ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 100 ສູນນະວັດຕະກຳໃນທົ່ວປະເທດ
ຕາມແຜນຮ່າງຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ, ບັນດາສູນນະວັດຕະກຳນີ້ຈະເປັນຂົວຕໍ່ ແລະແບ່ງປັນຜົນປະໂຫຍດຈາກການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ
ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 100 ສູນນະວັດຕະກຳໃນທົ່ວປະເທດ, ໃນນັ້ນ, ແຕ່ລະທ້ອງຖິ່ນ, ແຕ່ລະກະຊວງ, ຂະແໜງການມີຢ່າງໜ້ອຍສຸດ 1 ສູນນະວັດຕະກຳ. ນີ້ແມ່ນຂໍ້ມູນຕົ້ນຕໍທີ່ໄດ້ຍົກອອກມາໃນເວທີປາໄສນະໂຍບາຍນະວັດຕະກຳລະດັບຊາດ ໂດຍ ກົມນະວັດຕະກຳ (ກະຊວງວິທະຍາສາດ ແລະເຕັກໂນໂລຊີ) ແລະ ສູນນະວັດຕະກຳແຫ່ງຊາດ (ກະຊວງການເງິນ) ສົມທົບກັນຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ, ຢູ່ ຮ່າໂນ້ຍ.
    |
 |
ເວທີປາໄສນະໂຍບາຍນະວັດຕະກຳລະດັບຊາດ. ພາບ: chinhphu.vn |
ຕາມແຜນຮ່າງຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ, ບັນດາສູນນະວັດຕະກຳນີ້ ຈະເປັນຂົວຕໍ່ ແລະແບ່ງປັນຜົນປະໂຫຍດຈາກການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ແລະ ຍືນຍົງໃນລະບົບຊີວະພາບນະວັດຕະກຳແຫ່ງຊາດ. ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຊີ້ແຈ້ງວ່າ: “ຈິດໃຈນະວັດຕະກຳ, ຈິດໃຈເລີ່ມດໍາເນີນທຸລະກິດຕ້ອງໄດ້ຮັບການຫຼໍ່ຫຼອມ, ບຳລຸງສ້າງ ແລະ ຕ້ອງໄດ້ສົ່ງເສີມຈາກປະຊາຊົນແຕ່ລະຄົນ ແລະແຕ່ລະຄົນຈະແມ່ນຜູ້ນະວັດຕະກຳໜຶ່ງ. ມີຈິດໃຈນັ້ນ, ພວກເຮົາ ຈຶ່ງມີຫຼາຍວິສາຫະກິດພັດທະນາຢ່າງແຮງ, ມີຫຼາຍວິສາຫະກິດນຳພາດ້ານເຕັກໂນໂລຊີ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ