ນາຍົກລັດຖະມົນຕີ ຮຽກຮ້ອງຊຸກຍູ້ການລົງທຶນພາກລັດ ໃຫ້ກາຍເປັນກຳລັງເສີມຂະຫຍາຍ
ຕອນເຊົ້າວັນທີ 17 ກັນຍາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມທົ່ວປະເທດຊຸກຍູ້ການລົງທຶນພາກລັດ ປີ 2025 (ຄັ້ງທີ 3).
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນທີ່ຜ່ານມາ, ການປ່ອຍເງິນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນການ ທີ່ນາຍົກລັດຖະມົນຕີ ໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ເຊື່ອມຊຶມຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ເສີມຂະຫຍາຍ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ພື້ນຖານເສດຖະກິດ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຮຽກຮ້ອງຕ້ອງຊຸກຍູ້ການລົງທຶນພາກລັດໃຫ້ແຂງແຮງກວ່າເກົ່າ, ມີໝາກຜົນຫຼາຍກວ່າເກົ່າ, ຍົກສູງຄຸນະພາບການລົງທຶນພາກລັດ, ເສີມຂະຫຍາຍບົດບາດກຳລັງເສີມຂະຫຍາຍ.
ແຫຼ່ງຄັດຈາກ: vovworld.vn