ດໍາເນີນໃນລະຫວ່າງວັນທີ 13-14 ພະຈິກ ທີ່ແຂວງໄຕນິງ (ຫວຽດນາມ) ແລະແຂວງ Svay Rieng  (ກໍາປູເຈຍ), ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ແມ່ນເຫດການຕ່າງປະເທດດ້ານປ້ອງກັນຊາດຈຸດສຸມປີ 2025 ເພື່ອຫັນບັນດາເນື້ອໃນເຫັນດີເປັນເອກະພາບເປັນລະອຽດລະຫວ່າງການນໍາຂັ້ນສູງສອງປະເທດທີ່ການພົບປະລະຫວ່າງກົມການເມືອງສູນກາງພັກກອມມູນິດຫວຽດນາມ ແລະຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ ໃນເດືອນກຸມພາ ປີນີ້, ປະກອບສ່ວນເຮັດໃຫ້ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ ເລິ່ກເຊິ່ງກວ່າອີກ.

leftcenterrightdel
ຄູອາຈານ ແລະນັກຮຽນໂຮງຮຽນປະຖົມເບ໊ນເກົ່າ ຮັບຕ້ອນທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha. ພາບ: ຊວນເກື່ອງ

ຕັ້ງແຕ່ຮຸ່ງເຊົ້າວັນທີ 13 ພະຈິກ, ບັນຍາກາດທີ່ຄືກຄື້ນມ່ວນຊື່ນ, ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບທີ່ດ່ານສາກົນມົກບ່າຍ. ໃນສຽງກອງແກວົງ, ປະຊາຊົນເປັນຈໍານວນຫຼວງຫຼາຍໄດ້ຮັບຕ້ອນຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນກໍາປູເຈຍ ນໍາໂດຍທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນຢູ່ແຂວງໄຕນິງ.

“ເປັນອ້າຍນ້ອງທີ່ຍືນຍົງ”

ດ້ວຍການໃກ້ຊິດຕິດແທດທາງດ້ານພູມສາດ ພ້ອມດ້ວຍຈຸດຄ້າຍຄືກັນກ່ຽວກັບວັດທະນະທໍາປະຫວັດສາດແມ່ນພື້ນຖານອັນໜັກແໜ້ນ ເພື່ອໃຫ້ຫວຽດນາມ ແລະກໍາປູເຈຍ ເພີ່ມພູນຄູນສ້າງໜຶ່ງໃນບັນດາການພົວພັນທີ່ເປັນມູນເຊື້ອອັນຍາວນານຢູ່ເຂດອາຊີຕາເວັນອອກສ່ຽງໃຕ້. ໃນວິວັດການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄື ກໍ່ສ້າງປະເທດໃນປະຈຸບັນ, ສອງປະເທດຍາມໃດກໍ່ຄຽງບ່າຄຽງໄລ່ນໍາກັນ, ສະຫງວນໃຫ້ກັນການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະລ້ໍາຄ່າ.

leftcenterrightdel
ນັກຮຽນໂຮງຮຽນປະຖົມເບ໊ນເກົ່າ ຮັບຕ້ອນທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha. ພາບ: ຊວນເກື່ອງ

ຂ້າພະເຈົ້າ ຂໍອວຍພອນໃຫ້ພວກນ້ອງກໍາປູເຈຍ ແລະຫວຽດນາມ ໝົດທຸກຄົນຈົ່ງຮໍ່າຮຽນໃດ້ດີ, ຮັບຜົນສໍາເລັດໃນອະນາຄົດ, ກາຍເປັນຄົນດີໃຫ້ແກ່ສັງຄົມ, ປະເທດ, ຄອບຄົວ ແລະໃຫ້ຕົນເອງໃນອະນາຄົດ, ເພື່ອປະກອບສ່ວນກໍ່ສ້າງປະເທດທີ່ນັບມື້ນັບຈະເລີ່ນຮຸ່ງເຮືອງ”, ທ່ານພົນເອກ Tea Seiha ກ່າວຄໍາເຫັນເມື່ອພ້ອມກັບທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມພິທີເປີດນໍາໃຊ້ຫ້ອງຮຽນເຄິ່ງກິນນອນໂຮງຮຽນປະຖົມ ເບ໊ນເກົ່າ ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້.

ມຸ່ງເຖິງເປົ້າໝາຍລວມ

ປະຈຸບັນ, ໄພທໍາມະຊາດ, ໄພພິບັດໃນໂລກນັບມື້ນັບສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ສົ່ງຜົນຮ້າຍຢ່າງໜັກໜ່ວງໃຫ້ພື້ນຖານເສດຖະກິດທົ່ວໂລກ ແລະໂດຍກົງແມ່ນປະຊາຊົນພວມດໍາລົງຊີວິດໃນພາກພື້ນຖືກຮັບຜົນສະທ້ອນ. ອາຊີຕາເວັນອອກສ່ຽງໃຕ້ແມ່ນໜຶ່ງໃນບັນດາສູນທີ່ມີໄພພິບັດທໍາມະຊາດຄືແຜ່ນດິນໄຫວ, ສຸນາມິ, ພາຍຸ, ນໍ້າຖ້ວມເຮັດໃຫ້ດິນເຊາະເຈື່ອນ,... ຫຼາຍໄພທໍາມະຊາດ, ໄພພິບັດໄດ້ລື່ນກາຍຄວາມສາມາດໃນການຮັບມື, ກູ້ຊີບຂອງປະເທດໃດໜຶ່ງ, ຕ້ອງການຊ່ວຍເຫຼືອຂອງສາກົນໃນການກູ້ຊີບ, ກູ້ໄພ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ລັດຖະບານບັນດາປະເທດອາຊຽນ ໄດ້ລົງນາມສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະຮັບມືຢ່າງສຸກເສີນ ທີ່ມີຜົນສັກສິດນັບແຕ່ວັນທີ 24 ທັນວາ 2009 ເປັນຕົ້ນໄປ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ລົງນາມເອກະສານຮ່ວມມື. ພາບ: ຊວນເກື່ອງ

ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີເສັ້ນຊາຍແດນຕິດຈອດກັນ ແລະພ້ອມກັນຮັບຜົນສະທ້ອນຄ້າຍຄືກັນຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ແລະກໍາປູເຈຍ ເຂົ້າໃຈວ່າເລື່ອງພ້ອມກັນຍົກສູງຄວາມສາມາດເພື່ອປົກປັກຮັກສາສຸຂະພາບ ແລະຊີວິດອິນຊີຂອງປະຊາຊົນທັງແມ່ນຄວາມຮັບຜິດຊອບ, ທັງແມ່ນຜົນປະໂຫຍດລວມ. ໃນຊຸມປີຜ່ານມາ, ຈິດໃຈຮ່ວມມືນີ້ໄດ້ສະແດງໃຫ້ເຫັນຜ່ານເລື່ອງສອງປະເທດຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທໍາ, ກູ້ຊີບໄພພິບັດຢູ່ພາກພື້ນ ແລະໂລກ ຄືຢູ່ ຕວັກກີ ແລະມຽນມາ. ຄຽງຂ້າງກັນນັ້ນ, ສອງຝ່າຍກໍ່ຈັດຕັ້ງບັນດາການຝຶກຊ້ອມຮັບມືກັບໄພທໍາມະຊາດ, ໄພພິບັດ ແລະພະຍາດຢ່າງເປັນປະຈໍາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ປູກຕົ້ນໄມ້ມິດຕະພາບຢູ່ດ່ານສາກົນມົກບ່າຍ. ພາບ: ຊວນເກື່ອງ

ເພື່ອສືບຕໍ່ປັບປຸງ ແລະເສີມຂະຫຍາຍປະສິດທິຜົນການຮ່ວມມື, ໃນຂອບເຂດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 2, ກອງທັບສອງປະເທດໄດ້ຈັດການຝຶກຊ້ອມແພດທະຫານຮ່ວມ ພາຍໃຕ້ການເປັນສັກຂີພິຍານຂອງທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha. ການຝຶກຊ້ອມຮ່ວມສ້າງເງື່ອນໄຂໃຫ້ຖັນແຖວການແພດທະຫານ-ປະຊາຊົນສອງປະເທດພ້ອມກັນປະຕິບັດການປະສານສົມທົບ, ແຕ່ຜູ້ບັນຊາສະຖານທີ່ເກີດເຫດ, ຊອກຫາກູ້ຊີບ, ປະຖົມພະຍາບານເຖິງການປິ່ນປົວ. ນີ້ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນ. ແລະນີ້ແມ່ນສັນຍາລັກທີ່ດີງາມຂອງນໍ້າໃຈສາມັກຄີ, ມິດຕະພາບສອງຝ່າຍ. ການຝຶກຊ້ອມຮ່ວມຊ່ວຍຝຶກຝົນຫຼໍ່ຫຼອມໃຫ້ສອງຝ່າຍປະສານສົມທົບຢ່າງເຂົ້າແກັບເຂົ້າເກັຍກັນດີ, ແກ້ໄຂຄວາມຫຍຸ້ງຍາກພ້ອມມຸ່ງເຖິງເປົ້າໝາຍລວມສູງສຸດແມ່ນການປົກປັກຮັກສາຊີວິດ ແລະສຸຂະພາບຂອງປະຊາຊົນສອງປະເທດຫວຽດນາມ-ກໍາປູເຈຍ.

ໂດຍ: ໄຊນີດາ