ໄຂງານວາງສະແດງສາກົນ MTA Vietnam 2025 ຢູ່ນະຄອນໂຮ່ຈີມິນ
ກປ.ອອນໄລ - ວັນທີ 2 ກໍລະກົດ, ທີ່ສູນງານຕະຫຼາດນັດ ແລະວາງສະແດງ ໄຊງ່ອນ (ເມືອງເຕີນມີ໊, ນະຄອນໂຮ່ຈີມິນ), ບໍລິສັດ Informa Markets ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງສາກົນກ່ຽວກັບກົນຈັກຊັດເຈນ ແລະຜະລິດປະດິດສ້າງ (MTA Vietnam 2025) ຄັ້ງທີ 21, ປີ 2025.
    |
 |
ຜູ້ແທນຕັດແຖບຜ້າໄຂງານວາງສະແດງສາກົນກ່ຽວກົບກົນຈັກຊັດເຈນ ແລະຜະລິດປະດິດສ້າງ (MTA Vietnam 2025) ຄັ້ງທີ 21, ປີ 2025. ພາບ: ບາວເງິນ |
ປີນີ້, MTA Vietnam 2025 ມີເຄື່ອງໝາຍການຄ້າກວ່າ 500 ແຫ່ງທີ່ມາຈາກກວ່າ 21 ປະເທດ ແລະເຂດແຄ້ວນ, ຄື: ອັງກິດ, ອິນເດຍ, ອິນໂດເນເຊຍ, ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ, ຝລັ່ງ, ໄທ, ຈີນ, ອີຕາລີ,... ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ຕ່ອງໂສ້ມຸນຄ່າທົ່ວໂລກ.
ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມງອັກ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້ານະຄອນໂຮ່ຈີມິນ ແບ່ງປັນວ່າ: “ຜ່ານກິດຈະກຳນີ້, ພວກຂ້າພະເຈົ້າມຸ່ງເຖິງເປົ້າໝາຍເປີດກວ້າງຕາໜ່າງເຊື່ອມຕໍ່, ຊຸກຍູ້ການຫັນເປັນຜະລິດຕະພັນພາຍໃນ ແລະອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດອຸສາຫະກໍາສໍາຮອງຫວຽດນາມ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະໜ້ອຍ, ເຂົ້າເຖິງຫຼາຍກາລະໂອກາດຮ່ວມມືທີ່ແທດຈິງກັບຄູ່ຮ່ວມມືສາກົນ. ພະແນກອຸດສາຫະກໍາ ແລະການຄ້ານະຄອນໂຮ່ຈີມິນ ຈະສືບຕໍ່ຮ່ວມເດີນທາງ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດອຸດສາຫະກໍາ, ພິເສດແມ່ນວິສາຫະກິດຜະລິດປະດິດສ້າງ, ຍົກສູງຄວາມອາດສາມາດ, ປ່ຽນແປງໃໝ່ເຕັກໂນໂລຢີ ແລະເຊື່ອມຕໍ່ຢ່າງເລິກເຊິ່ງກວ້າງຂວາງເຂົ້າຕ່ອງໂສ້ມຸນຄ່າພາຍໃນ ແລະຕ່າງປະເທດ”.
    |
 |
ຜູ້ແທນຢ້ຽມຊົມຮ້ານວາງສະແດງທີ່ເຫດການ. ພາບ: ບາວເງິນ |
MTA Vietnam 2025 ຍັງສ້າງລາຍການເຊື່ອມຕໍ່ດໍາເນີນທຸລະກິດເຊື່ອມຕໍ່ໂດຍກົງ 1:1 ລະຫວ່າງບັນດາວິສາຫະກິດກັບບັນດາຫົວໜ່ວຍວາງສະແດງພາຍໃນປະເທດ ແລະສາກົນຢູ່ງານວາງສະແດງ. ນີ້ແມ່ນຂົວເຊື່ອມຕໍ່ຍຸດທະສາດຊ່ວຍວິສາຫະກິດຊອກຮູ້ກາລະໂອກາດແລກປ່ຽນການຄ້າ, ເຈລະຈາໂດຍກົງ ແລະພັດທະນາການພົວພັນຮ່ວມມືໃນໄລຍະຍາວ.
MTA Vietnam 2025 ຈະດໍາເນີນຮອດວັນທີ 5 ກໍລະກົດ ຈຶ່ງອັດລົງ, ຄາດຄະເນດຶງດູດແຂກຢ້ຽມຊົມກວ່າ 16.000 ຄົນ, ລວມມີເຈົ້າຂອງວິສາຫະກິດ, ນັກຄຸ້ມຄອງ, ນັກວິຊາການດ້ານເຕັກນິກ ແລະຜູ້ຄົນທີ່ມີບົດບາດຕັດສິນໃຈໃນການຜະລິດ ແລະຊື້ເຄື່ອງອຸດສາຫະກໍາ.
ໂດຍ: ໄຊນີດາ