ຕາມບົດຂຽນແລ້ວ, FDI ຂອງຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ໃນປີ 2023, ຫວຽດນາມ ໄດ້ດຶງດູດ FDI ຈົດທະບຽນໃຫ້ໄດ້ 36,61 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ປີກາຍ. ນີ້ແມ່ນຕົວເລກສູງໃນຊຸມປີມໍ່ໆມານີ້, ເປັນການຢັ້ງຢືນບົດບາດນັບມື້ນັບເພີ່ມຂຶ້ນຂອງປະເທດຜະລິດ.

ບັນດານັກຂ່າວ ໄດ້ຍົກອອກບາງສາຍເຫດທີ່ພາໃຫ້ຫວຽດນາມ ເຕີບໂຕ, ໃນນັ້ນປັດໄຈແຖວໜ້າແມ່ນກຳລັງແຮງດ້ານເສດຖະກິດ. ພື້ນຖານເສດຖະກິດຫວຽດນາມ ຄາດວ່າຈະເຕີບໂຕ 5-6% ຕໍ່ປີ, ຍ້ອນການບໍລິໂພກ, ການສົ່ງອອກ ແລະການລົງທຶນຢ່າງແຂງແຮງ.

ບົດຂຽນໃຫ້ຮູ້ວ່າ ຫວຽດນາມ ຍັງມີທ່າໄດ້ປຽບດ້ານປະຊາກອນ, ດ້ວຍກຳລັງແຮງງານປະມານ 53 ລ້ານຄົນ, ອາຍຸສະເລ່ຍ 34,1 ປີ. ນີ້ໄດ້ຮັບຖືວ່າແມ່ນກຳລັງແຮງງານໜຸ່ມ, ມີຄວາມຊໍານິຊຳນານ, ເຮັດໃຫ້ຫວຽດນາມ ກາຍເປັນການເລືອກເຟັ້ນບຸລິມະສິດໃຫ້ບັນດາຂະແໜງອຸສາຫະກໍາ ຄື: ເອເລັກໂຕນິກ ແລະ ຕໍ່າແຜ່ນຕັບຫຍິບ.

ກ່ຽວກັບກໍາລັງແຮງດ້ານນະໂຍບາຍ, ນັກຂ່າວຕີລາຄາສູງເລື່ອງລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍການປະຕິຮູບ ທີ່ໄດ້ສ້າງຄວາມສະດວກໃຫ້ແກ່ນັກລົງທຶນ, ລວມມີກົດໝາຍວ່າດ້ວຍການລົງທຶນ ແລະວິສາຫະກິດປີ 2020 ແລະກົດໝາຍວ່າດ້ວຍຄູ່ຮ່ວມມືພາກລັດ - ເອກະຊົນ.

ນອກຈາກນັ້ນ, ສັນຍາການຄ້າເສລີ ອີຢູ-ຫວຽດນາມ (EVFTA) ຄາດວ່າຈະຊຸກຍູ້ການສົ່ງອອກ ໄປຍັງເອີລົບ ເພີ່ມຂຶ້ນ 42,7% ໃນປີ 2025, ນໍາຫວຽດນາມ ກາຍເປັນປະຕູເຂົ້າສູ່ຕະຫຼາດທ່ົວໂລກ.

leftcenterrightdel
ກໍາມະກອນ ເຮັດວຽກ ຢູ່ໃນບໍລິສັດທີ່ມີທຶນ FDI. ພາບ: ສໍານັກຂ່າວສານຫວຽດນາມ

ນອກຈາກນັ້ນ, ນະໂຍບາຍໜູນຊ່ວຍວິສາຫະກິດຂອງລັດຖະບານ ແລະ ການເຊື່ອມໂຍງເຂົ້າກັບສັນຍາການຄ້າທົ່ວໂລກ ທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ນໍາຫວຽດນາມ ກາຍເປັນຈຸດພົ້ນເດັ່ນໃນພາກພື້ນ, ກາຍເປັນສະຖານທີ່ດຶງດູດສໍາລັບນັກລົງທຶນ ໃນໄລຍະຍາວ.

ບົດຂຽນຖືວ່າ, ຫວຽດນາມ ຍັງມີທ່າແຮງດ້ານຂະແໜງການ. ບັນດາຂະແໜງອຸດສາຫະກໍາເຕັກໂນໂລຢີສູງ, ພິເສດແມ່ນປັນຍາປະດິດ (AI) ແລະເຄິ່ງຊັກນໍາໄຟຟ້າ ກໍາລັງດຶງດູດການລົງທຶນຂະໜາດໃຫຍ່ຈາກຍີ່ປຸ່ນ, ສ. ເກົາຫຼີ ແລະສິງກະໂປ.

ບົດຂຽນໃຫ້ຂໍ້ສັງເກດວ່າ, ເລື່ອງຫວຽດນາມ ສຸມໃສ່ບັນດາຂະແໜງອຸດສາຫະກຳເຕັກໂນໂລຢີສູງ ໄດ້ນໍາປະເທດຫວຽດນາມ ກາຍເປັນປັດໄຈຫຼັກແຫຼ່ງສຳຄັນໃນຕ່ອງໂສ້ການສະໜອງທົ່ວໂລກ, ພິເສດແມ່ນຂະແໜງເອເລັກໂຕນິກ ແລະ ໂທລະຄົມມະນາຄົມ.

ໃນຂະນະນັ້ນ, ອະສັງຫາລິມະຊັບ ແລະພະລັງງານທົດແທນ ຍັງດຶງດູດຄວາມສົນໃຈຂອງນັກລົງທຶນ. ຄຽງຂ້າງນັ້ນ, ດ້ວຍທີ່ຕັ້ງພູມສາດຍຸດທະສາດຂອງຫວຽດນາມ, ພື້ນຖານໂຄງລ່າງພວມໄດ້ຮັບການປັບປຸງ ແລະນະໂຍບາຍໜູນຊ່ວຍວິສາຫະກິດ ຍິ່ງສ້າງຄວາມດຶງດູດໃຫ້ນັກລົງທຶນຕ່າງປະເທດ ຕື່ມອີກ.

ບົດຂຽນສະຫຼຸບວ່າ, ຫວຽດນາມ ພົ້ນເດັ່ນຍ້ອນມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ທ່າໄດ້ປຽບດ້ານຄ່າໃຊ້ຈ່າຍ ແລະນະໂຍບາຍຍຸດທະສາດ. ຄວາມສາມາດດຶງດູດການລົງທຶນເຕັກໂນໂລຊີສູງ ແລະການເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງທົ່ວໂລກໄດ້ເຮັດໃຫ້ຫວຽດນາມ ກາຍເປັນປະເທດນຳໜ້າໃນການດຶງດູດ FDI ຢູ່ໃນອາຊຽນ.

ໂດຍ: ທູຈາງ