ໃຫ້ຄຳປຶກສາ, ປະເມີນຜົນ, ຕີລາຄານະໂຍບາຍ

ທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫງວຽນກວາງຖ໊າຍ, ປະທານສະມາຄົມວິທະຍາສາດເສດຖະກິດຫວຽດນາມ ໃຫ້ຮູ້ວ່າ: ສະມາຄົມໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1975 ໃນສະພາບແວດລ້ອມປະເທດຫາກໍ່ທ້ອນໂຮມເປັນເອກະພາບ ແລະເລີ່ມຟື້ນຟູເສດຖະກິດ. ໃນໄລຍະນັ້ນເງື່ອນໄຂຍັງຂາດເຂີນ, ພື້ນຖານວັດຖຸຫຼ້າຫຼັງ, ບໍ່ມີຂໍ້ມູນຂ່າວສານ, ສະພາບແວດລ້ອມການຮ່ຳຮຽນຖືກຕັດແຍກຍ້ອນສະພາບການຂອງປະເທດ. ຜ່ານ 50 ປີແຫ່ງການກຳເນີດ ແລະພັດທະນາ, ໄລ່ມາຮອດປະຈຸບັນ, ສະມາຊິກຂອງສະມາຄົມມີກວ່າ 3.000 ຄົນ ຢູ່ໃນທົ່ວປະເທດມີ 17 ຫົວໜ່ວຍວິທະຍາສາດຂຶ້ນກັບສູນກາງສະມາຄົມ. ສູນກາງສະມາຄົມ ໄດ້ສ້າງຕັ້ງໂຮງຮຽນມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຢີຮ່າໂນ້ຍ, ວາລະສານເສດຖະກິດ ຫວຽດນາມ (ຕົ້ນກຳເນີດແມ່ນໜັງສືພິມເສດຖະກິດຫວຽດນາມ) ພ້ອມດ້ວຍ 18 ສູນຄົ້ນຄວ້າ, ບຳລຸງສ້າງ ແລະໃຫ້ຄຳປຶກສາດ້ານວິທະຍາສາດ. ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຢີຮ່າໂນ້ຍ ໄດ້ກາຍເປັນຮາກຖານການສຶກສາຂະໜາດໃຫຍ່ມີນັກສຶກສາກວ່າ 32.000 ຄົນ, ມີ 27 ຂະແໜງການ. ວາລະສານເສດຖະກິດ ຫວຽດນາມ-ອົງການສື່ມວນຊົນຂອງສະມາຄົມ-ສືບຕໍ່ຮັກສາຖານະແມ່ນໜຶ່ງໃນບັນດາອົງການສື່ມວນຊົນທີ່ມີອິດທິພົນຊື່ສຽງແຖວໜ້າກ່ຽວກັບການໄຈ້ແຍກ, ວິິເຄາະເສດຖະກິດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວິທະຍາສາດເສດຖະກິດຫວຽດນາມ (1-7-1975 / 1-7-2025). ພາບ: ຊອງຮວ່າງ

ສະມາຄົມວິທະຍາສາດເສດຖະກິດຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວໃຫ້ຄຳປຶກສາ, ປະເມີນຜົນ, ຕີລາຄານະໂຍບາຍຕໍ່ກັບບັນດາບັນຫາສຳຄັນຂອງປະເທດ. ໃນໄລຍະມໍ່ໆມານີ້, ສະມາຄົມໄດ້ມີທັດສະນະໃນການຕີລາຄາການປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ແລະຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ບັນດາແຜນຮ່າງການເຕີບໂຕສີຂຽວ, ເສັ້ນທາງລົດໄຟຄວາມໄວສູງ, ແຜນຜັງເຂດ ແລະຄາດຄະເນຫຼາຍນະໂຍບາຍເສດຖະກິດສຳຄັນ. ກ່ຽວກັບການເຄື່ອນໄຫວພົວພັນຕ່າງປະເທດ, ນັບແຕ່ໄດ້ສ້າງຕັ້ງ, ສະມາຄົມແມ່ນສະມາຊິກທາງການຂອງສະມາຄົມວິທະຍາສາດເສດຖະກິດສາກົນ (IEA), ພ້ອມທັງແມ່ນສະມາຊິກທີ່ຕັ້ງໜ້າຂອງສະຫະພັນບັນດາສະມາຄົມເສດຖະກິດອາຊຽນ (FAEA). ປີ 2022, ສະມາຄົມເປັນກຽດໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມ ວິທະຍາສາດສາກົນ ຄັ້ງທີ 45 ຂອງ FAEA ຢູ່ຫວຽດນາມ, ເປັນການຢັ້ງຢືນອິດທິພົນຊື່ສຽງ ແລະບົດບາດນັບມືື້ນັບເປີດກວ້າງຂອງສະມາຄົມໃນເວທີສາກົນ.

ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວິທະຍາສາດເສດຖະກິດຫວຽດນາມ (1-7-1975 / 1-7-2025), ສະຫາຍ ຟານຢຽນ, ອະດີດກຳມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາທິການ ສະເໜີບັນດານັກວິທະຍາສາດເສດຖະກິດຂອງສະມາຄົມສືບຕໍ່ມີການຄົ້ນຄວ້າ, ອະທິບາຍ ເພື່ອເປັນເສນາທິການໃຫ້ແກ່ການນຳພັກ, ລັດກ່ຽວກັບບັນດານະໂຍບາຍພັດທະນາເສດຖະກິດ. ຈາກນັ້ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງປະເທດໃຫ້ໄດ້ຫຼາຍທີ່ສຸດ, ບໍ່ປະໃຫ້ຕົກເຂົ້າສູ່ວິກິດການ, ກັບດັກໃນວິວັດທະນາການພັດທະນາ.

ສ້າງສັນ, ຮ່ວມເດີນທາງກັບປະເທດ

ປະຈຸບັນ, ສະມາຊິກຫຼາຍຄົນຂອງສະມາຄົມວິທະຍາສາດເສດຖະກິດຫວຽດນາມ ພວມເຮັດວຽກຢູ່ບັນດາອົງການຄຸ້ມຄອງລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ຫຼືແມ່ນບັນດານັກວິທະຍາສາດທີ່ມີອິດທິພົນ, ນັບທັງໃນເວລາອອກກິນບຳນານແລ້ວ. ບັນດາສະມາຊິກຂອງສະມາຄົມໄດ້ເຂົ້າຮ່ວມໂດຍທາງກົງ ຫຼືທາງອ້ອມ, ຍິ່ງໄປກວ່ານັ້ນແມ່ນເປັນປະທານໃນການສ້າງບັນດາແຜນຜັງໃຫຍ່, ຄື: ແຜນຜັງນະຄອນຫຼວງ, ແຜນຜັງເຂດ ຫຼືບັນດາໂຄງການແຫ່ງຊາດ, ຄື: ເສັ້ນທາງດ່ວນເໜືອ-ໃຕ້, ສະໜາມບິນລອງແທັ່ງ, ເສັ້ນທາງລົດໄຟຄວາມໄວສູງ... ສະມາຄົມວິທະຍາສາດເສດຖະກິດຫວຽດນາມ ບໍ່ພຽງແຕ່ປະກອບຄຳຄິດຄຳເຫັນຜ່ານກອງປະຊຸມສຳມະນາ, ປະເມີນຜົນໂຄງການເທົ່ານັ້ນ ຫາກຍັງສົ່ງຄຳສະເໜີແນະເປັນເອກະສານເຖິງບັນດາອົງການທີ່ກ່ຽວຂ້ອງ. ຫຼາຍຄຳເຫັນຂອງສະມາຄົມໄດ້ຮັບເອົາ, ນຳໃຊ້ເຂົ້າໃນຫຼາຍໂຄງການທີ່ເປັນທາງການ.

ປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຫຼາຍກາລະໂອກາດໃຫຍ່ແຕ່ກໍ່ມີສິ່ງທ້າທາຍຫຼາຍຢ່າງ. ບັນດາທ່າອ່ຽງ, ຄື: ການຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ, ນະວັດຕະກຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງເສດຖະກິດໃນສະພາບແວດລ້ອມດ້ານພູມສາດການເມືອງທົ່ວໂລກມີການປ່ຽນແປງໄດ້ວາງຄວາມຮຽກຮ້ອງຕ້ອງການໃໝ່ຕໍ່ຈິນຕະນາການຍຸດທະສາດ ແລະການວາງແຜນກຳນົດນະໂຍບາຍ. ເພາະສະນັ້ນ, ບົດບາດຂອງວົງການປັນຍາຊົນໃນການເປັນເສນາທິການດ້ານນະໂຍບາຍໃຫ້ແກ່ການນຳພັກ, ລັດ ແມ່ນມີຄວາມສຳຄັນທີ່ສຸດ.

ທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ ຫງວຽນກວາງຖ໊າຍ ເນັ້ນໜັກວ່າ:  “ໃນສະພາບແວດລ້ອມດັ່ງກ່າວ, ບັນດານັກວິທະຍາສາດ, ນັກເສດຖະກິດ, ພິເສດແມ່ນບັນດາສະມາຊິກຂອງສະມາຄົມວິທະຍາສາດເສດຖະກິດຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍຄຸນທາດທາງດ້ານວິຊາການ, ລັກສະນະເອກະລາດໃນການສ່ອງແສງ, ຕີລາຄາ, ຈິດໃຈປ່ຽນແປງໃໝ່ ແລະຕິດພັນຢ່າງແໜ້ນແຟ້ນກັບພຶດຕິກຳຕົວຈິງ. ຄວາມຮັບຜິດຊອບຂອງພວກເຮົາບໍ່ພຽງແຕ່ແມ່ນການຄົ້ນຄວ້າເທົ່ານັ້ນ ຫາກຍັງແມ່ນການສ້າງສາ, ຮ່ວມເດີນທາງພ້ອມກັບປະເທດໃນການກໍ່ສ້າງບັນດາຮູບແບບພັດທະນາຢ່າງມີປະສິດທິຜົນ, ຍືນຍົງ, ມີສີສັນຂອງ ຫວຽດນາມ”.

ທ່ານສາດສະດາຈານ, ປະລິນຍາເອກ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດ ຊຸດທີ XV, ຮອງປະທານສະມາຄົມວິທະຍາສາດເສດຖະກິດຫວຽດນາມ ແບ່ງປັນວ່າ “ເພື່ອປະຕິບັດໜ້າທີ່ຄວາມຮັບຜິດຊອບ   ແລະພາລະກໍາທີ່ສໍາຄັນ, ສະມາຄົມວິທະຍາສາດເສດຖະກິດຫວຽດນາມ ປາດຖະໜາສືບຕໍ່ຢາກໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳຈາກການນຳ ພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ແລະການນຳສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ. ພິເສດແມ່ນການຮ່ວມງານ, ການຊ່ວຍເຫຼືອ, ການປະກອບສ່ວນດ້ານສະຕິປັນຍາຂອງນັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຢ່າງສຸດໃຈ ເພື່ອໃຫ້ສະມາຄົມວິທະຍາສາດເສດຖະກິດຫວຽດນາມ ເປັນບ່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນບ່ອນທີ່ພັກ, ລັດ ຝາກຝັງຄວາມໄວ້ເນື້ອເຊື່ອໃຈ, ຮັບຟັງການປະກອບສ່ວນຂອງສະມາຄົມເຂົ້າໃນແນວທາງພັດທະນາ ເສດຖະກິດປະເທດ”.

ໂດຍ: ແສງເດືອນ