    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະແດງຄວາມຊົມເຊີຍຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ເຢືອງແກ໋ງຕຽວ |
ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ໄດ້ຕາງໜ້າການນຳກະຊວງການຕ່າງປະເທດຫວຽດນາມ ສະແດງຄວາມຊົມເຊີຍບັນດາຜູ້ແທນຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດມາເຂົ້າຮ່ວມເວທີປາໄສ, ພ້ອມທັງຕີລາຄາສູງຂໍ້ລິເລີ່ມ ແລະຄວາມມານະພະຍາຍາມ ຂອງສູນກາງຄະນະຊາວໜຸ່ມ ໃນການຮັກສາການຈັດຕັ້ງການເຄື່ອນໄຫວດັ່ງກ່າວຢ່າງເປັນປະຈໍາດ້ວຍເນື້ອໃນ, ຫົວຂໍ້ປຶກສາຫາລືທີ່ແທດຈິງ, ຕິດແທດກັບບັນດາບັນຫາຮີບເຮັ່ງ ແລະຈໍາເປັນຂອງປະເທດ.
ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ພັກ, ລັດ ແລະກະຊວງການຕ່າງປະເທດ ຍາມໃດກໍ່ຖືເປັນສຳຄັນ ແລະເອົາໃຈໃສ່ຢ່າງເລິກເຊິ່ງເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີກໍາລັງນັກຊ່ຽວຊານ, ນັກປັນຍາຊົນໜຸ່ມ ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
    |
 |
ບັນດານັກປັນຍາຊົນໜຸ່ມ ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຖ່າຍຮູບເປັນທີ່ລະນຶກ. ພາບ: ເຢືອງແກ໋ງຕຽວ |
ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ຈະສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງສືບຕໍ່ສ້າງຂອບເຂດ, ແຜນນະໂຍບາຍ, ນະໂຍບາຍກົດໝາຍທີ່ສະດວກ ເພື່ອໃຫ້ນັກຊ່ຽວຊານ, ນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມອຸ່ນອ່ຽນໃຈສະໜິດຕິດພັນ ແລະປະກອບສ່ວນເຂົ້າໃນປະເທດ; ສ້າງສະພາບແວດລ້ອມການເຮັດວຽກທີ່ສະເໝີພາບ, ເປີດເຜີຍ, ດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພື້ນຖານໂຄງລ່າງທີ່ພຽງພໍ ແລະທັນສະໄໝ, ນະໂຍບາຍເກື້ອກູນທີ່ເໝາະສົມ, ບໍ່ມີການຈໍາແນກລະຫວ່າງພາກລັດ ແລະເອກະຊົນ ເພື່ອເສີມຂະຫຍາຍຄວາມສາມາດຄົ້ນຄ້ວາ, ປະດິດຄິດສ້າງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢ່າງສຸດຂີດ; ມີການສັ່ງລະອຽດສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນບັນດາກຸ່ມເຕັກໂນໂລຢີຍຸດທະສາດ (ສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ກັບຄືນມາເຮັດວຽກຢູ່ພາຍໃນປະເທດ, ກໍ່ຄືເຮັດວຽກຢູ່ຫ່າງໄກ).
ທ່ານນາງຮອງລັດຖະມົນຕີ ປາດຖະໜາວ່າ ນັກປັນຍາຊົນໜຸ່ມເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ສາມັກຄີ ແລະເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນຫຼັກແຫຼ່ງແກ່ນສານທີ່ຕັ້ງໜ້າໃນປະຊາຄົມ, ເປັນຂົວຕໍ່ໃນການພົວພັນມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ; ພ້ອມກັນນັ້ນ, ສືບຕໍ່ປະກອບສ່ວນແຫຼ່ງກຳລັງ ແລະສະຕິປັນຍາເຂົ້າໃນກິດຈະການພັດທະນາຂອງປະເທດ.
ທີ່ການພົບປະ, ບັນດາຜູ້ແທນນັກປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ແລກປ່ຽນ, ປຶກສາຫາລືຢ່າງຟົດຟື້ນ, ປະກອບຄໍາເຫັນຢ່າງສຸດຈິດສຸດໃຈ, ແທດຈິງ, ມີຄວາມຮັບຜິດຊອບຕໍ່ກັບກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍມະຕິສະລັບເລກທີ 57; ບັນດາບຸລິມະສິດທີ່ສຳຄັນທາງດ້ານວິທະຍາສາດ, ເຕັກໂນໂລຢີ; ວິທີການດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ; ສືບຕໍ່ປັບປຸງນະໂຍບາຍນິຕິກໍາ; ລະບອບການເຮັດວຽກຢູ່ພາຍໃນປະເທດ ...
ໂດຍ: ທູຈາງ