວຍການຫັນປ່ຽນພະລັງງານ. ບັນດານະໂຍບາຍໃນປະຈຸບັນແມ່ນມີລັກສະນະຊົ່ວຄາວ, ກະແຈກກະຈາຍ ແລະບໍ່ມີການສົມທົບຢ່າງມີປະສິດທິຜົນລະຫວ່າງຂັ້ນສູນກາງ ແລະທ້ອງຖິ່ນ.

leftcenterrightdel
 
leftcenterrightdel
ກໍ່ສ້າງພື້ນຖານໄຟຟ້າໃຊ້ພະລັງແຮງລົມຢູ່ນອກຝັ່ງທະເລຢູ່ສູນອຸດສາຫະກຳພະລັງງານ ແລະພະລາທິການເຕັກນິກຂອງ Petrovietnam. ພາບ: ອານເຊີນ

ແບ່ງປັນຈາກສະພາບການຕົວຈິງ, ທ່ານ ຫງວຽນທ໊າຍຮ່າ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນພະລັງງານ T&T ໃຫ້ຮູ້ວ່າ ການພັດທະນາໄຟຟ້າໃຊ້ພະລັງແຮງລົມ ພວມປະເຊີນໜ້າກັບຮົ້ວກີດຂວາງຫຼາຍຢ່າງ, ຄື: ກອບນິຕິກໍາໄຟຟ້າໃຊ້ພະລັງແຮງລົມຢູ່ນອກຝັ່ງທະເລຍັງບໍ່ທັນສົມບູນແບບ; ຍັງບໍ່ທັນມີຂໍ້ກຳນົດລະອຽດກ່ຽວກັບການວາງແຜນຜັງຢູ່ພື້ນທີ່ທະເລ.

ປະຈຸບັນກະຊວງອຸດສາຫະກໍາ ແລະການຄ້າ ຍັງບໍ່ທັນໄດ້ປະກາດໃຊ້ກອບລາຄາການຜະລິດໄຟຟ້າໃຫ້ໂຄງການໄຟຟ້າໃຊ້ພະລັງແຮງລົມຢູ່ນອກຝັ່ງທະເລຢ່າງເປັນທາງການ; ພື້ນຖານໂຄງລ່າງດ້ານເຕັກນິກ, ລະບົບຕ່ອງໂສ້ຕອບສະໜອງຍັງບໍ່ທັນພ້ອມ; ການວາງແຜນຜັງຕາໜ່າງໄຟຟ້າຍັງບໍ່ທັນຄົບຊຸດ; ຂາດຊັບພະຍາກອນມະນຸດທີ່ມີປະສົບການ ແລະຄຸນນະພາບ; ໃຊ້ເງິນລົງທຶນຂະໜາດໃຫຍ່, ໃນຂະນະທີ່ກົນໄກໜູນຊ່ວຍດ້ານການເງິນຍັງຈໍາກັດ.

ສ່ວນທ່ານ ຮສຈ, ປອ ດັ້ງເຈິ່ນເທາະ ຫົວໜ້າສະຖາບັນເຕັກໂນໂລຢີພະລັງງານ (ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ) ແລ້ວ, ກົນໄກລາຄາໄຟຟ້າໃໝ່ພາຍຫຼັງທີ່ FIT ປະກາດໃຊ້ບໍ່ທັນເວລາ, ເຮັດໃຫ້ນັກລົງທຶນຂາດຄວາມເຊື່ອໝັ້ນ ແລະເລື່ອນໄປຫຼາຍໂຄງການ. ການຫັນປ່ຽນຈາກກົນໄກ FIT ໄປສູ່ການປະມູນຫຼື PPA ຕາມລາຄາເພດານຍັງບໍ່ທັນຈະແຈ້ງກ່ຽວກັບວິທີການກໍານົດລາຄາ, ກົນໄກການແບ່ງປັນຄວາມສ່ຽງ ແລະຂັ້ນຕອນການນໍາໃຊ້. ພ້ອມດຽວກັນນັ້ນ, ໃນປະຈຸບັນ PPA ຍັງບໍ່ມີລັກສະນະຜູກມັດດ້ານນິຕິກຳ, ຂາດກົນໄກຄໍ້າປະກັນການຊຳລະເງິນ ຫຼື ການແບ່ງປັນຄວາມສ່ຽງດ້ານພື້ນຖານໂຄງລ່າງ-ນະໂຍບາຍ-ກົດໝາຍ, ເຮັດໃຫ້ບັນດາອົງການການເງິນສາກົນຍາກທີ່ຈະເຂົ້າຮ່ວມການລົງທຶນໃນໄລຍະຍາວ...

ເລັ່ງສ້າງຕະຫຼາດໄຟຟ້າທີ່ມີການແຂ່ງຂັນຢ່າງແທດຈິງ

ຫວຽດນາມ ໄດ້ສະແດງຄວາມຕັດສິນໃຈຢ່າງແຮງໃນການເຂົ້າຮ່ວມທ່າອ່ຽງນີ້ຜ່ານຄໍາໝັ້ນສັນຍາຢູ່ COP26 ໃຫ້ບັນລຸໄດ້ການປ່ອຍອາຍພິດລົງເປັນ 0 ໃນປີ 2050. ພ້ອມກັນນັ້ນ, ລັດຖະບານກໍ່ໄດ້ອະນຸມັດຜ່ານການປັບປຸງແຜນຜັງການພັດທະນາໄຟຟ້າແຫ່ງຊາດໄລຍະ 2021-2030, ວິໄສທັດຮອດປີ 2050 (ແຜນຜັງໄຟຟ້າ VIII ສະບັບປັບປຸງ) ເດືອນເມສາ 2025 ຜ່ານມາ, ວາງເປົ້າໝາຍຍົກອັດຕາສ່ວນພະລັງງານທົດແທນ (ບໍ່ລວມເຂື່ອນໄຟຟ້ານໍ້າຕົກ) ໃຫ້ເພີ່ມຂຶ້ນເປັນ 28-36% ໃນປີ 2030 ແລະ 74-75% ໃນປີ 2050. ນີ້ກໍ່ແມ່ນບາດລ້ຽວສໍາຄັນ, ສະແດງໃຫ້ເຫັນການຫັນປ່ຽນຈາກຮູບແບບພະລັງງານແບບດັ້ງເດີມໄປເປັນພະລັງງານສີຂຽວ, ຍືນຍົງ.

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງພະລັງງານທົດແທນ, ຕາມທ່ານ ຮສຈ, ປອ ດັ້ງເຈິ່ນເທາະ ແລ້ວ, ຕໍ່ໜ້ານີ້ຕ້ອງປະກາດໃຊ້ກົນໄກລາຄາໄຟຟ້າຢ່າງຮີບດ່ວນ, ດ້ວຍກອບລາຄາເພດານ-ພື້ນທີ່ຕາມເຂດ, ປະເພດເຕັກໂນໂລຢີ ແລະເວລາຜະລິດໄຟຟ້າຢ່າງມີໄຫວພິບ. ໃນໄລຍະຍາວ, ໜຶ່ງໃນບັນດາເງື່ອນໄຂຕັດສິນຊີ້ຂາດແມ່ນສ້າງລະບົບລະບຽບການໃຫ້ມີລັກສະນະຄົບຊຸດ, ຈະແຈ້ງ, ໝັ້ນຄົງ ແລະມີໄຫວພິບເພື່ອຮັບມືກັບທ່າອ່ຽງເຕັກໂນໂລຢີ ແລະຕະຫຼາດຜ່ານການສ້າງກົດໝາຍວ່າດ້ວຍພະລັງງານທົດແທນ ຫຼືກົດໝາຍວ່າດ້ວຍການຫັນປ່ຽນພະລັງງານ...

ຝ່າຍກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ດວ່ານງອັກເຢືອງ ຮອງຫົວໜ້າກົມໄຟຟ້າ (ກະຊວງອຸດສາຫະກໍາ ແລະການຄ້າ) ຢັ້ງຢືນວ່າ: ບໍ່ສາມາດຫັນປ່ຽນພະລັງງານຖ້າບໍ່ມີລະບົບຕາໜ່າງໄຟຟ້າທີ່ສະຫຼາດ ແລະຄ່ອງແຄ້ວ. ສະນັ້ນ, ໃນໄລຍະຈະມາເຖິງ, ການຍູ້ໄວການລົງທຶນໃສ່ສາຍສົ່ງຍຸດທະສາດ, ປັບປຸງຕາໜ່າງໄຟຟ້າໃຫ້ທັນສະໄໝດ້ວຍເຕັກໂນໂລຢີດີຈີຕອນ, ສະຫຼາດແນໃສ່ຂຸດຄົ້ນ ແລະນໍາໃຊ້ພະລັງງານທົດແທນ, ພະລັງງານໃໝ່ໃນຂອບເຂດທົ່ວປະເທດໃຫ້ດີທີ່ສຸດ. ນອກຈາກນັ້ນ, ຕ້ອງມີລະບົບກົນໄກ, ນະໂຍບາຍ ແລະຕະຫຼາດໄຟຟ້າທີ່ທັນສະໄໝ.

ຢືນຢັນວ່າ ການຫັນປ່ຽນພະລັງງານແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດ, ເຊິ່ງ ຫວຽດນາມ ຕ້ອງປະຕິບັດ, ທ່ານ ຫງວຽນຕາຍແອັງ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃຫ້ຮູ້ວ່າ ລັດຖະບານໄດ້ຊີ້ນໍາຢ່າງຈະແຈ້ງກ່ຽວກັບການຫັນປ່ຽນພະລັງງານ. EVN ພວມສຸມໃສ່ 6 ກຸ່ມມາດຕະການຕົ້ນຕໍ, ຄື: ພັດທະນາແຫຼ່ງພະລັງງານສະອາດ ແລະທົດແທນ, ສອດຄ່ອງກັບຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດ; ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ຊຸກຍູ້ການຫັນເປັນດີຈີຕອນໃນຂົງເຂດໄຟຟ້າ; ພັດທະນາຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຖັນແຖວນັກຊ່ຽວຊານດ້ານເຕັກນິກທີ່ມີຄວາມສາມາດເຂົ້າເຖິງເຕັກໂນໂລຢີໃໝ່, ການເຄື່ອນໄຫວລະບົບໄຟຟ້າທີ່ທັນສະໄໝ; ລະດົມທຶນ, ໃນນັ້ນພິເສດແມ່ນຕ້ອງໄດ້ຮັບການຊ່ວຍເຫຼືອດ້ານການເງິນຈາກອົງການຈັດຕັ້ງສາກົນ; ປະຕິຮູບກົນໄກ, ນະໂຍບາຍ ແລະລາຄາໄຟຟ້າເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາຂະແໜງເສດຖະກິດເຂົ້າຮ່ວມການລົງທຶນພັດທະນາພື້ນຖານໂຄງລ່າງໄຟຟ້າ ແລະພະລັງງານທົດແທນ...

ການຫັນປ່ຽນພະລັງງານບໍ່ພຽງແຕ່ແມ່ນທ່າອ່ຽງເທົ່ານັ້ນ, ແຕ່ຍັງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງເດັດຂາດເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ ແລະຄວາມໝັ້ນຄົງແຫ່ງຊາດໃນໄລຍະຍາວ. ການເຂົ້າຮ່ວມຢ່າງແຂງແຮງ ແລະສະເໝີຕົ້ນສະເໝີປາຍຈາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງພາກເອກະຊົນ, ບັນດາອົງການຈັດຕັ້ງສາກົນຈະແມ່ນກຳລັງໜູນສຳຄັນນໍາຫວຽດນາມ ກາຍເປັນປະເທດນໍາໜ້າໃນການຫັນປ່ຽນພະລັງງານຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ