ທ່ານພົນເອກ ຟານວັນຢາງ ເປັນປະທານພິທີຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ
ກປ.ອອນໄລ - ຕອນເຊົ້າວັນທີ 18 ພະຈິກ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານ Robert Kalinak ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Robert Kalinak ມີຄວາມໝາຍສໍາຄັນ, ຖືກກັບການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950-2025), ສ້າງກໍາລັງແຮງໃໝ່ໃຫ້ແກ່ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ປະກອບສ່ວນຜັນຂະຫຍາຍຢ່າງຕັ້ງໜ້າ ແລະມີປະສິດທິຜົນບັນດາການຮ່ວມມືດ້ານປ້ອງກັນຊາດ ເຊິ່ງ ສອງຝ່າຍເຫັນດີເປັນເອກະພາບໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມເມື່ອປີ 2015 ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Martin Glvac ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານ Robert Kalinak ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດສະໂລວາກີ. ພາບ: qdnd.vn |
ທີ່ການພົບປະ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຢືດໝັ້້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່”, ປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຫຼາຍຝ່າຍ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນເພື່ອຜົນປະໂຫຍດລວມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ທ່ານພົນເອກ ຟານວັນຢາງ ຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບຄວາມເອົາໃຈໃສ່, ຜັນຂະຫຍາຍທີ່ສອດຄ່ອງກັບບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມເມື່ອປີ 2015, ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ໃນໄລຍະຈະມາເຖິງ, ສະເໜີສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພັດທະນາອັນດີງາມ, ນັບມື້ນັບຕິດພັນອັນສະໜິດແໜ້ນຂອງການພົວພັນສອງປະເທດ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ກ່ຽວກັບການຊຸກຍູ້ການຮ່ວມມືບໍາລຸງສ້າງ, ກະຊວງປ້ອງກັນປະເທດຫວຽດນາມ ຫວັງວ່າ ກະຊວງປ້ອງກັນປະເທດສະໂລວາກີ ຈະຄົ້ນຄວ້າຮັບເອົານາຍທະຫານຫວຽດນາມ ເຂົ້າຮ່ວມຊຸດບໍາລຸງພາສາສະໂລວາກີ ແລະພາກວິຊາທີ່ ສະໂລວາກີ ມີທ່າແຮງ. ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຮັບນາຍທະຫານສະໂລວາກີ ມາຮຽນພາສາຫວຽດ, ເຂົ້າຮ່ວມຊຸດເຈົ້າໜ້າທີ່ປ້ອງກັນຊາດສາກົນ.
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍການນໍາອົງການຮັບຜິດຊອບການຮ່ວມມືອຸດສາຫະກໍາປ້ອງກັນຊາດ ແລະວິສາຫະກິດອຸດສາຫະກໍາປ້ອງກັນຊາດແຖວໜ້າຂອງສະໂລວາກີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ຄາດວ່າ ຈະຈັດຕັ້ງໃນທ້າຍປີ 2026.
ສ່ວນທ່ານ Robert Kalinak ເນັ້ນໜັກວ່າ ການພົວພັນທີ່ເປັນມູນເຊື້ອອັນຍາວນານລະຫວ່າງຫວຽດນາມ-ສະໂລວາກີ ແມ່ນສອງປະເທດທີ່ໄດ້ຄຽງບ່າຄຽງໄຫຼ່ນໍາກັນໃນຊຸມປີເດືອນຕໍ່ສູ້ ແລະພັດທະນາ. ທ່ານ Robert Kalinak ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ສ້າງຕັ້ງກົນໄກຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະແລກປ່ຽນມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ໂດຍ: ໄຊນີດາ