ດ້ວຍຫົວຂໍ້ “ເພີ່ມພູນຄູນສ້າງມູນເຊື້ອ, ສ້າງອະນາຄົດ”, ງານພົບປະແລກປ່ຽນນາຍທະຫານໜຸ່ມເຂດຊາຍແດນສອງປະເທດ ຫວຽດນາມ-ກໍາປູເຈຍ ປີ 2025 ແມ່ນເຫດການທີ່ນອນໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2.
ສ້າງຄວາມສະໜິດຕິດພັນ ຈາກສົງຄາມ ໄປເຖິງສັນຕິພາບ
ໃນລາຍການພົບປະແລກປ່ຽນ ທີ່ລວມມີ 2 ພາກ, ພາກທີ 1: ຫວຽດນາມ-ກໍາປູເຈຍ, ນໍ້າໃຈມິດຕະພາບໝັ້ນຍືນ ແລະພາກທີ 2: ໄວໜຸ່ມເພີ່ມພູນຄູນສ້າງມູນເຊື້ອ, ສ້າງອະນາຄົດ, ບັນດາຜູ້ແທນໄດ້ຮັບຊົມລາຍການສະແດງສິລະປະສົ່ງສານກ່ຽວກັບນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ-ກໍາປູເຈຍ, ຍ້ອງຍໍສັນລະເສີນໄວໜຸ່ມ, ຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ຄວາມສວຍງາມຂອງທະຫານ ຫວຽດນາມ-ກໍາປູເຈຍ. ພ້ອມກັນນັ້ນແມ່ນບັນດາສາລະຄະດີທີ່ສະແດງໃຫ້ເຫັນອາລົມຈິດທີ່ສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ; ສັງລວມປະຫວັດສາດ ແລະພື້ນຖານອັນໝັ້ນແກ່ນຂອງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ...
    |
 |
|
ມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ຂອງກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ນັກຮຽນ 60 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງໄຕນິງ ແລະແຂວງ Svay Rieng. ພາບ: qdnd.vn |
ສະຫຼັບກັບລາຍການສະແດງສິລະປະ ແລະສາລະຄະດີ ແມ່ນການພົບປະແລກປ່ຽນ, ແບ່ງປັນເລື່ອງລາວກ່ຽວກັບຄວາມສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ-ກໍາປູເຈຍ; ຜົນການສົມທົບລະຫວ່າງກຳລັງປົກປັກຮັກສາຊາຍແດນສອງປະເທດໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຊ່ວຍເຫຼືອປະຊາຊົນທີ່ຢູ່ສອງຟາກຊາຍແດນພັດທະນາການຜະລິດ; ບົດບາດຂອງໄວໜຸ່ມສອງປະເທດເວົ້າລວມ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດເວົ້າສະເພາະ ໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ-ກໍາປູເຈຍ; ຢືນຢັນວ່າ ການພົວພັນມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນ ແມ່ນປັດໄຈສຳຄັນເພື່ອພ້ອມກັນປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຮ່ວມກັນລະຫວ່າງສອງປະເທດ; ສະແດງຄວາມເຊື່ອໝັ້ນ, ຕັ້ງຄວາມຫວັງໄວ້ນຳລຸ້ນໜຸ່ມໃນການສືບທອດລຸ້ນພໍ່ລຸ້ນອ້າຍໃນການເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ.
ຜ່ານການເວລາທາງປະຫວັດສາດ, ຫວຽດນາມ ແລະກໍາປູເຈຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ, ສ້າງສາ ແລະພັດທະນາປະເທດຊາດ. ໃນແຕ່ລະບາດກ້າວຂອງເສັ້ນທາງປະຫວັດສາດນັ້ນ, ຍາມໃດກໍ່ມີການປະກອບສ່ວນຂອງຊາວໜຸ່ມຫຼາຍລຸ້ນຄົນຂອງສອງປະເທດ. ທ່ານພົນຈັດຕະວາ ຫງວຽນກີມແຄງ, ອະດີດຮອງຫົວໜ້າຄະນະກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ໃນເມື່ອກ່ອນ) ຂອງສະພາແຫ່ງຊາດ ແມ່ນທະຫານຜູ້ໜຶ່ງທີ່ໄດ້ສະຫຼະອາຍຸໄວໜຸ່ມຂອງລາວ ເຂົ້າຮ່ວມໃນການຕໍ່ສູ້ປົດປ່ອຍຊາດ ແລະປະຕິບັດພັນທະສາກົນຢູ່ກໍາປູເຈຍ.
ໃນຊຸມປີເດືອນທີ່ໄວໜຸ່ມເຂົ້າຮ່ວມການຕໍ່ສູ້ພ້ອມກັບທະຫານກໍາປູເຈຍ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ແຕ່ກໍ່ເປັນໜ້າເອກອ້າງທະນົງໃຈຫຼາຍ. ນັ້ນແມ່ນເຫດຜົນທີ່ທ່ານພົນຈັດຕະວາ ຫງວຽນກີມແຄງ ຍາມໃດກໍ່ເຊື່ອໝັ້ນ ແລະຝາກຝັງຄວາມຫວັງໄວ້ນຳນາຍທະຫານໜຸ່ມຂອງກອງທັບສອງປະເທດໃນມື້ນີ້, ໄດ້ພັດທະນາຄວາມສາມັກຄີ, ມິດຕະພາບອັນເປັນມູນເຊື້ອທີ່ຊາວຫວຽດນາມ ກໍ່ຄືກໍາປູເຈຍ ໄດ້ທຸ້ມເທເຫື່ອແຮງ, ເລືອດເນື້ອບໍ່ຈັກວ່າເທົ່າໃດເພື່ອເພີ່ມພູນຄູນສ້າງ ແລະແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ.
ຈົດໝາຍສະແດງຄວາມຕັດສິນໃຈ
ໂດຍສືບທອດມູນເຊື້ອສາມັກຄີ, ຈິດໃຈວິລະຊົນຂອງລຸ້ນພໍ່ລຸ້ນອ້າຍ, ໃນທຸກວັນນີ້, ລຸ້ນໜຸ່ມຂອງກອງທັບສອງປະເທດໄດ້ມີຄວາມຮັບຜິດຊອບສູງ, ມີເຈດຈໍານົງອັນໝັ້ນຄົງ, ມີຄວາມສຸດອົກສຸດໃຈ ແລະມີຄວາມຄາດຫວັງທີ່ຈະອຸທິດຕົນ, ໄດ້ ແລະພວມໝົດຈິດໝົດໃຈຕໍ່ການປະຕິບັດໜ້າທີ່ວຽກງານ, ອຸທິດຕົນໃນທຸກບໍລິເວນ, ໃນທຸກໜ້າທີ່, ພ້ອມກັນສ້າງວິລະກຳ, ຜົນງານລວມໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ເພື່ອໃຫ້ເຂດຊາຍແດນລວມຫວຽດນາມ-ກໍາປູເຈຍ ໃນປະຈຸບັນ ບໍ່ພຽງແຕ່ຈະເລີນຮຸ່ງເຮືອງດ້ານເສດຖະກິດ-ສັງຄົມເທົ່ານັ້ນ, ຫາກຍັງເພີ່ມທະວີນໍ້າໃຈຄວາມຮັກແພງລະຫວ່າງປະຊາຊົນສອງປະເທດອີກດ້ວຍ ເຊິ່ງຍາມໃດກໍ່ໜູນຊ່ວຍ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນຜ່ານຜ່າໄພທໍາມະຊາດ, ເຄາະຮ້າຍ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ.
ທ່ານພັນຕີ ເຈືອງດົງຟີ, ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນໝີແທັ້ງໄຕ, ກອງບັນຊາການທະຫານແຂວງໄຕນິງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນໝີແທັ້ງໄຕ ຍາມໃດກໍ່ສົມທົບຢ່າງແໜ້ນແຟ້ນກັບກົມກອງຝ່າຍກໍາປູເຈຍ ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຊ່ວຍເຫຼືອປະຊາຊົນທີ່ຢູ່ສອງຟາກຊາຍແດນພັດທະນາການຜະລິດ, ຍູ້ແຮງການທູດປະຊາຊົນ, ໜູນຊ່ວຍດູແລການແພດ, ຊ່ວຍເຫຼືອພວກນ້ອງນັກສຶກສາທີ່ປະສົບຄວາມຫຍຸ້ງຍາກ. ທ່ານພັນຕີ ເຈືອງດົງຟີ ແບ່ງປັນທີ່ງານພົບປະແລກປ່ຽນວ່າ: “ສາຍພົວພັນສາມັກຄີທີ່ສະໜິດຕິດພັນລະຫວ່າງ ຫວຽດນາມ-ກໍາປູເຈຍ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ລຸ້ນໜຸ່ມພວກຂ້າພະເຈົ້າ ຄຽງບ່າຄຽງໄຫຼ່ນຳກັນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນ”.
ຫວຽດນາມ ມີຄໍາເວົ້າທີ່ວ່າ: “ແມ່ນໍ້າຂອງຍັງໄຫຼມາເປັນພັນປີ/ນໍ້າໃຈແຫ່ງຄວາມເປັນເພື່ອນຈະບໍ່ຈືດຈາງ”. ລຸ້ນໜຸ່ມ ຫວຽດນາມ-ກໍາປູເຈຍ ຍາມໃດກໍ່ເຄົາລົບ ແລະຈົດຈໍາການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ, ເພື່ອໃຫ້ປະຊາຊົນສອງປະເທດໄດ້ດຳລົງຊີວິດໃນສັນຕິພາບ, ມີຄວາມອີ່ມໜຳສຳລານເພື່ອໃຫ້ແມ່ນໍ້າຂອງເປັນສັກຂີພິຍານໃຫ້ແກ່ສາຍພົວພັນສະໜິດຕິດພັນລະຫວ່າງສອງຊາດຕະຫຼອດໄປ.
ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະຜັນຂະຫຍາຍຄວາມຮັບຮູ້ລວມ ເຊິ່ງ ການນຳສອງພັກ, ສອງປະເທດ, ສອງກອງທັບ ແລະກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະດ່ານຊາຍແດນສອງປະເທດ ບັນລຸໄດ້ຢ່າງມີປະສິດທິຜົນ; ຕັ້ງໜ້າເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານ. ຍົກສູງຈິດໃຈຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຝຶກຝົນຄວາມຮູ້ດ້ານວິຊາສະເພາະ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ຕ້ອງສູ້ຊົນໃຫ້ກາຍເປັນພະນັກງານ, ນັກຮົບທີ່ດີເດັ່ນຂອງປະຊາຊົນ, ພ້ອມກັນຮ່ວມແຮງຮ່ວມໃຈປົກປັກຮັກສາ, ສ້າງຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະພ້ອມກັນພັດທະນາ”, ທ່ານພັນຕີ ຫວູດຶກລິງ, ຊ່ວຍວຽກຊາວໜຸ່ມ, ຫ້ອງການເມືອງ, ກອງບັນຊາການທະຫານຊາຍແດນ ແລະທ່ານພັນໂທ Vong Boramy Phumin, ຫົວໜ້າຄະນະຄົ້ນຄວ້າ, ກົມປ້ອງກັນຊາຍແດນທະຫານບົກກໍາປູເຈຍ, ຕາງໜ້າໃຫ້ນາຍທະຫານໜຸ່ມເຂດຊາຍແດນສອງປະເທດ ຂຶ້ນອ່ານຈົດໝາຍສະແດງຄວາມຕັດສິນໃຈທີ່ງານພົບປະແລກປ່ຽນ.
ໂດຍ: ເຈິ່ນຮວ່ຽນ